ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ດ່ານສາກົນ ຂົວມິດຕະພາບ 3
ເວລາອອກຂ່າວ: 2026-10-06 09:14:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 417 | ຄວາມນິຍົມ:



ວັນທີ 2 ຕຸລາ 2026 ນີ້, ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ດ່ານສາກົນ ຂົວມິດຕະພາບ 3 ໂດຍມີຄະນະຄຸ້ມຄອງດ່ານ, ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ພູຊະນະ ໄຊໂກສີ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 3 ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ພົ້ນເດັ່ນ ໃນໄລຍະ 9 ເດືອນ ປີ 2026 ໃຫ້ຮູ້ວ່າ: ດ້ານການຈັດເກັບລາຍຮັບສາມາດປະຕິບັດໄດ້ 1.085.127.000.000 ກີບ ເທົ່າກັບ 84% ຂອງແຜນການປີ ສະເພາະການປະຕິບັດລາຍຮັບໃນໄລຍະເດືອນກັນຍາ 2026 ປະຕິບັດໄດ້ 104 ຕື້ກີບ ບັນລຸ 154% ຂອງແຜນການເດືອນ, ຜົນການຈັດເກັບລາຍຮັບໃນງວດ III ປີ 2026 ປະຕິບັດໄດ້ 337 ຕື້ກວ່າກີບ ບັນລຸເກີນແຜນ 196% ຂອງແຜນການງວດ ເພີ່ມຂຶ້ນ 32,97% ທຽບໃສ່ກັບໄລຍະດຽວກັນ ຂອງປີ 2025. ພ້ອມນັ້ນ, ຍັງໄດ້ສະເໜີຂໍ້ທິດ ແລະ ແນວທາງແກ້ໄຂການຍ້າຍຈຸດບໍລິການ, ສະເໜີປັບປຸງມາດຕະການອັດຊ່ອງຫວ່າງຕ່າງໆ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ ຕື່ມອີກ. ໂອກາດນີ້, ທ່ານ ໝັ້ນຍືນ ຄິນສະໝອນ ໄດ້ເນັ້ນໃຫ້ຄະນະຄຸ້ມຄອງດ່ານ ມີການກໍານົດຄືນຈໍານວນພະນັກງານພາຍໃນດ່ານ ເພື່ອຕອບສະໜອງໃຫ້ພຽງພໍ ແລະ ແທດເໝາະກັບສະພາບຄວາມເປັນຈິງ ຂອງໜ້າທີ່ວຽກງານ ເປັນຕົ້ນແມ່ນໃຫ້ມີການກໍານົດຕໍາແໜ່ງງານ ຂອງແຕ່ລະຂະແໜງການຄືນໃໝ່ ພ້ອມກັນນັ້ນຕ້ອງໄດ້ມີການຍົກລະດັບ, ບໍາລຸງສ້າງພະນັກງານໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມຊໍານານງານ, ໃຫ້ມີການປັບປຸງແບບແຜນວິທີເຮັດວຽກ, ກົນໄກການປະສານງານ, ພາລະບົດບາດ, ຂອບເຂດ, ສິດ, ໜ້າທີ່ ແລະ ມອບໃຫ້ເຈົ້າໜ້າທີ່ແຕ່ລະຂະແໜງການພາຍໃນດ່ານ ເພີ່ມທະວີຄວາມຮັບຜິດຊອບ ຂອງຕົນເອງໃຫ້ສູງຂຶ້ນ, ເອົາໃຈໃສ່ໃນການຕິດຕາມກວດກາພາຫະນະ, ສິນຄ້າ ແລະ ຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດ, ເອົາໃຈໃສ່ຕິດຕາມ, ກວດກາ, ແກ້ໄຂປະກົດການຫຍໍ້ທໍ້ພາຍໃນດ່ານເຊັ່ນ: ການສະກັດກັ້ນການລັກລອກນໍາເຂົ້າ-ສົ່ງອອກ ສິ່ງຜິດກົດໝາຍ, ການຮັກສາຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ, ພ້ອມທັງມີທິດທາງແຜນການໃນການຫັນເອົາດ່ານໃຫ້ກຸ້ມຕົນເອງທາງດ້ານງົບປະມານລາຍຈ່າຍບໍລິຫານ. ໂດຍ: ແດງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ