ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ໄຕມາດ IV ປີ 2026
ເວລາອອກຂ່າວ: 2026-10-07 09:53:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ: ![]()
ກອງບັນຊາການທະຫານແຂວງອັດຕະປືໄດ້ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2026 ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ 2026 ຢູ່ທີ່ສະໂມສອນຊັ້ນ 2 ຂອງກອງບັນຊາການທະ ຫານແຂວງອັດຕະປື, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນເຊີຍ ສີປະເສີດ ຮອງເລຂາພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ມີຄະນະພັກ-ຄະນະບັນຊາ 6 ຫ້ອງ.
ກອງບັນຊາການ ແລະ ຄະນະພັກ-ຄະນະບັນຊາກົມກອງທີ່ຂຶ້ນກັບເຂົ້າຮ່ວມ.
ໃນກອງປະຊຸມ, ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານສະພາບຮອບດ້ານທີ່ພົ້ນເດັ່ນ ຕະຫຼອດໄລຍະ 3 ເດືອນຜ່ານມາ, ສັງລວມແລ້ວເຫັນວ່າຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ, ຈັດຕັ້ງພະນັກ ງານ-ວິຊາການລົງກໍ່ສ້າງຮາກຖານການເມືອງຕາມຂອບເຂດກົມກອງຮັບຜິດຊອບ, ຊີ້ນຳພະ ນັກງານ-ນັກຮົບຈັດຕັ້ງປະຕິບັດຂົງເຂດວຽກງານຕາມພາລະບົດບາດຂອງຕົນ ກໍຄື ຕາມທິດຊີ້ນຳຂອງກະຊວງປ້ອງກັນປະ
ເທດ, ຂອງແຂວງ ແລະ ຂອງກອງບັນຊາການທະຫານແຂວງ, ອັນພົ້ນເດັ່ນແມ່ນວຽກງານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆພາຍໃນກົມກອງ ເປັນຕົ້ນ
ແມ່ນບັນຫາຢາເສບຕິດ, ສາສະ ໜາ, ການລ່າສັດ ແລະ ຄົນເຂົ້າອອກເມືອງຜິດກົດໝາຍ. ພ້ອມດຽວກັນນີ້, ຂົງເຂດວຽກງານອື່ນໆທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຈຸດສຸມ ແລະ ປະສົບຜົນສຳເລັດເປັນຢ່າງດີ.
ໂດຍ: ແສງຫຼ້າ ກຸວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















