ຫົວໜ້າກົມໂຄສະນາອົບຮົມ ກມອ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ກອງພັນ 429
ເວລາອອກຂ່າວ: 2026-10-07 10:54:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 568 | ຄວາມນິຍົມ: ![]()
ວັນທີ 6 ຕຸລາ 2026 ນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ (ກມທ) ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານປັບປຸງກໍ່ສ້າງ “ນັກຮົບວັດທະນະທຳ-ກົມກອງວັດທະນະທຳ” ຢູ່ກອງພັນ 429 ກອງພົນທີ 5, ໂດຍການຕ້ອນຮັບ ຂອງສະຫາຍ ພັນໂທ ບົວຈັນ ສຸດສະດາ ຫົວໜ້າການເມືອງ ກອງພັນ 429, ມີສະຫາຍ ພັນໂທ ສົມພອນ ພາລາດີ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 5 ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາ ກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ບົວຈັນ ສຸດສະດາ ໄດ້ລາຍງານໂດຍຫຍໍ້ເຖິງຜົນການປັບປຸງກໍ່ສ້າງ “ນັກຮົບວັດທະນະທຳ-ກົມກອງວັດທະນະທຳ” ຕາມ 5 ມາດຖານ ເຊິ່ງສາມາດສ້າງຜົນງານໄດ້ຫຼາຍດ້ານ, ນາຍ ແລະ ພົນທະຫານ ມີຄຸນສົມບັດ ສິນທຳປະຕິວັດ, ມີແນວຄິດໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ມີສະຕິຕໍ່ການຈັດຕັ້ງ, ສາມັກຄີພາຍໃນ-ພາຍນອກ ແລະ ຮ່ວມກັນຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆ. ພ້ອມນີ້, ກົມກອງ ມີການປັບປຸງໂສມໜ້າໃໝ່, ຈັດສັນພື້ນຖານໂຄງລ່າງເປັນລະບົບ, ມີຄວາມແໜ້ນໜາຖາວອນ, ຮັກສາລະບຽບຮຽບຮ້ອຍ, ສະອາດຈົບງາມ ແລະ ປະດັບປະດາສະຖານທີ່ຕ່າງໆ ຢ່າງເໝາະສົມ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ມີຄວາມໜັກແໜ້ນ, ເຄົາລົບ ແລະ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ; ເອົາໃຈໃສ່ອົບຮົມ-ຫັດແອບ ສິລະປະຍຸດ ແລະ ຍຸດທະວິທີ ໃຫ້ມີຄວາມຊຳນິຊຳນານ, ກຽມພ້ອມປະຕິບັດທຸກມະຕິ, ຄຳສັ່ງຂອງຂັ້ນເທິງ. ພ້ອມກັນນີ້, ໃຫ້ສືບຕໍ່ກໍ່ສ້າງຮາກຖານການເມືອງ, ສ້າງຮາກຖານປະຊາຊົນ, ພົວພັນກັບອຳນາດການປົກຄອງທ້ອງຖິ່ນໃຫ້ແໜ້ນແຟ້ນ ເພື່ອໃຫ້ສົມກັບຄຳວ່າ “ກອງທັບກັບປະຊາຊົນ ປາກັບນ້ຳ”, ປັບປຸງແບບແຜນວິທີເຮັດວຽກຕາມຫຼັກລວມສູນປະຊາທິປະໄຕ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ສະຫຼຸບຖອດຖອນບົດຮຽນ, ປະສານສົມທົບວຽກງານພາຍໃນໝູ່ຄະນະ, ເພີ່ມທະວີຄວາມສາມັກຄີໃຫ້ປຶກແຜ່ນແໜ້ນໜາ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ.
ໂດຍ: ສີສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















