ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກຸ່ມບໍລິສັດ ສະຫວັນໄຊ ກໍ່ສ້າງ ຈຳກັດຜູ້ດຽວ ມອບ ອຸປະກອບຮັບໃຊ້ໃນການຮຽນ-ການສອນ ໃຫ້ ວຕກ
ເວລາອອກຂ່າວ: 2026-10-05 14:23:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 262 | ຄວາມນິຍົມ:



ວັນທີ 2 ຕຸລາ 2026 ນີ້, ກຸ່ມບໍລິສັດ ສະຫວັນໄຊ ກໍ່ສ້າງຈຳກັດຜູ້ດຽວ ໄດ້ມອບຄອມພິວເຕີຕັ້ງໂຕະ 6 ຊຸດ, ໂນດບຸກ 8 ໜ່ວຍ ແລະ ວັດຖຸຮັບໃຊ້ເຂົ້າໃນການຮຽນ-ການສອນຈຳນວນໜຶ່ງ ລວມມູນຄ່າ 191.000.000 ກີບ ໃຫ້ວິທະຍາຄານເຕັກນິກການທະຫານ (ວຕກ) ຕາງໜ້າກ່າວມອບໂດຍ ທ່ານ ພູວັນ ແກ້ວມາລາ ຮອງອຳນວຍການ ບໍລິສັດ ສະຫວັນໄຊກໍ່ສ້າງ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ຫົວໜ້າການເມືອງ ວຕກ, ມີຄະນະພັກ-ຄະນະອຳນວຍການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງ ກຸ່ມບໍລິສັດ ສະຫວັນໄຊກໍ່ສ້າງ ຈຳກັດຜູ້ດຽວ ທີ່ເຫັນໄດ້ຄວາມໝາຍ ຄວາມສຳຄັນ ໃນການຮຽນ-ການສອນ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາອຸປະກອນດັ່ງກ່າວໄປໝູນໃຊ້ເຂົ້າໃນການຮຽນ-ການສອນ ແລະ ການປະຕິບັດໜ້າທີ່ວຽກງານພາຍໃນກົມກອງ ໃຫ້ເກີດຜົນປະໂຫຍດສູງສຸດ ພ້ອມທັງ ມອບໃບກຽດຕິຄຸນ ກຸ່ມບໍລິສັດ ສະຫວັນໄຊ ກໍ່ສ້າງຈຳກັດຜູ້ດຽວ ຕື່ມອີກ. ໂດຍ: ໄຂຄຳ ພົມມະສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ