ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກົມໃຫຍ່ການເມືອງກອງທັບ ມອບເງິນອຸປະຖຳໃຫ້ສະມາຄົມຄົນພິການແຫ່ງຊາດລາວ
ເວລາອອກຂ່າວ: 2026-10-06 13:21:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 646 | ຄວາມນິຍົມ:



ວັນທີ 6 ຕຸລາ 2026 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ມອບເງິນອຸປະຖຳຈຳນວນ 15.000.000 ກີບ ໃຫ້ສະມາຄົມຄົນພິການແຫ່ງຊາດລາວ ໂດຍຕາງໜ້າກ່າວມອບ ຂອງສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ແລະ ກ່າວຮັບໂດຍ ສະຫາຍ ທຳນຽງ ທຳມະວົງ ອຳນວຍການ ສະມາຄົມຄົນພິການແຫ່ງຊາດລາວ ພ້ອມດ້ວຍຄະນະ. ‎ ໂອກາດນີ້, ສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ໄດ້ກ່າວວ່າ: ການມອບເງິນອຸປະຖໍາໃນຄັ້ງນີ້, ເພື່ອເປັນການປະກອບສ່ວນຊຸກຍູ້ກິດຈະກຳຕ່າງໆ ຂອງສະມາຄົມຄົນພິການແຫ່ງຊາດລາວ ໃຫ້ເກີດປະໂຫຍດ. ຈາກນັ້ນ, ສະຫາຍ ທຳນຽງ ທຳມະວົງ ໄດ້ສະແດງຄວາມຂອບໃຈ ຕໍ່ກົມໃຫຍ່ການເມືອງກອງທັບ ກໍຄືກະຊວງປ້ອງກັນປະເທດ ທີ່ໄດ້ມອບເງິນອຸປະຖໍາ ປະກອບສ່ວນຊຸກຍູ້ກິດຈະກຳຕ່າງໆ ທີ່ສະມາຄົມຄົນພິການແຫ່ງຊາດລາວ ຈັດຂຶ້ນ. ພ້ອມທັງ, ອວຍພອນໃຫ້ຄະນະນຳກົມໃຫຍ່ການເມືອງກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ. ໂດຍ: ວັນນະລັກ ວົງພົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ