ຫົວໜ້າກົມໂຄສະນາອົບຮົມ ກມທ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ບັນດາກົມກອງ ທີ່ຂຶ້ນກັບກອງບັນຊາການທະຫານເເຂວງອັດຕະປື
ເວລາອອກຂ່າວ: 2026-10-07 10:50:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 532 | ຄວາມນິຍົມ: ![]()
ວັນທີ 5 ຕຸລາ 2026 ນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ (ກມທ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້, ຕິດຕາມ ວຽກງານການກໍ່ສ້າງນັກຮົບ ແລະ ກອງວັດທະນະທຳ ຢູ່ ກອງພັນ 19 ແລະ ກອງຮ້ອຍ 594 ທີ່ຂຶ້ນກັບກອງບັນຊາການທະຫານເເຂວງອັດຕະປື, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ ຄະນະປະຈຳພັກເເຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະຮັບຜິດຊອບ, ພະເເນກການ ທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ກອງພັນ 19 ແລະ ກອງຮ້ອຍ 594 ເຂົ້າຮ່ວມ.
ສະຫາຍ ພັນຕີ ສະຫຼອງໄຊ ພິມມະລາ ຫົວໜ້າການເມືອງ ກອງພັນ 19 ໄດ້ລາຍງານສະພາບການໂດຍຫຍໍ້ ຂອງກົມກອງ, ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານການເຄື່ອນໄຫວ ໃນການຈັດຕັ້ງປະຕິບັດວຽກງານການກໍ່ສ້າງນັກຮົບ ແລະ ກອງວັດທະນະທຳ ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງບັນດາພື້ນຖານໂຄງລ່າງ ເປັນຕົ້ນ ລະບົບປະຕູໂຂງ, ເຮືອນນອນ, ຫ້ອງການ, ລະບົບເສັ້ນທາງ, ການປະດັບປະດາສະຖານເສັ້ນທາງອອ້ມຄ້າຍ, ລະບົບຫ້ອງການ, ປັບປຸງບັນດາປ້າຍປາໂນຄຳຂັວນ ຕາມເສັ້ນທາງ ແລະ ສະຖານທີ່ອື່ນໆ ເຊິ່ງເຮັດໃຫ້ກອງພັນ 19 ເປັນກົມກອງທຳອິດ ຂອງກອງບັນຊາການທະຫານເເຂວງອັດຕະປື ທີ່ໄດ້ຮັບນາມມະຍົດເປັນກົມກອງນັກຮົບ ແລະ ກອງວັດທະນະທຳ ສະໄໝທີ I ຢ່າງສົມກຽດ. ສຳລັບ ຢູ່ກອງຮ້ອຍ 594 ແມ່ນກຳລັງຢູ່ໃນການກະກຽມຄວາມພ້ອມຮອບດ້ານ ເພື່ອຈະຮັບຮອງເຂົ້າເປັນກົມກອງນັກຮົບ ແລະ ກອງວັດທະນະທຳ ສະໄໝທີ I ໃນຊຸມປີຕໍ່ໜ້າ.
ຜ່ານການລົງກວດກາ ສະຖານທີ່ຕົວຈິງ ຂອງທັງ 2 ກົມກອງ, ສະຫາຍ ປະທານ ແລະ ອະນຸກຳມະການ ໄດ້ມີຄຳເຫັນເເນະນຳບາງບັນຫາ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໂດຍສະເພາະເເມ່ນພື້ນຖານໂຄງລ່າງຄ້າຍຄູ ເຊັ່ນ: ການປັບປຸງປ້າຍປາໂນຄະຕິເຕືອນໃຈ, ສືບຕໍ່ເຮັດຫຼັກມ້າລາຍອ້ອມຄ້າຍ, ປູກໄມ້ກິນໝາກ ເເລະ ດອກໄມ້ປະດັບປະດາ ຕາມເສັ້ນທາງ ເເລະ ໜ້າສຳນັກງານອົງການ ຕື່ມອີກ.
ໂດຍ: ສຸກສະໄໝ ນວນມະລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















