ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ພະຈິກ 2026

  

ຫ້ອງການ ຄະນະ​ກຳມະການ ​ປກຊ-​ປກສ ແຂວງ ມອບ-ຮັບ ໜ້າທີ່​ຂັ້ນ​ຫົວໜ້າ​ພະ​ແນກ
ເວລາອອກຂ່າວ: 2026-10-07 09:59:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 160 | ຄວາມນິຍົມ:



ໃນ​ເດືອນ ກັນຍາ 2026 ທີ່​ຜ່ານ​ມາ ຢູ່​ທີ່​ຫ້ອງ​ປະຊຸມ​ໂຕະມົນ​ຂອງ​ຫ້ອງການ ຄະນະ​ກຳມະການ ​ປກຊ-​ປກສ ແຂວງ​ຫຼວງ​ນ້ຳ​ທາ ໄດ້​ຈັດ​ພິທີ​ປະກາດ​ການຈັດຕັ້ງ ຫົວໜ້າ​ພະ​ແນກ​ບໍລິຫານ ແລະ ຊ່ວຍ​ວຽກ​ພະ​ແນກ ປ້ອງ​ກັນ​ຊາດ ພາຍ​ໃຕ້​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ແກ້ວ ຊໍ​ແສນ​ວົງ ຄະນະ​ກຳມະການ, ຫົວໜ້າ​ຫ້ອງການ ຄະນະ​ກຳມະ ການ ​ປກຊ-​ປກສ ແຂວງ​ຫຼວງ​ນ້ຳ​ທາ, ມີ​ຄະນະ​ຫ້ອງ, ຫົວໜ້າ​ພະ​ແນກ, ຮອງ​ພະ​ແນກ ແລະ ພະນັກງານ ຊ່ວຍ​ວຽກ 2 ພະ​ແນກ​ເຂົ້າ​ຮ່ວມ. ໃນ​ພິທີ​ດັ່ງກ່າວ, ​ສະຫາຍ ພັນ​ໂທ ນາງ ບົວ​ຈີນ ແສງ​ລັດສະໝີ ຫົວໜ້າ​ພະ​ແນກ​ບໍລິຫານ ຫ້ອງການ​ຄະນະ​ກຳມະການ ​ປກຊ-​ປກສ ແຂວງ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຂັ້ນ​ພະແນກການ ຂຶ້ນ​ກັບຫ້ອງການ ຄະນະ​ກຳມະການ ປກຊ-​ປກສ ແຂວງ, ຄຳ​ສັ່ງ​ຍົກ ຍ້າຍ ເລກ​ທີ 554/​ຫກມ, ເຊິ່ງ​ມີ​ລາຍ​ຊື່​ດັ່ງນີ້: ຍົກຍ້າຍ ສະຫາຍ ພັນ​ໂທ ສີ​ພອນ ຮອນ​ຍີນ ຮອງ​ພະ​ແນກ​ບໍລິຫານ ຫ້ອງ ການ ຄະນະ​ກຳມະການ ​ປກຊ-​ປກສ ແຂວງ ໄປ​ໃຫ້​ຫ້ອງການເມືອງ, ແຕ່ງຕັ້ງ ສະຫາຍ ພັນ​ຕີ ວັນ​ໄຊ ຄຳ​ວັນ​ມະນີ​ວົງ ວ່າການ​ເປັນ​ຮອງ​ພະ​ແນກ​ບໍລິ ຫານ ແລະ ແຕ່ງຕັ້ງ ສະຫາຍ ຮ້ອຍ​ໂທ ທະ​ນົງ​ສິ​​ນ ວິໄສ​ຜອນ ຊ່ວຍ​ວຽກ​ພະ​ແນກ​ປ້ອງ​ກັນ​ຊາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ