ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຄູ ຄືເສັ້ນທາງ ແຫ່ງແສງສະຫວ່າງ ແລະ ຄວາມຫວັງ
ເວລາອອກຂ່າວ: 2026-10-06 13:31:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 812 | ຄວາມນິຍົມ:



ວັນຄູແຫ່ງຊາດ ເປັນວັນທີ່ປວງຊົນລາວທັງຊາດ ໄດ້ພ້ອມກັນຫວນຄືນເຖິງມູນເຊື້ອອັນສະຫງ່າລາສີ, ຜົນງານອັນໃຫຍ່ຫຼວງ ແລະ ຄຸນງາມຄວາມດີ ຂອງຄູ-ອາຈານ ຜູ້ທີ່ໄດ້ອຸທິດຕົນ ດ້ວຍຄວາມເສຍສະຫຼະທັງກຳລັງກາຍ, ກຳລັງໃຈ ແລະ ສະຕິປັນຍາ ໃນການອົບຮົມສັ່ງສອນລູກຫຼານ ໃຫ້ກາຍເປັນພົນລະເມືອງດີ ຂອງສັງຄົມ. ສະຫາຍ ພົນຈັດຕະວາ ປອ ທິມສາວ ດວງຈຳປາ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນ ທິດສະດີການເມືອງກອງທັບ ໄດ້ໃຫ້ທັດສະນະ ແລະ ສະແດງຄວາມຮູ້ສຶກ ຕໍ່ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 32 ປີວ່າ: ໃນຕົ້ນສະຕະວັດ XIX, ປີ ຄສ 1905 ຄົນລາວໄດ້ເຂົ້າໂຮງຮຽນມີໜ້ອຍທີ່ສຸດ ໃນນັ້ນ, ໄດ້ມີຜູ້ໜຶ່ງ ຊື່ທ້າວ ຄຳ ໄດ້ຮຽນຈົບ ຫ້ອງ ປີ 6, ໄດ້ເຂົ້າຮ່ວມເຝິກອົບຮົມຄູ ແລະ ໄດ້ບັນຈຸເຂົ້າເປັນຄູສອນ ແຕ່ວັນທີ 7 ຕຸລາ 1907 ເຊິ່ງຕະຫຼອດຊີວິດການເຄື່ອນໄຫວປະຕິວັດ ຂອງນາຍຄູຄຳ ນອກຈາກເຮັດໜ້າທີ່ການສຶກສອນແລ້ວ ເພິ່ນຍັງໄດ້ເຂົ້າຮ່ວມຂະບວນການນຳພາປະຊາຊົນລາວ ລຸກຂຶ້ນຕໍ່ຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນ (ເຊິ່ງໄດ້ຜ່ານຄວາມຫຍຸ້ງຍາກລຳບາກ ເຕັມໄປດ້ວຍຄວາມເສຍສະຫຼະ ແລະ ໄດ້ຮັບໄຊຊະນະເປັນກ້າວໆ ມາ, ສາມາດສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ຜົນງານໄຊຊະນະອັນຍິ່ງໃຫຍ່ ແລະ ຊື່ສຽງ ຂອງຊາດລາວ, ຄົນລາວ ໂດຍສະເພາະແມ່ນຜົນງານ, ຄຸນງາມຄວາມດີ ຂອງນາຍຄູຄຳ ໄດ້ດັ່ງກ້ອງໄປທົ່ວໂລກ). ສະຫາຍ ພົນຈັດຕະວາ ປອ ທິມສາວ ດວງຈຳປາ ໄດ້ກ່າວຕື່ມວ່າ: ໃນໄລຍະຜ່ານມາ, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ເປັນເຈົ້າການສູ້ຊົນປະຕິບັດໜ້າທີ່ ການຮຽນ-ການສອນ ໃຫ້ລະບົບບຳລຸງ ມີ 12 ເປົ້າໝາຍ ແລະ ລະບົບກໍ່ສ້າງ ມີ 3 ເປົ້າໝາຍ ເຊິ່ງເນື້ອໃນສິດສອນລວມມີ: ຫຼັກມູນພື້ນຖານທິດສະດີ ມາກ-ເລນິນ, ແນວທາງການເມືອງ-ການທະຫານຂອງພັກ, ແນວຄິດ ໄກສອນ ພົມວິຫານ, ກົດໝາຍ ຂອງລັດ ແລະ ກົດລະບຽບ ຂອງກອງທັບ; ທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງດຳເນີນວຽກງານພັກ-ວຽກງານການເມືອງໃນກອງທັບ; ປະຫວັດສາດ, ມູນເຊື້ອ ຂອງຊາດ, ຂອງພັກ, ຂອງກອງທັບ, ພາກຜົນງານພັດທະນາ ຂອງປະເທດຊາດ, ການເຕີບໃຫຍ່ເຂັ້ມແຂງ ຂອງກອງທັບ ແລະ ການຂະຫຍາຍຕົວ ຂອງບັນດາກົມກອງ, ທ້ອງຖິ່ນ. ພ້ອມດຽວກັນນີ້, ຍັງໄດ້ແນໃສ່ດ້ານການທະຫານ: ສິດສອນດ້ານທິດສະດີ, ຫຼັກການສູ້ຮົບຂຶ້ນຍຸດທະວິທີ, ຍຸດທະບັ້ນຮົບ, ຫຼັກການບັນຊາ-ເສນາ ແລະ ການນຳໃຊ້ກຳລັງເຫຼົ່າຮົບ, ບາງການຕັດສິນໃຈສູ້ຮົບເທິງແຜນທີ່ ແລະ ພູມີປະເທດຕົວຈິງ ສອດຄ່ອງກັບຈຸດພິເສດສະພາບແວດລ້ອມ ແລະ ເງື່ອນໄຂຕົວຈິງ ຂອງກົມກອງ, ທ້ອງຖິ່ນ. ສັງລວມແລ້ວ, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ສູ້ຊົນປະຕິບັດໜ້າທີ່ບຳລຸງ ແລະ ກໍ່ສ້າງນາຍທະຫານການເມືອງ ອອກໄປປະຕິບັດໜ້າທີ່ ຢູ່ບັນດາອົງການ, ກົມກອງກຳລັງທ້ອງຖິ່ນແລ້ວ 1.800 ກວ່າສະຫາຍ ສົມແລ້ວກັບຄຳທີ່ວ່າ: ຄູ ຄືເສັ້ນທາງ ແຫ່ງແສງສະຫວ່າງ ແລະ ຄວາມຫວັງ. ເພື່ອເປັນການກະກຽມລະນຶກເຖິງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 32 ປີນີ້, ຄະນະພັກ-ຄະນະອຳນວຍການ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດຕັ້ງປະຕິບັດຂະບວນການຕ່າງໆ ທີ່ປິ່ນອ້ອມໜ້າທີ່ການສອນ-ການຮຽນ ເຊິ່ງໄດ້ສຸມໃສ່ຂະບວນການແຂ່ງຂັນ ຄູສອນດີ-ສອນເກັ່ງ, ນັກຮຽນດີ-ຮຽນເກັ່ງ, ສ້າງຂະບວນການອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ, ແຂ່ງຂັນປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງກອງທັບ ແລະ ຂໍ້ກຳນົດ ຂອງໂຮງຮຽນ, ສ້າງຂະບວນແຂ່ງຂັນສິລະປະ-ວັນນະຄະດີ ເພື່ອສ້າງບັນຍາກາດເບີກບານມ່ວນຊື່ນ ຕິດພັນກັບອະນາໄມ ປະດັບປະດາຄ້າຍຄູໃຫ້ສະອາດຈົບງາມ. ສະຫາຍ ພັນໂທ ປອ ບຸນມີໄຊ ວິຄຳພັນ ຮອງຫົວໜ້າພະແນກຄູສອນເສດຖະສາດການເມືອງ ມາກ-ເລນິນ ທັງເປັນອາຈານສອນ ຢູ່ໃນໂຮງຮຽນທິດສະດີການເມືອງທັບ ໄດ້ສະແດງຄວາມຮູ້ສຶກວ່າ: ຄູ ແມ່ນຜູ້ທີ່ອຸທິດຕົນໃນການຖ່າຍທອດຄວາມຮູ້ວິຊາສະເພາະ ພ້ອມທັງ ກໍ່ສ້າງ ແລະ ອົບຮົມນາຍທະຫານ, ນັກຮຽນ ແລະ ປັນຍາຊົນ ໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອໄປປະຕິບັດໜ້າທີ່ຮັບໃຊ້ປະເທດຊາດໃນທຸກຂົງເຂດວຽກງານ ທັງເປັນຜູ້ເສຍສະຫຼະອັນສູງສົ່ງ ຜ່ານປະຫວັດສາດອັນຍາວນານ ຕັ້ງແຕ່ຍຸກ ຂອງນາຍຄູຄຳ ຈົນເຖິງປັດຈຸບັນ, ຄູ-ອາຈານ ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແລະ ເສຍສະຫຼະກຳລັງກາຍ-ກຳລັງໃຈມະຫາສານ ເພື່ອເຮັດໜ້າທີ່ "ແມ່ພິມ ຂອງຊາດ". ຕົນເອງໃນນາມຄູສອນຜູ້ໜຶ່ງ ສຸດທີ່ມີຄວາມພາກພູມໃຈໃນວິຊາຊີບ ຖັນແຖວຄູ-ອາຈານ ຈະສູ້ຊົນໃນການກະກຽມປຶ້ມຕຳລາ, ຄົ້ນຄວ້າເອກະສານ ແລະ ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຖ່າຍທອດຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານ-ນັກຮົບ ເພື່ອໃຫ້ເຊື່ອມຊຶມແນວທາງ ຂອງພັກ ໃຫ້ໄດ້ຮັບຜົນ ທັງຄຸນນະພາບ ແລະ ປະລິມານ. ສະຫາຍ ພັນໂທ ອຸ່ນຄຳ ປັນທະວີຄູນ ແລະ ສະຫາຍ ພັນໂທ ນາງ ວິລັດດາ ຈັນທະມາດ ໄດ້ຕາງນັກສຶກສາກໍ່ສ້າງທິດສະດີ ມາກ-ເລນິນ ລະບົບ 10 ເດືອນ ສະແດງຄວາມຮູ້ບຸນຄຸນ ຕໍ່ ຄູ-ອາຈານ ຜູ້ທີ່ໄດ້ອຸທິດຕົນ ດ້ວຍຄວາມເສຍສະຫຼະ ທັງກຳລັງກາຍ, ກຳລັງໃຈ ແລະ ປັນຍາ ໃນການຖ່າຍທອດຄວາມຮູ້ວິຊາສະເພາະ ພ້ອມທັງ, ອົບຮົມສັ່ງສອນໃຫ້ເຕີບໃຫຍ່ກາຍເປັນພົນລະເມືອງດີ, ເປັນນາຍທະຫານການເມືອງ ແລະ ເປັນຜູ້ທີ່ມີຄວາມຮູ້ ຄວາມສາມາດ ເພື່ອຮັບໃຊ້ປະເທດຊາດໃນທຸກຂົງເຂດວຽກງານ, ຂໍອວຍພອນໄຊ ມາຍັງຄູ-ອາຈານ ທົ່ວປະເທດ ເວົ້າສະເພາະ ໃນໂຮງຮຽນທິດສະດີການເມືອງກອງທັບ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດຍິ່ງໆ ຂຶ້ນ ໃນພາລະກິດອັນສູງສົ່ງ ຂອງການບຳລຸງ-ກໍ່ສ້າງຊັບພະຍາກອນມະນຸດ ແລະ ສືບຕໍ່ເປັນ "ແມ່ພິມ ຂອງຊາດ" ທີ່ໜ້າເຄົາລົບຮັກ, ພວກເຮົາຈະສືບຕໍ່ຕັ້ງໃຈສຶກສາຮໍ່າຮຽນ, ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ນຳເອົາຄວາມຮູ້ ທີ່ຄູໄດ້ສັ່ງສອນ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ໃຫ້ເກີດຜົນປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ກົມກອງ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ