ກອງພົນທີ 4 ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນຕຸລາ ປີ 2026
ເວລາອອກຂ່າວ: 2026-10-06 09:12:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 449 | ຄວາມນິຍົມ: ![]()
ວັນທີ 5 ຕຸລາ 2026 ນີ້, ກອງພົນທີ 4 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດປະຈຳເດືອນຕຸລາ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເຂັມພອນ ມູນທະດີ ຫົວໜ້າການທະຫານ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນ, ອົງການ 5 ຫ້ອງ, ພະແນກການ, ກອງຮ້ອຍ 176 (ປ້ອງກັນທີ່ຕັ້ງ) ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ເຂັມພອນ ມູນທະດີ ໄດ້ລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນ 1 ເດືອນຜ່ານມາ ແລະ ວາງທິດທາງແຜນການໃນເດືອນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕ່າງໆ ຂອງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ພ້ອມທັງ,ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ກອງພົນທີ 4 ວາງອອກຢ່າງເຂັ້ມງວດ ເວົ້າລວມ, ເວົ້າສະເພາະ ສືບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນການວຽກງານ ປັບປຸງກໍ່ສ້າງກົມກອງໃຫ້ເປັນປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານອົບຮົມ-ຫັດແອບປະຈໍາໄຕມາດ, ຖືສໍາຄັນວຽກປັບປຸງກໍ່ສ້າງກໍາລັງ, ລະບົບປະຈໍາການ ແລະ ການປະຕິບັດ 7 ລະບອບ 18 ວຽກ ໃຫ້ເຂັມງວດ ເຮັດສຳເລັດໜ້າທີ່ຕາມຄາດໝາຍທີ່ວາງໄວ້.
ຈາກນັ້ນ, ໄດ້ຮັບຊົົມການເດີນຂະບວນສວນສະໜາມ ຂອງກ້ອນກໍາລັັງອົງການ 5 ຫ້ອງ ແລະ ກອງຮ້ອຍປ້ອງກັນທີ່ຕັ້ງ ຕື່ມອີກ.
ໂດຍ: ພອນເທບ ຈອມມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















