ວປກ ສະເຫຼີມສະຫຼອງວັນຄູແຫ່ງຊາດ
ເວລາອອກຂ່າວ: 2026-10-06 14:11:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 708 | ຄວາມນິຍົມ: ![]()
ວັນທີ 6 ຕຸລາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026) ໂດຍການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວປກ, ມີ ສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ກຳມະການສຳຮອງສູນກາງພັກ, ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະຊ່ຽວຊານ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ຄຳສອນ ແກ້ວບຸນປັນ ຫົວໜ້າຄະນະວິຊາຄູຍຸດທະບັ້ນຮົບ ໄດ້ຜ່ານບົດຜົນງານ ຂອງຄູ-ອາຈານ ຢູ່ ວປກ ແລະ ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນ ຂອງວັນຄູແຫ່ງຊາດ ເພື່ອໃຫ້ພະນັກງານ-ນັກຮົບ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ ຂອງວັນຄູແຫ່ງຊາດ ເຊິ່ງຕະຫຼອດໄລຍະ 32 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ຄູ-ອາຈານ ໄດ້ມີບົດບາດອັນສຳຄັນ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຊິ່ງບໍ່ມີໃຜ ແລະ ສັງຄົມໃດ ຈະປະຕິເສດໄດ້, ຄູ-ອາຈານ ໄດ້ເຮັດໜ້າທີ່ໃນການພັດທະນາຊັບພະຍາກອນມະນຸດ, ຊ່ວຍໃຫ້ປະເທດຊາດຍືນຍົງ ແລະ ໝັ້ນຄົງ. ສະນັ້ນ, ຄຳວ່າ: ຄູ ໝາຍເຖິງຄົນຜູ້ທີ່ມີຄວາມຮູ້ ຄວາມສາມາດ ພ້ອມກັບປະສົບປະການຕົວຈິງ ເຊິ່ງບຸກຄົນນັ້ນ, ສາມາດຖ່າຍທອດຄວາມຮູ້ ແລະ ປະສົບການໄປສູ່ຜູ້ອື່ນໆ. ຮູບການຖ່າຍທອດຄວາມຮູ້ ຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້ເອີ້ນວ່າ: ການສອນ ແລະ ການຮຽນ ຫຼື ເວົ້າລວມແມ່ນຮູບແບບການສຶກສາ, ຮູບແບບການສຶກສານີ້ ໄດ້ສະທ້ອນເຖິງ 4 ບາດກ້າວບຸກທະລຸ ທີ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກວາງອອກ ໃນນັ້ນ, ການສອນ-ການຮຽນ ໄດ້ຖືເປັນສຳຄັນເປັນບາດກ້າວທະລຸທາງດ້ານຈິນຕະນາການ ແລະ ທາງດ້ານການພັດທະນາຊັບພະຍາກອນມະນຸດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຖືເອົາການປັບປຸງໂຄງການຫຼັກສູດ, ລະບຽບການຄຸ້ມຄອງ ແລະ ຍົກລະດັບ ສຸມໃສ່ສ້າງຖັນແຖວຄູ-ອາຈານ ໃຫ້ໄດ້ມາດຖານດ້ານວິຊາການ ແລະ ຈັນຍາບັນ ໃຫ້ມີທັງດ້ານປະລິມານ ແລະ ຄຸນນະພາບສອນທີ່ດີ ເຊິ່ງການບຸກທະລຸ ທັງສອງດ້ານນີ້ ຍັງແມ່ນຄວາມຈຳເປັນພາວະວິໄສ ແລະ ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອຜ່າມ້າງຈິນຕະນາການເກົ່າ ທີ່ຍັງຄົງຄ້າງ ແລະ ທັບມ້າງທຸກທ່າອ່ຽງແນວຄິດຈິດໃຈ ທີ່ຈະພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ພ້ອມທີ່ຈະຍົກສູງຄວາມສາມາດປະດິດສ້າງໃນການຄົ້ນຄວ້າ, ໝູນໃຊ້ທິດສະດີ ແລະ ວິທີການແບບໃໝ່ ເຂົ້າໃນການແກ້ໄຂບັນຫາຕ່າງໆ ຢ່າງຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ຂອງການພັດທະນາຊັບພະຍາກອນມະນຸດ ຂອງຊາດ, ສ້າງຕົນເອງໃຫ້ກາຍເປັນຄູສອນທີ່ດີ, ຄູສອນເກັ່ງ, ຮັກສາມູນເຊື້ອອັນສະຫງ່າງາມ ໃນນາມແສງທຽນຂອງຊາດ, ຂອງພັກ ໃຫ້ໝັ້ນຄົງ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງໜັກແໜ້ນ.
ໃນພິທີ ຍັງໄດ້ມອບໃບຢັ້ງຢືນໃຫ້ຄູສອນດີ-ສອນເກັ່ງ ຂັ້ນ ວປກ ແລະ ຕາງໜ້ານັກສຶກສາ ໄດ້ມອບກະຕ່າຂອງຂວັນ-ກະຕ່າດອກໄມ້ ໃຫ້ແກ່ຄະນະຊ່ຽວຊານຈີນ, ຣັດເຊຍ ແລະ ຄູ-ອາຈານ ຕື່ມອີກ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ເນັ້ນໜັກຫຼາຍບັນຫາສຳຄັນຕໍ່ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ໃຫ້ສືບຕໍ່ເຊື່ອມຊຶມ, ກຳແໜ້ນແນວທາງແຜນນະໂຍບາຍ ຂອງພັກ ເວົ້າລວມ, ເວົ້າສະເພາະ ແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ກຳແໜ້ນບັນດາມະຕິ, ຄຳສັ່ງ ຂອງກົມການເມືອງສູນກາງພັກ, ຂໍ້ກຳນົດ, ກົດໝາຍ ຂອງລັດ, ບັນດາໜ້າທີ່ ແລະ ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນໜ້າທີ່ຍຸດທະສາດ ແລະ ຄຳຂວັນ ຂອງ ວປກ ບົນພື້ນຖານເປັນເຈົ້າການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ ແລະ ມີຄຸນນະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນເງື່ອນໄຂສະພາບການໃໝ່, ເພີ່ມທະວີ ແລະ ເສີມຂະຫຍາຍພາລະບົດບາດໜ້າທີ່ຄວາມຮັບຜິດຊອບ, ທັດສະນະເປັນແບບຢ່າງນຳໜ້າຂອງຄູ ໃຫ້ສົມກັບຖານະນາມທີ່ສັງຄົມໃຫ້ນາມມະຍົດອັນສູງສົ່ງ ວ່າ: ແມ່ພິມ ຂອງຊາດ, ເອົາໃຈໃສ່ປັບປຸງໂຄງການຫຼັກສູດ, ເອກະສານຄົ້ນຄວ້າ, ຕຳລາສິດສອນ, ແຫຼ່ງຂໍ້ມູນຂ່າວສານດ້ານວິທະຍາສາດ-ເຕັກໂນໂລຊີ ຂອງໂລກ, ພາກພື້ນ ເພື່ອເລືອກເຟັ້ນເອົາອັນຍອດຍິ່ງມາໝູນໃຊ້ເຂົ້າໃນແຕ່ລະເປົ້າໝາຍ ພ້ອມທັງ, ວາງແຜນວິທີສິດສອນໃຫ້ສອດຄ່ອງ ແນໃສ່ຍົກຄຸນນະພາບການຮຽນ-ການສອນ ໃຫ້ສູງກວ່າເກົ່າ, ສ້າງເປັນພື້ນຖານບ່ອນອີງ ໃຫ້ແກ່ການເຊື່ອມໂຍງເຂົ້າກັບບັນດາສະຖາບັນ, ວິທະຍາຄານ, ວິທະຍາໄລປ້ອງກັນຊາດ ຂອງບັນດາປະເທດໃນໂລກ ແລະ ພາກພື້ນ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນຮອບດ້ານ ໂດຍສະເພາະແມ່ນດ້ານຄຸນທາດການເມືອງ, ຄຸນສົມບັດຈັນຍາບັນ ຂອງຄູ, ລະດັບຄວາມຮູ້ ຄວາມສາມາດດ້ານວິຊາການ, ມີຄວາມຊຳນິຊຳນານໃນຂະແໜງການຕົນເອງຮັບຜິດຊອບ, ສາມາດເປັນຜູ້ຊ່ວຍ ແລະ ຊ່ຽວຊານ ທີ່ໜ້າເຊື່ອຖືໃນຂົງເຂດວຽກງານການເມືອງ, ການທະຫານ, ເສດຖະກິດ-ສັງຄົມ ຕາມສິດຂອບເຂດຄວາມຮັບຜິດຊອບ, ສາມາດເຮັດສຳເລັດທຸກໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້.
ໂດຍ: ຈອນນີ້ ອິນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















