ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ພະຈິກ 2026

  

ໂຮງໝໍ​ບໍລິເວນ 101 ກອງທັບ ຈັດ​ຕັ້ງ​ອອກແຮງ​ງານ​ລວມ
ເວລາອອກຂ່າວ: 2026-10-06 09:16:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 223 | ຄວາມນິຍົມ:



ເພື່ອ​ປະຕິບັດ​ໃຫ້​ຖືກຕ້ອງ​ຕາມ​ຫຼັກການ​ອະນາ​ໄມ 3 ສະ ອາດ​ຂອງ​ພະ​ແນກ​ສາທາລະນະ​ ສຸ​ກວາງ​ອອກ, ໃນ​ວັນ​ທີ 30 ກັນຍາ 2026, ໂຮງໝໍ​ບໍລິເວນ 101 ກອງທັບ ໄດ້​ຈັດ​ຕັ້ງ​ສ້າງ​ຂະ​ບວນ​ການ​ອອກແຮງ​ງານ​ລວມ, ໂດຍ​ມີ ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ຂະ​ບວນ​ການ​ອອກແຮງ​ງານ​ລວມ​ໃນ​ຄັ້ງ​ນີ້, ພະນັກງານ-ນັກ ຮົບ ໄດ້​ຮ່ວມ​ກັນ​ເກັບ​ກວາດ​ໃບ​ໄມ້ ແລະ ເສດ​ຂີ້​ເຫຍື້ອ, ຕັດ​ ຫຍ້າ, ຖາງ​ປ່າ​ຫຍ້າ​ບ່ອນ​ຮົກເຮື້ອ ພ້ອມ​ທັງ ຈັດ​ລະບຽບ​ສະຖານທີ່​ບໍລິເວນ​ຮອບ​ໂຮງໝໍ, ການ​ອອກແຮງ​ງານ​ດຳເນີນ​ໄປ​ດ້ວຍ​ບັນຍາ ກາດ​ຟົດຟື້ນ, ມີ​ຄວາມ​ສາມັກຄີ ແລະ ມີ​ຄວາມ​ເອົາໃຈໃສ່ ເຊິ່ງ​ສະແດງ​ໃຫ້​ເຫັນ​ເຖິງ​ຈິດໃຈ​ຮັບຜິດຊອບ​ຮ່ວມ​ກັນ​ຂອງພະນັກ ງານ-ນັກຮົບ ພ້ອມ​ນີ້, ຍັງ​ເປັນ​ການ​ສ້າງ​ຈິດ​ສຳນຶກ​ໃຫ້​ພະນັກ ງານ-ນັກຮົບ ຮ່ວມ​ກັນ​ຮັກສາ​ອະນາໄມ  ແລະ ຮັກສາ​ສະພາບ​ແວດ​ລ້ອມ​ໃນ​ບ່ອນ​ເຮັດ​ວຽກ​ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ສະອາດ​ງາມ​ຕາ​ເອື້ອ​ອຳນວຍ​ຄວາມ​ສະດວກ​ຕໍ່​ການ​ປະຕິບັດ​ໜ້າທີ່​ຂອງ​ແພດ​ໝໍ ແລະ ໃຫ້​ແກ່​ຜູ້​ຄົນ​ທີ່​ເຂົ້າ​ມາ​ຮັບ​ບໍລິການ​ປິ່ນປົວ. ໂດຍ: ສົມ​ຫວັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ