ສູນ 523 ເປີດຂະບວນການສ້າງຜົນງານຮອບດ້ານ ຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 72 ປີ
ເວລາອອກຂ່າວ: 2026-10-07 10:45:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 594 | ຄວາມນິຍົມ: ![]()
ວັນທີ 5 ຕຸລາ 2026 ນີ້, ສູນແກ້ໄຂລະເບີດບໍ່ທັນແຕກ ແລະ ເຝິກອົບຮົມບັນເທົາໄພພິບັດກອງທັບ (ສູນ 523) ໄດ້ເປີດຂະບວນການສ້າງຜົນງານຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 72 ປີ ໂດຍເປັນປະທານ ຂອງສະຫາຍ ພົນຈັດຕະວາ ມອນໄທ ສະລິດໄຊ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີຄະນະ ກົມຊ່າງແສງ, ພະແນກການ, ກົມກອງອ້ອມຂ້າງ ທີ່ຂຶ້ນກັບກົມຊ່າງແສງ ເຂດໃຈກາງນະຄອນຫຼວງ, ຄະນະພັກ-ຄະນະບັນຊາ ສູນ 523 ແລະພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ປາດຖະໜາ ບຸດທິຈັກ ຫົວໜ້າການເມືອງ ສູນ 523 ໄດ້ລາຍງານແຜນການຈັດຕັ້ງເຄື່ອນໄຫວຂະບວນການສ້າງຜົນງານຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບຊ່າງແສງຄົບຮອບ 72 ປີ ໃນນັ້ນ, ຈະໄດ້ເອົາໃຈໃສ່ປະຕິບັດບັນດາຂະບວນການທີ່ປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກ, ວຽກງານ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ ໂດຍສະເພາະ ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ, ການປະຕິບັດຂໍ້ກຳນົດ, ກົດລະບຽບ, ວຽກງານກິລາການທະຫານ, ກິລາມວນຊົນ, ວຽກງານໂຄສະນາ, ສິລະປະ-ວັນນະຄະດີ, ຂະບວນການອອກແຮງງານ ຂອງອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ສະຫະພັນແມ່ຍິງ, ວຽກອະນາໄມ, ປະດັບປະດາສະຖານທີ່ຄ້າຍຄູໃຫ້ສະອາດຈົບງາມ, ວຽກງານຮັບປະກັນພະລາທິການ ແກ້ໄຂຊີວິດການເປັນຢູ່, ເພີ່ມພູນຜະລິດຜົນ, ວຽກງານຮັບປະກັນເຕັກນິກ ບົວລະບັດ-ພັດເຊັດພາຫະນະອາວຸດ ຮັບປະກັນໃນການນຳໃຊ້ ເມື່ອມີຄວາມຮຽກຮ້ອງຕ້ອງການຈາກຂັ້ນເທິງ.
ນອກນີ້, ຍັງມີການດຳເນີນການແຂ່ງຂັນກິລາມວນຊົນ, ກິລາການທະຫານ ເພື່ອເປັນການສ້າງບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ ທັງເປັນການຄັດເລືອກເອົານັກກິລາ ຜູ້ທີ່ມີພອນສະຫວັນ ຫຼິ້ນດີ, ຫຼິ້ນເກັ່ງ ເປັນຕົວແທນນັກກິລາ ຂອງສູນ ເພື່ອສົ່ງເຂົ້າຮ່ວມແຂ່ງຂັນນຳຂັ້ນເທິງ ເມື່ອມີຄວາມຕ້ອງການ. ຂະບວນການດັ່ງກ່າວ ຈະໄດ້ດຳເນີນການແຂ່ງຂັນຕັ້ງແຕ່ວັນທີ 5-15 ຕຸລາ 2026 ຈຶ່ງຈະສໍາເລັດ.
ໂດຍ: ພູທອນ ສີພູວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















