ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະຈຳປີ 2026
ເວລາອອກຂ່າວ: 2026-10-02 09:55:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 284 | ຄວາມນິຍົມ: ![]()
ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ), ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮ່ວມກັນປຶກສາຫາລື ແລະ ເອກະພາບ ກ່ຽວກັບແຜນການເຝິກຊ້ອມ ກອບກູ້ໄພພິບັດ ເປັນຕົ້ນການປະສົມປະສານກຳລັງ ແລະ ການນຳໃຊ້ກຳລັງພົນ-ພາຫະນະ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ທັງນີ້, ເພື່ອແນໃສ່ເຮັດໃຫ້ບັ້ນເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້, ຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມປອດໄພ 100%, ທັງເປັນການເສີມສ້າງຄວາມສາມັກຄີແໜ້ນແຟ້ນ, ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື ແລະ ຄວາມເຂົ້າໃຈກັນ ລະຫວ່າງ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ໃນການຮັບມືກັບໄພພິບັດທາງທຳມະຊາດ ຢ່າງມີຜົນສຳເລັດ. ຈາກນັ້ນ, ຄະນະທັງ 3 ຝ່າຍ ໄດ້ເຄື່ອນໄຫວກວດກາສະຖານທີ່ຕົວຈິງ ເປັນຕົ້ນແມ່ນ ສະຖານທີ່ຈັດພິທີ ເປີດ-ປິດ, ສະຖານທີ່ກູ້ໄພທາງນ້ຳ, ເຂດຕຶກຖະລົ່ມ, ເຂດເຄມີຮົ່ວໄຫຼ ແລະ ເຂດແພດສະໜາມ ຕື່ມອີກ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ໄດ້ໂອລົມ ແລະ ເນັ້ນໜັກໃຫ້ພະນັກງານ-ນັກຮົບ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມເຝິກຊ້ອມໃນຄັ້ງນີ້ ເອົາໃຈໃສ່ຍົກສູງຄວາມຮັບຜິຊອບໃນການປະຕິບັດໜ້າທີ່, ເຄົາລົບ, ປະຕິບັດລະບຽບວິໄນ ຂອງກອງທັບຢ່າງເຂັ້ມງວດ, ຮັກສາຄວາມສາມັກຄີພາຍໃນ ແລະ ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບ ກັບກອງທັບ ຫວຽດນາມ-ກຳປູເຈຍ, ຕັ້ງໜ້າຮຽນຮູ້, ແລກປ່ຽນບົດຮຽນດ້ານວິຊາການ ແລະ ທັກສະການກູ້ໄພຕົວຈິງ ເພື່ອໃຫ້ສາມາດນຳໃຊ້ເຂົ້າໃນການປະຕິບັດງານຢ່າງມີປະສິດທິພາບ ເພື່ອເຮັດໃຫ້ການເຂົ້າຮ່ວມເຝິກຊ້ອມໃນຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້.
ໂດຍ: ໄກ່ນ໋ອດ ເລັດນະຄອນ (ໂທລະພາບກອງທັບ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















