ໂຮງຮຽນທະຫານຊາຍແດນ 712 ບໍລິຈາກເລືອດ ຊ່ວຍເພື່ອນມະນຸດດ້ວຍກັນ ແລະ ສັງຄົມ
ເວລາອອກຂ່າວ: 2026-10-07 09:56:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ: ![]()
ໃນວັນທີ 30 ກັນຍາ 2026 ນີ້, ໂຮງຮຽນທະຫານຊາຍແດນ 712 ຮ່ວມກັບສູນເລືອດແຫ່ງຊາດອົງການກາແດງລາວ ໄດ້ຈັດກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ຄັ້ງທີ 2 ງວດທີ 12 ປະຈຳປີ 2026, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ບຸນເພັງ ໄຊສົມບູນ ຫົວໜ້າພະແນກພະລາທິການໂຮງຮຽນທະ ຫານຊາຍແດນ, ນຳທີມໂດຍ ສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຜູ້ປະສານງານຮັບບໍລິຈາກເລືອດກອງທັບ, ມີທ່ານ ນາງ ສຸດາລັດ ຈັນດາລາ ຫົວໜ້າພະແນກປຸກລະດົມບໍລິຈາກເລືອດສະຖາບັນເລືອດແຫ່ງຊາດ, ພ້ອມດ້ວຍຄະນະທີມງານວິຊາການ, ມີຄະນະພັກ-ຄະນະບັນຊາ, ພະ ແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານ-ນັກຮົບ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ທ່ານ ນາງ ສຸດາລັດ ຈັນດາລາ ໄດ້ບັນຍາຍກ່ຽວກັບການບໍລິຈາກເລືອດ ແລະ ຄວາມສຳຄັນກ່ຽວກັບເລືອດ, ເຊິ່ງໄດ້ຍົກໃຫ້ເຫັນບາງຂໍ້ສຳຄັນເປັນຕົ້ນແມ່ນສ່ວນປະກອບຂອງເລືອດ, ເລືອດມີຄວາມສຳຄັນຫຼາຍໃນການຫຼໍ່ລ້ຽງຮ່າງກາຍ ຂອງຄົນເຮົາໃຫ້ມີຊີວິດຢູ່ໄດ້ ໂດຍນຳເອົາສານອາຫານທີ່ຈຳເປັນ, ມີຄຸນຄ່າ ໄປຫາເນື້ອເຫຍື້ອ ແລະ ອະໄວຍະຕ່າງໆຂອງຮ່າງກາຍ, ຖ້າຄົນເຮົາຂາດເລືອດ ທຸກພາກສ່ວນຂອງຮ່າງກາຍ ກໍ່ຈະຕາຍໄປເພາະວ່າບໍ່ໄດ້ຮັບອາຫານຍັງສາມາດກວດພະຍາດຂອງຜູ້ກ່ຽວ ແລະ ຮູ້ໝວດເລືອດຂອງຕົນເອງນຳອີກ, ສຳ ລັບເງື່ອນໄຂບໍລິຈາກເລືອດ ມີດັງນີ້: ທ່ານຕ້ອງຮູ້ສຶກສະບາຍໃຈ, ສຸຂະພາບແຂງແຮງດີ, ມີອາຍຸ ລະຫວ່າງ 17-60 ປີ (ເພດຍິງ), ອາຍຸ ລະຫວ່າງ 17-65 ປີ (ເພດຊາຍ), ມີນ້ຳໜັກ 45 ກິໂລກຼາມຂຶ້ນໄປ, ບໍ່ມີປະຫວັດສ່ຽງຕໍ່ການຕິດເຊື້ອພະຍາດຕ່າງໆ ທີ່ນຳສົ່ງຜ່ານທາງເລືອດ, ບໍ່ມີປະຫວັດເປັນພະຍາດຕົວເຫຼືອງ, ຕາເຫຼືອງມາກ່ອນ, ໃນນີ້, ຜູ້ຈະເອົາເລືອດອອກ ຕ້ອງນອນຫຼັບພັກຜ່ອນໃຫ້ພຽງພໍຢ່າງໜ້ອຍ 6 ຊົ່ວໂມງຂຶ້ນໄປ, ກິນອາຫານໃຫ້ອີ່ມ, ສ່ວນຜູ້ເອົາເລືອດອອກໃຊ້ເວລາປະມານ 3-10 ນາທີ ແລະ ບໍລິຈາກເລືອດແຕ່ລະຄັ້ງເພດຊາຍ ແມ່ນ 3 ເດືອນ, ເພດຍິງແມ່ນ 4 ເດືອນຂຶ້ນໄປ, ເຊິ່ງມີຜູ້ປະກອບສ່ວນເຂົ້າຮ່ວມບໍລິຈາກເລືອດ ຈຳນວນ 42 ສະຫາຍ, ຍິງ 3 ສະຫາຍ ແລະ ໄດ້ເລືອດທັງໝົດ 42 ຖົງ.
ການບໍລິຈາກເລືອດ ເປັນສິ່ງສຳຄັນ ດັ່ງນັ້ນ,ຈຶ່ງຮຽກຮ້ອງໃຫ້ບັນດານາຍ ແລະ ພົນທະຫານ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ມີນ້ຳໃຈເສຍ ສະຫຼະ ປະກອບສ່ວນເຂົ້າໃນການບໍລິຈາກເລືອດຄັ້ງນີ້ ເພື່ອຊ່ວຍເພື່ອນມະນຸດດ້ວຍກັນ.
ໂດຍ: ພິລະສອນ ວັນວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















