ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ສ້າງ​ກຳລັງ​ໜູນ ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ພັດທະນາ​ຍູ້​ໜູນ​ເສດຖະກິດ​ປະເທດ
ເວລາອອກຂ່າວ: 2026-10-07 10:29:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 237 | ຄວາມນິຍົມ:



ຕາມ​ແຫຼ່ງ​ຂ່າວ​ຫວຽດນາມ, ປະຊາ​ຄົມ​ວິ​ສາ​ຫະ​ກິດ ເວົ້າ​ລວມ, ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ (SMEs) ເວົ້າ​ສະເພາະ ມີ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງ​ປະເທດ. ໃນ​ຂະນະ​ດຽວ​ກັນ, SMEs ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ດ້ານ, ຕ້ອງ​ມີ​ກົນ​ໄກ, ນະໂຍບາຍ​ທີ່​ເໝາະ​ສົມ​ໂດຍ​ໄວ ເພື່ອ​ແນໃສ່​ແກ້​ໄຂ​ບັນຫາ​ທີ່​ຕິດ​ຂັດ​ກ່ຽວ​ກັບ​ທຶນຮອນ, ທີ່​ດິນ, ຂັ້ນ​ຕອນ​ການ​ບໍລິຫານ, ເພື່ອ​ສ້າງ​ກຳລັງ​ໜູນ​ໃຫ້​ແກ່ SMEs ພັດທະນາ​ຄ້ຳ​ຊູ​ເສດຖະກິດ​ຊາດ. ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ດ້ານ: ຕາມ​ທ່ານ ເຈືອງ​ດິ່ງ​ຮວ່ານ ຮອງ​ຜູ້ອຳນວຍການ​ບໍລິສັດ​ມາດ​ຕະການ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ແລະ ຄອມ​ພີວ​ເຕີ TIC, ເຊິ່ງ​ເປັນ​ວິ​ສາ​ຫະ​ກິດ​ທີ່​ເຄື່ອນ​ໄຫວ​ໃນ​ຂົງເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຫຼາຍ​ກວ່າ 22 ປີ, ຈາກ​ການ​ໜູນ​ຊ່ວຍ​ຂອງ​ລັດຖະບານ ແລະ ບົດບາດ​ການ​ເຊື່ອມ​ຕໍ່​ຂອງ​ສະມາຄົມ SMEs ຫວຽດນາມ, ບໍລິສັດ​ມີ​ໂອກາດ​ເຂົ້າ​ເຖິງ​ແຫຼ່ງ​ທຶນ, ເປີດ​ກວ້າງ​ການ​ແລກປ່ຽນ​ການ​ຄ້າ ແລະ ເຂົ້າ​ຮ່ວມ​ໃນ​ການ​ສົ່ງເສີມ​ການ​ຄ້າ​ຕື່ມ​ອີກ. ຍ້ອນ​ສິ່ງ​ດັ່ງກ່າວ​ນັ້ນ, ລາຍ​ຮັບ​ຂອງ​ວິ​ສາ​ຫະ​ກິດ​ຈຶ່ງ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ, ບໍ່​ພຽງ​ແຕ່​ເຕີບ​ໂຕ​ກ່ຽວ​ກັບ​ລາຍ​ຮັບ​ເທົ່າ​ນັ້ນ, ແຕ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳເນີນ​ທຸລະ​ກິດ​ກໍ​ມີ​ການ​ປ່ຽນ ແປງ​ຢ່າງ​ຈະແຈ້ງ, ເຊັ່ນ: ພື້ນຖານ​ໂຄງ​ລ່າງ​ດ້ານ ລະບົບ​ຂົນສົ່ງ logistics, ການ​ຄົມ ມະນາຄົມ​ທີ່​ສະດວກ, ຊ່ວຍ​ໃຫ້​ລະບົບ​ຕ່ອງ​ໂສ້​ສະໜອງ​ດຳເນີນ​ງານ​ໄດ້​ຢ່າງ​ວ່ອງໄວ. ພ້ອມ​ກັນ​ນັ້ນ, ການ​ລະເບີດ​ຂຶ້ນ​ຂອງ​ການ​ຄ້າ​ເອ​ເລັກ​ໂຕຣ​ນິກ ແລະ ບັນດາ​ພື້ນຖານ​ດຳເນີນ​ທຸລະ​ກິດ​ດີ​ຈີ​ຕອນ ໄດ້​ສ້າງ “ເວທີ​ໃໝ່”, ບ່ອນ​ທີ່​ວິ​ສາ​ຫະ​ກິດ​ມີ​ຄວາມ​ສາມາດ​ປັບ​ຕົວ​ໂດຍ​ໄວ ກໍ​ຈະ​ມີ​ໂອກາດ​ບຸກ​ທະລຸ. ທ່ານ ເຈືອງ​ດິ່ງ​ຮວ່ານ ຊີ້​ອອກ​ວ່າ:“ ໃນ​ສະພາບ​ການ​ຕົວ​ຈິງ​ປັດຈຸບັນ, ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ພິເສດ​ແມ່ນ​ການ​ເຂົ້າ​ເຖິງ​ທຶນຮອນ, ທີ່​ດິນ ແລະ ຂັ້ນ​ຕອນ​ການ​ບໍລິຫານ. ຍ້ອນ​ວ່າ​ວິ​ສາ​ຫະ​ກິດ​ສ່ວນ​ຫຼາຍ​ມີ​ຂະໜາດ​ນ້ອຍ, ຊັບ​ສິນ​ແມ່ນ​ສຸມ​ໃສ່ເຄື່ອງ​ຈັກ, ສິນຄ້າ ແລະ​ການເຄື່ອນໄຫວ​ຜະລິດ, ດຳເນີນ​ທຸລະ​ກິດ, ດັ່ງນັ້ນ​ຈຶ່ງ​ບໍ່​ມີ​ຊັບ​ສິນ​ຫຼາຍ ເພື່ອ​ເປັນ​ຫຼັກ​ຊັບ​ຄ້ຳປະກັນ​ສຳລັບ​ການ​ກູ້​ຢືມ. ໃນ​ຂະນະ​ດຽວ​ກັນ, ທະນາຄານ​ສ່ວນ​ຫຼາຍ​ແມ່ນ​ອີງໃສ່​ຫຼັກ​ຊັບ​ຄ້ຳປະກັນ​ເມື່ອ​ປະ​ເມີນ​ການ​ກູ້​ຢືມ, ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ, ເຖິງ​ວ່າ​ມີ​ແຜນການ​ດຳເນີນ​ທຸລະ​ກິດ​ທີ່​ດີ, ແຕ່​ກໍ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ”. ບໍ່​ພຽງ​ແຕ່​ການ​ກູ້​ຢືມ​ທຶນ​ຍາກ​ເທົ່າ​ນັ້ນ, ແຕ່​ທີ່​ດິນ ສຳລັບ​ການ​ກໍ່ສ້າງ​ໂຮງງານ ກໍ​ເປັນ​ບັນຫາ​ທີ່​ຫຍຸ້ງຍາກ​ສຳລັບ​ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ. ທ່ານ​ນາງ ເຈິ່ນ​ທິ​ເວື້ອງ ປະທານ​ສະພາ​ບໍລິຫານ ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ຂອງ​ບໍລິສັດ​ຫຸ້ນ​ສ່ວນ​ປຸງ​ແຕ່ງອາຫານ ແທກ​ອານ (ຕາແສງ ອຽນ​ຟອງ, ແຂວງ ບັກ​ນິງ), ໃຫ້​ຮູ້​ວ່າ: “ປັດຈຸບັນ, ມີ SMEs ຈຳນວນ​ຫຼາຍ​ຕ້ອງ​ເຊົ່າ​ອາຄານ​ໂຮງງານ​ທີ່​ມີ​ຢູ່​ແລ້ວ ແລະ ຫຼັງ​ຈາກ​ນັ້ນ ແມ່ນ​ຊື້​ເຄື່ອງ​ຈັກ​ເຂົ້າ​ເພື່ອ​ຜະລິດ ເພາະວ່າ ຖ້າ​ວິ​ສາ​ຫະ​ກິດ​ຊື້​ທີ່​ດິນ, ສ້າງ​ໂຮງງານ​ນັ້ນ​ຕ້ອງ​ມີ​ທຶນ​ຈຳນວນ​ຫຼາຍ, ນີ້​ເປັນ​ບັນຫາ​ທີ່​ຫຍຸ້ງຍາກ​ຫຼາຍ​ສຳລັບ​ວິ​ສາ​ຫະ​ກິດ”. ຕ້ອງ​ມີ​ນະໂຍບາຍ​ທີ່​ເໝາະ​ສົມ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ: ທ່ານ ເຈິ່ນ​ວັນ​ຫຽນ ຫົວໜ້າ​ຄະນະ​ເສດຖະກິດ ແລະ​ສົ່ງເສີມ​ການ​ຄ້າ (ສະມາຄົມ SMEs ຫວຽດນາມ) ໃຫ້​ຮູ້​ວ່າ: “ເພື່ອ​ເຂົ້າ​ເຖິງ​ແຫຼ່ງ​ທຶນ, ວິ​ສາ​ຫະ​ກິດ​ຕ້ອງ​ສ້າງ​ໂຄງການ, ແຜນ​ງານ, ວິທີ​ການ​ຜະລິດ, ດຳເນີນ​ທຸລະ​ກິດ​ທີ່​ໂປ່ງ​ໃສ, ຈະແຈ້ງ. ມີ​ຄວາມ​ໂປ່ງ​ໃສ​ທາງ​ດ້ານ​ການ​ເງິນ​ໂດຍ​ຜ່ານ​ການ​ສ້າງ​ມາດຕະຖານ​ລະບົບ​ບັນຊີ, ນຳ​ໃຊ້​ການ​ຫັນ​ເປັນ​ດີ​ຈີ​ຕອນ​ເຂົ້າ​ໃນ​ການ​ຜະລິດ, ດຳເນີນ​ທຸລະ​ກິດ​ແມ່ນ​ພື້ນຖານ ເພື່ອ​ໃຫ້​ອົງ​ການຈັດຕັ້ງ​ສິນ​ເຊື່ອ​ຕີ​ລາຄາ​ຄວາມ​ສ່ຽງ ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ. ພ້ອມ​ກັນ​ນັ້ນ, ຕ້ອງ​ຫັນ​ຊ່ອງ​ທາງ​ປຸກລະດົມ​ທຶນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ເພື່ອ​ແນໃສ່​ຫຼຸດຜ່ອນ​ການ​ເອື່ອຍ​ອີງ. ນອກຈາກ​ແຫຼ່ງ​ກຳລັງ​ພາຍ​ໃນ ແລະ ການ​ກູ້​ຢືມ​ຈາກ​ທະນາຄານ​ແລ້ວ, ວິ​ສາ​ຫະ​ກິດ​ສາມາດ​ລະດົມ​ທຶນ​ຈາກ​ແຫຼ່ງ​ອື່ນໆ ເຊັ່ນ: ກອງ​ທຶນ​ພັດທະນາ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ, ກອງ​ທຶນ​ນະ​ວັດຕະ​ກຳ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ, ກອງ​ທຶນ​ພັດທະນາ SMEs ດ້ວຍ​ອັດຕາ​ດອກ​ເບ້ຍ​ພິເສດ ແລະ ເວລາ​ກູ້​ຢືມ​ໄລຍະ​ຍາວ”. ເຖິງ​ວ່າ​ກົດໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ SMEs ໄດ້​ປະກາດ​ໃຊ້​ແຕ່​ວັນ​ທີ 12 ມິຖຸນາ 2017, ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ 1 ມັງກອນ 2018 ກໍ​ຕາມ, ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ, ມັນ​ບໍ່​ໄດ້​ສ້າງ​ການ​ປ່ຽນແປງ​ທີ່​ກ້າວໜ້າ​ຕາມ​ທີ່​ຄາດ​ໄວ້​ໃນ​ໄລຍະ​ຫຼາຍ​ປີ​ທີ່​ຜ່ານ​ມາ, ເຊິ່ງ​ຮຽກຮ້ອງ​ໃຫ້​ລະບົບ​ນະໂຍບາຍ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ​ຕາມ​ທິດ​ຮອບດ້ານ, ຄົບ​ຊຸດ, ສອດຄ່ອງ​ກັບ​ສະພາບ​ການ​ໃນ​ປັດຈຸບັນ. ໃນ ​ສະພາບ​ການ​ນີ້, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ SMEs (ສະບັບ​ປັບປຸງ) ກຳລັງ​ສຳ ເລັດ ເພື່ອ​ຍື່ນ​ໃຫ້​ສະພາ​ແຫ່ງ​ຊາດ ພິຈາລະນາ, ຮັບຮອງ. ຮ່າງ​ກົດໝາຍ​ດັ່ງກ່າວ ມີ​ຫຼາຍ​ຈຸດ​ໃໝ່, ບັນດາ​ວິ​ສາ​ຫະ​ກິດ​ຫວັງ​ວ່າ ພາຍຫຼັງ​ກົດ ໝາຍ​ໄດ້​ຮັບ​ການ​ຮັບຮອງ​ແລ້ວ, ຈະ​ສ້າງ​ກຳ ລັງ​ໜູນ​ໃຫ້​ແກ່​ປະຊາ​ຄົມ SMEs ພັດທະນາ. ຕາມ​ນັ້ນແລ້ວ, ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ແຫ່ງ​ທຶນ, ຮ່າງ​ກົດໝາຍ​ໄດ້​ເພີ່ມ​ກົນ​ໄກ​ເພື່ອ​ສົ່ງເສີມ​ອົງການ​ສິນ​ເຊື່ອ​ອະນຸມັດ​ໃຫ້ SMEs ກູ້​ຢືມ​ບົນ​ພື້ນຖານ​ການ​ຫັນ​ຮູບ​ແບບ​ຄ້ຳປະກັນ​ການ​ກູ້​ຢືມ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ລວມ​ມີ​ການ​ຄ້ຳປະກັນ​ໃນ​ຮູບ​ແບບ​ຂອງ​ຊັບ​ສິນ​ທີ່​ສາມາດ​ເຄື່ອນ​ຍ້າຍ​ໄດ້, ຊັບ​ສິນ​ທີ່​ສ້າງ​ຂຶ້ນ​ໃນ​ອະນາຄົດ, ສິດ​ຊັບ​ສິນ, ຊັບ​ສິນ​ທາງ​ປັນຍາ, ຊັບ​ສິນ​ດີ​ຈີ​ຕອນ, ແລະ ຊັບ​ສິນ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ອື່ນໆ ຕາມ​ກົດໝາຍ​ໄດ້​ກຳນົດ​ໄວ້. ຮ່າງ​ກົດໝາຍ​ດັ່ງກ່າວ, ຍັງ​ອະນຸຍາດ​ໃຫ້​ທ້ອງຖິ່ນ​ນຳ​ໃຊ້​ງົບປະມານ​ທ້ອງຖິ່ນ ເພື່ອ​ສະໜັບສະໜູນ​ການ​ລົງທຶນ​ໃນ​ພື້ນຖານ​ໂຄງ​ລ່າງ​ໃຫ້​ເຂດ​ອຸດສາຫະກຳ, ກຸ່ມ​ອຸດສາຫະກຳ, ສູນ​ບົ່ມ​ເພາະ​ເຕັກ​ໂນ​ໂລ​ຊີ ສຳລັບ SMEs. ຄຽງ​ຂ້າງ​ນັ້ນ, ຮ່າງ​ກົດໝາຍ​ດັ່ງກ່າວ​ກໍ​ປັບປຸງ, ເພີ່ມ​ເຕີມ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ທີ່​ດິນ​ການ​ຜະລິດ​ບົນ​ພື້ນຖານ​ຮັບ​ປະ ກັນ​ລັກສະນະ​ທີ່​ເປັນ​ເອກະ​ພາບ, ຄົບ​ຊຸດ​ກັບ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ແລະ ຫັນ​ກົນ​ໄກ, ນະ ໂຍ​ບາຍ​ໜູນ​ຊ່ວຍ SMEs ເປັນ​ກົດໝາຍ​ຢ່າງ​ຄົບ​ຖ້ວນ​ເພື່ອ​ເຂົ້າ​ເຖິງ​ທີ່​ດິນ, ພື້ນ​ທີ່​ການ​ຜະລິດ, ດຳເນີນ​ທຸລະ​ກິດ. ທ່ານ ​ນາງ ຈິ້ງ​ທິ​ເຮືອງ ຮອງ​ຫົວໜ້າ​ກົມ​ພັດທະນາ​ວິ​ສາ​ຫະ​ກິດ​ເອກະ​ຊົນ ແລະ ເສດຖະກິດ​ໝູ່​ຄະນະ (ກະຊວງ​ການ​ເງິນ) ຖື​ວ່າ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ SMEs (ສະບັບ​ປັບປຸງ) ຄັ້ງ​ນີ້​ຈະ​ປ່ຽນ​ຈາກ​ແນວ​ຄິດ​ການ​ໜູນ​ຊ່ວຍ​ທີ່​ອີງໃສ່​ການ​ສະໜອງ​ໄປ​ສູ່​ການ​ໜູນ​ຊ່ວຍ​ທີ່​ອີງໃສ່​ຄວາມ​ຕ້ອງການ​ຂອງ​ວິ​ສາ​ຫະ​ກິດ, ຖື​ວິ​ສາ ຫະ​ກິດ​ເປັນໃຈ​ກາງ ແລະ ຖື​ປະ​ສິດທິ​ຜົນ​ເປັນ​ໄມ້​ວັດແທກ. ນະໂຍບາຍ​ສະບັບ​ຕ່າງໆ​ຈະ​ສຸມ​ໃສ່​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຕາມ​ທິດ​ຄົບ​ຊຸດ, ໂປ່ງ​ໃສ, ມີ​ຄວາມ​ເປັນ​ໄປ​ໄດ້, ແລະ ມີ​ຈຸດ​ສຸມ; ໃຫ້​ບຸລິມະສິດ​ແກ່​ການ​ຍົກ​ສູງ​ສະມັດ​ຕະ​ພາບ​ແຮງ​ງານ, ນະ​ວັດຕະ​ກຳ, ກຳລັງ​ຄວາມ​ສາ ມາດ​ແກ່ງ​ແຍ້ງ ແລະ ຄວາມ​ສາມາດ​ເຂົ້າ​ຮ່ວມ​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ​ຂອງ SMEs. ຮ່າງ​ກົດໝາຍ​ດັ່ງກ່າວ, ກຳນົດ​ທິດ​ການ​ຫັນ​ຂະ​ບວນ​ການ​ທັງ​ໝົດ​ຂອງ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ເປັນ​ດີ​ຈີ​ຕອນ, ຫຼຸດຜ່ອນ​ຂັ້ນ​ຕອນ​ການ​ບໍລິຫານ ແລະ ຄ່າ​ໃຊ້​ຈ່າຍ​ໃນ​ການ​ປະຕິບັດ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ດ້ວຍ​ຄວາມ​ຮັບຜິດຊອບ​ໃນ​ຂະ​ບວນ​ການຈັດຕັ້ງ​ປະຕິບັດ. ນອກຈາກ​ນັ້ນ, ໄປ​ຄຽງ​​ຄູ່​ພ້ອມ​ກັບ​ກົນ​ໄກ, ນະໂຍບາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ, ນັກ​ຊ່ຽວຊານ​ຫຼາຍ​ຄົນ​ຖື​ວ່າ ປັດ​ໄຈ​ທີ່​ສຳຄັນ​ຍິ່ງ​ແມ່ນ​ບັນດາ SMEs ຕ້ອງ​ເປັນ​ເຈົ້າ​ການ​ປ່ຽນແປງ​ໃໝ່, ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳເນີນ​ທຸລະ​ກິດ ທີ່​ນັບ​ມື້​ນັບ​ມີ​ການ​ຜັນ​ແປ ແລະ ແກ່ງ​ແຍ້ງ​ສູງ ໂດຍ​ສະດຸ້ງ​ໄວ​ຕໍ່​ເຫດການ​ທີ່​ເກີດ​ຂຶ້ນ, ໂດຍ​ສະເພາະ​ທ່າ​ອ່ຽງ​ທີ່​ເຈາະ​ຈົງ​ກະທົບ​ໃສ່​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ​ໂດຍ​ກົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ