ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ປະກາດການແຕ່ງຕັ້ງ ຮອງຫົວໜ້າກອງພັນ 511 ກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2026-10-02 15:05:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 687 | ຄວາມນິຍົມ:



ພິທີ ປະກາດແຕ່ງຕັ້ງ ຮອງຫົວໜ້າກອງພັນ 511 ທີ່ຂຶ້ນກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນທັນ ໄຊມຸງຄຸນ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີສະຫາຍ ພັນໂທ ເຊື່ອຍ ລໍວັນສ່າງ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີພະແນກການທີ່ກ່ຽວຂ້ອງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ກິແກ້ວ ວິໄລຈິດ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກອງພັນ, ຮັບຜິດຊອບວຽກງານພະລາທິການ ກອງພັນ 511 ຂຶ້ນກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ ໃນນີ້, ກົມໃຫຍ່ການເມືອງກອງທັບຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ໃຈ ສີວິໄລ ເປັນຮອງຫົວໜ້າກອງພັນ, ຮັບຜິດຊອບວຽກງານພະລາທິການ ກອງພັນ 511 ກອງບັນຊາການທະຫານນະຄອນຫຼວງວຽງຈັນ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ