ຄະນະນຳ ວປກ ອວຍພອນ ຄະນະນຳ ໂຮງຮຽນທິດສະດີການເມືອງກອງທັບ
ເວລາອອກຂ່າວ: 2026-10-06 10:02:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 703 | ຄວາມນິຍົມ: ![]()
ວັນທີ 2 ຕຸລາ 2026 ນີ້, ຄະນະນຳ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ນຳໂດຍ ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ຄະນະນຳ ໂຮງຮຽນທິດສະດີການເມືອງກອງທັບ, ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ປອ ທີມສາວ ດວງຈຳປາ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຕາງໜ້າຄະນະພັກ-ຄະນະອໍານວຍການ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ກ່າວອວຍພອນ ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ໃຫ້ຄະນະພັກ-ຄະນະອໍານວຍການ, ພະນັກງານຄູ-ອາຈານ ແລະ ພະນັກງານ-ນັກຮົບ ທົ່ວໂຮງຮຽນທິດສະດີການເມືອງກອງທັບ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ການເມືອງ ທີ່ມີກຽດສະຫງ່າຂອງຕົນ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ທີມສາວ ດວງຈຳປາ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ພົນຕີ ພັນແສງ ບຸນພັນ ພ້ອມດ້ວຍຄະນະ ແລະ ອວຍພອນຄືນໃຫ້ສະຫາຍ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສຳເລັດໃນໜ້າທີ່ການເມືອງ ຂອງຕົນເຊັ່ນດຽວກັນ.
ຈາກນັ້ນ, ໄດ້ຮ່ວມກັນສ້າງຂະບວນການແຂ່ງຂັນກິລາເຕະບານ ແລະ ກິລາເປຕັງມິດຕະພາບ ເພື່ອເສີມສ້າງຄວາມສາມັກ ລະຫວ່າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກັບ ໂຮງຮຽນທິດສະດີການເມືອງກອງທັບ ໃຫ້ແໜ້ນແຟ້ນຍິ່ງ ຂຶ້ນ, ທັງເປັນການສ້າງຂະບວນການຂໍ່ານັບຕ້ອນຮັບວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ແລະ ວັນສ້າງຕັ້ງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄົບ 30 ປີ ຢ່າງເປັນຂະບວນການຟົດຟື້ນ ແລະ ມ່ວນຊື່ນ.
ໂດຍ: ເຂັງພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















