ຄູ ຄືເສັ້ນທາງແຫ່ງແສງສະຫວ່າງ ແລະ ຄວາມຫວັງ
ເວລາອອກຂ່າວ: 2026-10-07 09:30:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 175 | ຄວາມນິຍົມ: ![]()
“ວັນຄູແຫ່ງຊາດ”ເປັນວັນ ທີ່ປວງຊົນລາວທັງຊາດ ໄດ້ພ້ອມກັນຫວນຄືນເຖິງມູນເຊື້ອອັນສະ ຫງ່າລາສີ, ຜົນງານອັນໃຫຍ່ຫຼວງ ແລະ ຄຸນງາມຄວາມດີຂອງພໍ່ແມ່ ຄູ-ອາຈານ ຜູ້ທີ່ໄດ້ອຸທິດຕົນດ້ວຍຄວາມເສຍສະຫຼະທັງກຳລັງກາຍ, ກຳລັງໃຈ ແລະ ສະຕິປັນຍາ ໃນການອົບຮົມສັ່ງສອນລູກຫຼານ ໃຫ້ກາຍເປັນພົນລະເມືອງທີ່ດີຂອງສັງຄົມ.
ສະຫາຍ ພົນຈັດຕະວາ ປອ ທິມສາວ ດວງຈຳປາ ຫົວໜ້າການເມືອງ ໂຮງຮຽນທິດສະດີ ການເມືອງກອງທັບ ໄດ້ໃຫ້ທັດ ສະນະ ແລະ ສະແດງຄວາມຮູ້ ສຶກຕໍ່ວັນຄູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 32 ປີວ່າ: ໃນຕົ້ນສະ ຕະວັດທີ XIX, ປີ ຄສ 1905 ຄົນລາວ ໄດ້ເຂົ້າໂຮງຮຽນແມ່ນມີໜ້ອຍທີ່ສຸດ ໃນນັ້ນ, ໄດ້ມີຜູ້ໜຶ່ງ ຊື່ ທ້າວ ຄຳ ໄດ້ຮຽນຈົບ ຫ້ອງ ປ 6, ເຂົ້າຮ່ວມເຝິກອົບຮົມຄູ ແລະ ໄດ້ຮັບບັນຈຸເຂົ້າເປັນຄູສອນ ແຕ່ວັນທີ 7 ຕຸລາ 1907, ເຊິ່ງຕະຫຼອດຊີວິດການເຄື່ອນໄຫວປະຕິວັດ ຂອງນາຍຄູຄຳ, ນອກຈາກເຮັດໜ້າທີ່ການສິດສອນແລ້ວ ເພິ່ນຍັງໄດ້ເຂົ້າຮ່ວມຂະບວນການນຳພາປະຊາຊົນລາວ ລຸກຂຶ້ນຕໍ່ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ເຊິ່ງໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກ ເຕັມໄປດ້ວຍຄວາມເສຍສະຫຼະ ແລະ ໄດ້ຮັບໄຊຊະນະເປັນກ້າວໆມາ, ສາມາດສະຖາປະນາສາທາລະ ນະລັດ ປະຊາທິປະໄຕປະ ຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ຜົນງານໄຊຊະນະອັນຍິ່ງໃຫຍ່ ແລະ ຊື່ສຽງຂອງຊາດລາວ, ຄົນລາວ ໂດຍສະເພາະແມ່ນຜົນງານ, ຄຸນງາມຄວາມດີຂອງນາຍຄູຄຳ ໄດ້ດັງກ້ອງໄປທົ່ວໂລກ.
ສະຫາຍ ພົນຈັດຕະວາ ປອ ທິມສາວ ດວງຈຳປາ ຍັງກ່າວຕື່ມວ່າ: ສຳລັບຄູ-ອາຈານ ຢູ່ໂຮງຮຽນທິດສະດີການເມືອງກອງທັບ ຕະຫຼອດໄລຍະຜ່ານມາ ໄດ້ເປັນເຈົ້າການສູ້ຊົນປະຕິບັດໜ້າທີ່ການຮຽນ-ການສອນໃຫ້ລະບົບບຳລຸງ 12 ເປົ້າໝາຍ ແລະ ລະບົບກໍ່ສ້າງມີ 3 ເປົ້າໝາຍ ເຊິ່ງເນື້ອໃນສິດສອນລວມມີຫຼັກມູນ ພື້ນຖານທິດສະດີມາກ-ເລນິນ, ແນວທາງການເມືອງ-ການທະ ຫານຂອງພັກ, ແນວຄິດໄກສອນ ພົມວິຫານ, ກົດໝາຍຂອງລັດ ແລະ ກົດລະບຽບຂອງກອງ ທັບ; ທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງ ການດຳ ເນີນວຽກງານພັກ-ວຽກງານ ການເມືອງໃນກອງທັບ; ປະ ຫວັດສາດ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ຜົນງານພັດທະນາຂອງປະເທດຊາດ, ການເຕີບໃຫຍ່ເຂັ້ມແຂງຂອງກອງທັບ ແລະ ການຂະຫຍາຍຕົວຂອງບັນດາກົມກອງ, ທ້ອງຖິ່ນ. ພ້ອມດຽວກັນນີ້, ກໍໄດ້ສິດສອນດ້ານການທະຫານ ເປັນຕົ້ນດ້ານ ທິດສະດີ, ຫຼັກການສູ້ຮົບຂັ້ນຍຸດ ທະວິທີ, ຍຸດທະບັ້ນຮົບ, ຫຼັກການບັນຊາ-ເສນາ, ການຕັດສິນໃຈ ສູ້ຮົບເທິງແຜນທີ່ ແລະ ພູມີປະ ເທດຕົວຈິງ ສອດຄ້ອງກັບຈຸດພິເສດສະພາບແວດລ້ອມ ແລະ ເງື່ອນໄຂຕົວຈິງກົມກອງ-ທ້ອງ ຖິ່ນ. ສັງລວມແລ້ວ, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ສູ້ຊົນປະຕິບັດໜ້າທີ່ບຳລຸງ ແລະ ກໍ່ສ້າງນາຍທະຫານການເມືອງ ຈົບອອກໄປປະຕິບັດໜ້າທີ່ຢູ່ບັນ ດາອົງການ, ກົມກອງກຳລັງທ້ອງຖິ່ນແລ້ວ 1.800 ກວ່າສະ ຫາຍສົມແລ້ວກັບຄຳທີ່ວ່າ ຄູຄືເສັ້ນທາງແຫ່ງແສງສະຫວ່າງ ແລະ ຄວາມຫວັງ. ເພື່ອເປັນ ການລະນຶກເຖິງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີນີ້, ຄະ ນະພັກ-ຄະນະອຳນວຍການໂຮງ ຮຽນທິດສະດີການເມືອງກອງທັບ ພວກເຮົາ ກໍໄດ້ສ້າງຂະບວນການຕ່າງໆ ທີ່ປິ່ນອ້ອມໜ້າທີ່ການສອນ-ການຮຽນ ໃນນີ້, ໄດ້ສຸມໃສ່ຂະບວນການແຂ່ງຂັນ ຄູສອນດີ-ສອນເກັ່ງ, ນັກຮຽນດີ-ຮຽນເກັ່ງ, ສ້າງຂະບວນການ ອົບຮົມການເມືອງ, ການທະ ຫານ, ພະລາທິການ-ເຕັກນິກ ປະຈຳປີ, ແຂ່ງຂັນປະຕິບັດຂໍ້ກຳ ນົດ-ກົດລະບຽບຂອງກອງທັບ ແລະ ຂໍ້ກຳນົດຂອງໂຮງຮຽນ, ສ້າງຂະບວນແຂ່ງຂັນສິລະປະ-ວັນນະຄະດີ ເພື່ອສ້າງບັນຍາ ກາດເບີກບານມ່ວນຊື່ນ ຕິດພັນກັບການອະນາໄມປະດັບປະດາຄ້າຍຄູໃຫ້ສະອາດຈົບງາມ.
ສະຫາຍ ພັນໂທ ປອ ບຸນມີໄຊ ວິຄຳພັນ ຮອງຫົວໜ້າພະແນກຄູສອນ ເສດຖະສາດການເມືອງ ມາກ-ເລນິນ ທັງເປັນອາຈານສອນຢູ່ໂຮງຮຽນທິດສະດີການ ເມືອງກອງທັບ ໄດ້ສະແດງຄວາມຮູ້ສຶກວ່າ: ຄູແມ່ນຜູ້ທີ່ອຸທິດຕົນ ໃນການຖ່າຍທອດຄວາມຮູ້ວິຊາສະເພາະ ພ້ອມທັງກໍ່ສ້າງອົບຮົມນາຍທະຫານ, ນັກຮຽນ ແລະ ປັນຍາຊົນໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອໄປປະຕິບັດໜ້າທີ່ຮັບໃຊ້ປະ ເທດຊາດ ໃນທຸກຂົງເຂດວຽກງານ, ທັງເປັນຜູ້ເສຍສະຫຼະອັນສູງສົ່ງ ຜ່ານປະຫວັດສາດອັນຍາວນານ ຕັ້ງແຕ່ຍຸກຂອງນາຍຄູ ຄຳ ຈົນເຖິງປັດຈຸບັນ, ຄູ-ອາຈານ ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳ ບາກ ແລະ ເສຍສະຫຼະກຳລັງກາຍ, ກຳລັງໃຈມະຫາສານ ເພື່ອເຮັດໜ້າທີ່ “ແມ່ພິມຂອງຊາດ”. ຕົນເອງໃນນາມຄູສອນຜູ້ໜຶ່ງ ສຸດທີ່ມີຄວາມພາກພູມໃຈໃນວິຊາຊີບຖັນແຖວຄູ-ອາຈານ, ຈະສູ້ຊົນໃນການກະກຽມປຶ້ມຕຳລາ, ຄົ້ນຄວ້າເອກະສານ ແລະ ສຶກສາອົບຮົມການເມືອງ-ແນວຄິດ ຖ່າຍທອດຄວາມຮູ້, ຄວາມສາມາດໃຫ້ແກ່ ພະນັກງານ-ນັກຮົບ ເພື່ອໃຫ້ເຊື່ອມຊຶມແນວທາງຂອງພັກ ໃຫ້ໄດ້ຮັບຜົນທັງຄຸນນະພາບ ແລະ ປະລິມານ.
ສະຫາຍ ພັນໂທ ອຸ່ນຄຳ ປັນທະວີຄູນ ແລະ ສະຫາຍ ພັນໂທ ນາງ ວິລັດດາ ຈັນທະມາດ ໄດ້ຕາງໜ້ານັກສຶກສາ ກໍ່ສ້າງທິດສະດີມາກ-ເລນິນ ລະບົບ 10 ເດືອນ ກ່າວສະແດງຄວາມຮູ້ບຸນຄຸນຕໍ່ຄູ-ອາຈານ ຜູ້ທີ່ໄດ້ອຸທິດຕົນດ້ວຍຄວາມເສຍສະຫຼະໃນການຖ່າຍທອດຄວາມຮູ້ວິຊາສະເພາະ ພ້ອມທັງອົບຮົມສັ່ງສອນໃຫ້ເຕີບໃຫຍ່ກາຍເປັນພົນລະເມືອງດີ, ເປັນນາຍທະຫານການເມືອງ ແລະ ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ ເພື່ອຮັບໃຊ້ປະເທດຊາດໃນທຸກຂົງເຂດວຽກງານ. ຂໍອວຍພອນໄຊມາຍັງຄູ-ອາຈານ ທົ່ວປະເທດເວົ້າສະເພາະ ໃນໂຮງຮຽນທິດສະດີການເມືອງກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດຍິ່ງໆຂຶ້ນໄປ ໃນພາ ລະກິດອັນສູງສົ່ງຂອງການບຳ ລຸງ-ກໍ່ສ້າງຊັບພະຍາກອນມະ ນຸດ ແລະ ສືບຕໍ່ເປັນ “ແມ່ພິມຂອງຊາດ” ທີ່ໜ້າເຄົາລົບຮັກ. ພວກເຮົາຈະສືບຕໍ່ຕັ້ງໃຈສຶກສາຮໍ່າຮຽນ, ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ນຳເອົາຄວາມຮູ້ທີ່ຄູໄດ້ສັ່ງສອນມາ ໄປໝູນໃຊ້ເຂົ້າ ໃນການປະຕິບັດໜ້າທີ່ວຽກງານ ຕົວຈິງ ໃຫ້ເກີດຜົນປະໂຫຍດສູງ ສຸດຕໍ່ປະເທດຊາດ ແລະ ກົມ ກອງ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















