ໂຮງງານປະສານເຫຼົ່າ ຫຼວງພະບາງ ຫັດແອບວິຊາລະບຽບງົດງາມ ປະຈຳປີ 2026
ເວລາອອກຂ່າວ: 2026-10-07 10:02:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 159 | ຄວາມນິຍົມ: ![]()
ວັນທີ 1 ຕຸລາ 2026, ໂຮງງານປະສານເຫຼົ່າຫຼວງ ພະບາງ ໄດ້ເປີດການເຝິກອົບຮົມ-ຫັດ ແອບ ການທະຫານພື້ນຖານ ແລະ ຫັດແອບວິຊາລະບຽບງົດງາມ ປະຈໍາປີ 2026, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ພະນົມໄພ ວົງລັດສະໝີ ຫົວໜ້າອໍານວຍການໂຮງງານປະສານເຫຼົ່າຫຼວງພະບາງ, ມີຄະນະພັກ-ຄະນະບັນຊາ ໂຮງງານ, ພະແນກ ການ, ຂະແໜງການ, ຄູ-ອາຈານ ຕະຫຼອດຮອດ ພະນັກງານ-ນັກ ຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ຄໍາໃສ ມິ່ງຈໍາປາບານ ຫົວໜ້າພະແນກ ແຜນການ-ສັງລວມ ໂຮງງານ ປະສານເຫຼົ່າຫຼວງພະບາງ ໄດ້ຜ່ານແຜນການອົບຮົມ-ຫັດແອບ ປະຈຳປີ 2026; ອີງຕາມຄໍາສັ່ງ ຂອງກົມໃຫຍ່ເສນາທິການ ກອງທັບ ວ່າດ້ວຍການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ ໃນທົ່ວ ກອງທັບ ປະຈໍາປີ 2026 ແລະ ຄໍາສັ່ງແນະນໍາຂອງກົມອົບຮົມ ວ່າດ້ວຍ ການເຝິກອົບຮົມ-ຫັດ ແອບ ສິລະປະຍຸດ-ຍຸດທະວິທີ, ລະບຽບ, ກິລາ ປະຈຳປີ 2026. ເຊິ່ງໄດ້ດໍາເນີນໄປເປັນເວລາ 2 ວັນ. ວິຊາທີ່ນໍາມາອົບຮົມ-ຫັດແອບ ມີຄື: ເຝິກອົບຮົມ ລະບຽບບຸກຄົນມືເປົ່າປະຈຳທີ່, ລະບຽບບຸກຄົນມືເປົ່າເຄື່ອນທີ່, ການເອີ້ນ ແຖວ, ການລວມແຖວ, ຈັງຫວະ ຢືນກົງ, ຈັ່ງຫວະຢືນພັກ, ຈັງຫວະ ຊ້າຍຫັນ, ຂວາຫັນ, ກັບຫຼັງຫັນ, ຈັງຫວະກ້າວຂຶ້ນໜ້າ, ຖອຍຫຼັງ, ການລາຍງານປ່ຽນສິດປະຈຳ ການ, ການຢໍ້າເທົ້າກັບທີ່, ໜ້າ ເດີນ, ເດີນກົງຂວາເຄົາລົບ, ຢຸດ
ເດີນ, ການຫັດກາຍມືເປົ່າ 24 ຈັງຫວະ ແລະ ການມ້າງປະກອບປືນ AKM; ທັງນີ້, ເພື່ອເປັນການ ຍົກສູງລະດັບຄວາມຮູ້, ຄວາມ ສາມາດ ແລະ ໃຫ້ກໍາແໜ້ນດ້ານ ທິດສະດີເນື້ອໃນຫຼັກການສິລະປະຍຸດ-ຍຸດທະວິທີ, ລະບຽບຫຼັກ
ການພື້ນຖານ, ຈັງຫວະທ່ວງທ່າ, ການເຄົາລົບ, ການລາຍງານຕໍ່ ຜູ້ບັນຊາ ໃຫ້ ນາຍ ແລະ ພົນທະຫານ ມີຄວາມຊໍານິຊໍານານ, ມີພິກໄຫວຄ່ອງແຄ້ວ ຮັບປະກັນໃຫ້ກົມກອງ ປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງກອງທັບຢ່າງເປັນປົກກະຕິ, ຕໍ່ເນື່ອງ, ສ້າງກົມກອງໃຫ້ມີລະບຽບວິໃນເຂັ້ມງວດ, ກໍ່ສ້າງ ແລະ ປັບປຸງກົມກອງໃຫ້ມີແບບແຜນ ທັນສະໄໝ, ຖືເອົາວຽກງານດັ່ງ ກ່າວກາຍເປັນຊີວິດປະຈຳວັນ ແລະ ທັງເປັນການເຝິກຝົນຫຼໍ່ ຫຼອມຫັດແອບກຳລັງແຮງກາຍ ພະນັກງານ-ນັກຮົບທຸກສະຫາຍ ໃຫ້ມີສຸຂະພາບແຂງແຮງ, ທົນ ທານແຂງແກ່ນ ກຽມພ້ອມຮັບໃຊ້ໜ້າທີ່ການເມືອງທີ່ພັກ-ລັດ ແລະ ກອງທັບມອບໝາຍໃຫ້.
ໂດຍ: ອຸ່ນຄໍາ ດວງປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















