ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ເຄົາລົບ​ທຸງຊາດ​ປະຈຳ​ເດືອນ​ຕຸລາ 2026
ເວລາອອກຂ່າວ: 2026-10-07 10:01:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 172 | ຄວາມນິຍົມ:



ວັນ​ທີ 5 ຕຸລາ 2026, ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງ ທັບ ໄດ້​ຈັດ​ພິທີ ເຄົາລົບ​ທຸງຊາດ​ປະຈຳ​ເດືອນ​ຕຸລາ 2026, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ເພັດ​ສະໝອນ ວິລະ​ວອນ ຫົວໜ້າ​ການ​ທະຫານ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, 4 ຫ້ອງ 2 ກອງພັນ, ພະນັກງານ-ນັກຮົບ ແລະ ນ້ອງ​ນ້ອຍ​ນັກຮຽນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ເພັດ​ສະໝອນ ວິລະ​ວອນ ໄດ້​ສະຫຼຸບ​ຄືນ​ກ່ຽວ​ກັບ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຮອບດ້ານ ໃນ​ໄລຍະ 1 ເດືອນ​ຜ່ານ​ມາ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ, ຂໍ້​ສະດວກ, ຂໍ້ຄົງຄ້າງ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ໃນ​ໄລຍະ​ຜ່ານ​ມາ, ເປັນຕົ້ນ​ການ​ປະຕິບັດ​ຂໍ້​ກຳ ນົດ 7 ລະບອບ 18 ວຽກ ໃນ​ມື້ໜຶ່ງ​ຂອງ​ກອງທັບ, ເອົາໃຈໃສ່​ໃນ​ ການ​ພັດທະນາ​ກົມ​ກອງ ພ້ອມ​ທັງ, ວາງ​ທິດ​ທາງ​ແຜນການ​ໃນ​ເດືອນ​ຕໍ່ໜ້າ ແລະ ຍັງ​ໄດ້​ເນັ້ນ​ໜັກ​ໃຫ້ ຄະນະ​ພັກ-ຄະນະ​ບັນຊາ ແຕ່​ລະ​ຂັ້ນ ສືບຕໍ່​ເພີ່ມ​ທະວີ​ການ​ສຶກ​ສາ​ອົບຮົມ​ວຽກ​ງານ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ, ຄູ-ອາຈານ, ນ້ອງ​ນ້ອຍ​ນັກຮຽນ ໃຫ້​ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ ຂອງ​ພັກ-ລັດ, ປະຕິບັດ​ຕາມ​ຂໍ້​ກຳນົດ, ກົດ​ລະບຽບຂອງ​ກອງ ທັບ ກໍ​ຄື​ຂອງ​ໂຮງຮຽນ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ. ໂດຍ : ໂອ​ລິນ ມິ່ງ​ມີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ