ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ພະຈິກ 2026

  

ໂຮງຮຽນ​ທະຫານ​ຊາຍ​ແດນ 712 ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2026-10-07 10:03:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:



ວັນ​ທີ 2 ຕຸລາ 2026, ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໄດ້​ຈັດ​ຕັ້ງ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ໃຫ້​ນັກ​ສຶກ​ສາ ກໍ່ສ້າງ​ນາຍ​ທະຫານ​ຊັ້ນ​ກາງ​ຄຸ້ມ​ຄອງ​ປ້ອງ​ກັນ​ຊາຍ​ແດນ ລະບົບ 2 ປີ ຊຸດ​ທີ IV, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ກອງ​ມີ ໄຊ​ຍະ​ຫວັດ ຮອງ​ຫົວໜ້າ​ການ​ທະຫານ, ຫົວໜ້າ​ພະ​ແນກ​ອົບຮົມ ໂຮງຮຽນ​ທະຫານ​ຊາຍ​ແດນ 712, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ນັກຮຽນ ພ້ອມ​ດ້ວຍ ບັນດາ​ພະນັກງານ ຄູ-ອາຈານ ແລະ ນັກ​ສຶກ​ສາ ເຂົ້າ​ຮ່ວມ. ເພື່ອ​ເປັນ​ການ​ກວດກາ​ຕີ​ລາຄາ​ຄວາມ​ຮັບ​ຮູ້, ຄວາມ​ເຂົ້າໃຈ ດ້ານ​ທິດ​ສະ​ດີ​ຫຼັກການ ແລະ ການ​ນຳ​ໃຊ້​ອາວຸດ-ຍຸດ​ໂທ​ປະກອນ ຂອງ​ນັກ​ສຶກ​ສາ ທີ່​ໄດ້​ຮ່ຳຮຽນ​ຫັດ​ແອບ​ໃນ​ໄລຍະ​ຜ່ານ​ມາ, ໂດຍ​ປະຕິບັດ​ຕາມ​ໂຄງການ​ຫຼັກສູດ​ການ​ຮຽນ-ການ​ສອນ, ນັກ​ສຶກ​ສາ​ກໍ່ສ້າງ​ນາຍ​ທະຫານ​ຊັ້ນ​ກາງ​ຄຸ້ມ​ຄອງ​ປ້ອງ​ກັນ​ຊາຍ​ແດນ ລະບົບ 2 ປີ ຊຸດ​ທີ IV ມີ​ທັງ​ໝົດ 40 ສະຫາຍ, ການຈັດຕັ້ງ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ໃນ​ຄັ້ງ​ນີ້ ສາມາດ​ຕີ​ລາຄາ​ຂັ້ນ​ເກັ່ງ​ໄດ້ 20 ສະຫາຍ, ຂັ້ນ​ດີ​ຫຼາຍ 15 ສະຫາຍ ແລະ ຂັ້ນ​ກາງ 5 ສະຫາຍ. ທັງ​ນີ້, ເພື່ອ​ເຮັດ​ໃຫ້​ນັກ​ສຶກ​ສາ ຮູ້ຈັກ​ຂັ້ນ​ພື້ນຖານ​ວິທີ​ການ​ຫັດ​ແອບ​ຈັງຫວະ-ເຕັກນິກ​ການ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ໃຫ້​ມີ​ຄວາມ​ຄ່ອງ​ແຄ້ວ ແລະ ຮູ້​ໝູນ​ໃຊ້​ໃນ​ການ​ສູ້​ຮົບ​ຕົວ​ຈິງ, ທັງ​ເປັນ​ການ​ປັບປຸງ​ກໍ່ສ້າງ​ກຳລັງ​ປ້ອງ​ກັນ​ຊາດ​ໃຫ້​ມີ​ຄວາມ​ສາມາດ, ກ້າຫານ, ໜັກ​ແໜ້ນ, ເຂັ້ມແຂງ​ຮອບດ້ານ, ຮູ້​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະ ກອນ​ຢ່າງ​ມີ​ຄວາມ​ຊຳນິ​ຊຳນານ, ມີ​ພິກໄຫວ​ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ກໍ​ຄືພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງ ສາ​ພັດທະນາ​ປະເທດ​ຊາດ. ໂດຍ: ພິລະ​ສອນ ວັນ​ວິ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ