ການເຕີບໂຕຂອງເສດຖະກິດຊາດ ລ້ວນແຕ່ຕິດພັນກັບຄວາມຮັບຜິດຊອບຂອງແຕ່ລະທ້ອງຖິ່ນຮາກຖານ
ເວລາອອກຂ່າວ: 2026-10-08 14:17:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ: ![]()
ຕາມແຫຼ່ງຂ່າວຫວຽດນາມ, ເບິ່ງລວມການເຕີບໂຕໃນ 9 ເດືອນ ຜ່ານມາ ໄດ້ສະແດງໃຫ້ເຫັນກຳລັງແຮງດ້ານເສດຖະກິດຂອງບັນດາທ້ອງຖິ່ນພວມໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ. ຕາມກົມສະຖິຕິ (ກະຊວງການເງິນ) ແລ້ວ, ໄຕມາດທີ III ປີ 2026, ມີ 27 ໃນຈຳນວນ 34 ແຂວງ, ນະຄອນ ມີລະດັບການເຕີບໂຕ GRDP ສູງກວ່າໄຕມາດກ່ອນ. ສິ່ງທີ່ໜ້າເອົາໃຈໃສ່ແມ່ນທ້ອງຖິ່ນຈຳນວນໜຶ່ງໄດ້ມີການບຸກທະລຸຢ່າງແຂງແຮງ, ຜ່ານນັ້ນໄດ້ມີການປ່ຽນແປງກ່ຽວກັບການເຕີບໂຕ GRDP ຫຼາຍພໍສົມຄວນເມື່ອໄລ່ລວມ 9 ເດືອນ ທຽບກັບໝາກຜົນໃນ 6 ເດືອນຕົ້ນປີ. ໝາກຜົນນີ້ໄດ້ສະແດງອອກໃຫ້ເຫັນວ່າເປົ້າໝາຍການເຕີບໂຕສູງໄດ້ກະທົບໃສ່ການບໍລິຫານ, ຕິດພັນກັບຄວາມຮັບຜິດຊອບຂອງແຕ່ລະແຂວງ, ນະຄອນ ແລະ ອຳນາດການປົກຄອງແຕ່ລະຂັ້ນນັບມື້ນັບຈະແຈ້ງກວ່າ.
ທ່າເຕີບໂຕຈາກບັນດາທ້ອງ ຖິ່ນ: ຈາກອັນດັບ 5 ແຂວງ, ນະຄອນ ທີ່ມີລະດັບການເຕີບໂຕ GRDP ສູງທີ່ສຸດໃນ 9 ເດືອນຂອງປີ 2026 ຍັງແມ່ນບັນດາທ້ອງຖິ່ນທີ່ຢູ່ໃນທອັບ 10 ແຂວງ, ນະຄອນທີ່ມີລະດັບການເຕີບໂຕ GRDP ສູງທີ່ສຸດໃນ 6 ເດືອນຕົ້ນປີ. ຢືນອັນດັບທີ 1 ແມ່ນນະຄອນກວ໋າງນີງ, ດ້ວຍລະດັບການເຕີບໂຕ GRDP ໃນ 9 ເດືອນ ບັນລຸ 12,54%. ສະເພາະໃນໄຕມາດ ທີ III, ນະຄອນກວ໋າງນີງ ມີລະດັບການເຕີບໂຕທີ່ປະທັບໃຈ 15,04%. ທ່າເຕີບໂຕຢ່າງແຂງ ແຮງຂອງນະຄອນກວ໋າງນີງ ແມ່ນມາຈາກຫຼາຍປັດໄຈ ຄື: ການປ່ອຍເງິນລົງທຶນພາກລັດ; ການເຄື່ອນໄຫວຂອງຂະແໜງ ການຜະລິດອຸດສາຫະກຳ ແລະ ຂະແໜງການທ່ອງທ່ຽວ, ພ້ອມກັບການຂະແໜງການທ່ອງທ່ຽວທີ່ຈະເລີນເຕີບໂຕແລ້ວ, ຍັງມີການພັດທະນາອາຫານການກິນ ແລະ ເຄື່ອງດື່ມ, ບ່ອນພັກອາໄສ, ການບໍລິການທ່ອງທ່ຽວ ແລະ ການຂົນສົ່ງ...
ທ່ານ ນາງ ຫງວຽນຖຸ່ຍອຽນ ຮອງຫົວໜ້າພະແນກວັດທະນະ ທຳ, ກິລາ ແລະ ການທ່ອງທ່ຽວ ນະຄອນກວ໋າງນີງ ໃຫ້ຮູ້ວ່າ: “ເປັນເສນາທິການບັນດາມາດຕະການຢ່າງຄົບຊຸດຈາກຂໍ້ມູນໂຄສະນາສື່ສານຈົນເຖິງການສ້າງບັນ ດາກົນໄກນະໂຍບາຍພັດທະນາບັນດາຜະລິດຕະພັນທ່ອງທ່ຽວ, ພັດທະນາພື້ນຖານໂຄງລ່າງ ແລະ ບັນດາເນື້ອໃນຕ່າງໆເພື່ອສາມາດພັດທະນາການທ່ອງທ່ຽວກວ໋າງນີງ ໃຫ້ນັບມື້ນັບທັນສະໄໝຂຶ້ນກວ່າເກົ່າ”.
ໃນໄຕມາດດັ່ງກ່າວ, ຢູ່ນະ ຄອນກວ໋າງນີງ ມີຫຼາຍໂຄງການໄດ້ຮັບການຜັນຂະຫຍາຍ ດ້ວຍຂະໜາດການລົງທຶນຫຼາຍ. ຫຼາຍໂຄງການກໍ່ສ້າງເປັນຕົ້ນແມ່ນຕຶກອາຄານສູງ, ສູນການຄ້າ ແລະ ໂຄງລ່າງພື້ນຖານຕ່າງໆ ໃນໄລ ຍະ 2025-2026 ໄດ້ເລີ່ມລົງ ມືກໍ່ສ້າງແລ້ວ... ການຜະລິດອຸດສາຫະກຳສືບຕໍ່ແມ່ນຈຸດພົ້ນເດັ່ນໃນການເຕີບໂຕຂອງນະຄອນ, ດ້ວຍການເປີດກວ້າງທັງດ້ານຂະໜາດ ແລະ ປະລິມານການຜະລິດ. ໄລ່ລວມ 9 ເດືອນໃນປີ 2026, ຄາດຄະເນວ່າດັດຊະນີ ການຜະລິດຂະແໜງອຸດສາຫະ ກຳການປຸງແຕ່ງ, ປະດິດສ້າງຂອງທ້ອງຖິ່ນໄດ້ເພີ່ມຂຶ້ນ 33,59% ເມື່ອທຽບໃສ່ໄລຍະດຽວກັນ. ຖັດຈາກນະຄອນກວ໋າງນີງ ແມ່ນແຂວງຮ່າຕິ້ງ, ນະຄອນຫາຍຟ່ອງ, ນະຄອນບັກນີງ ແລະ ແຂວງນີງບີ່ງ. ໃນ 5 ທ້ອງຖິ່ນທີ່ມີລະດັບການເຕີບໂຕ GRDP ສູງທີ່ສຸດໃນ 9 ເດືອນ ລ້ວນແຕ່ສູງກວ່າ 11%. ນີ້ແມ່ນທ່າເຕີບໂຕຢ່າງແຂງແຮງເມື່ອທຽບໃສ່ກັບ 6 ເດືອນຕົ້ນປີ.
ບ່ອນອີງໃໝ່: ສິ່ງທີ່ໜ້າສົນໃຈໃນສະພາບການເຕີບໂຕ ແມ່ນແຜນທີ່ການເຕີບໂຕກຳລັງມີບ່ອນອີງໃໝ່ຕື່ມອີກ. ກຳລັງຄວາມສາມາດຜະລິດໄດ້ເພີ່ມຂຶ້ນ, ບັນ ດາໂຄງການຂະໜາດໃຫຍ່ເລີ່ມເສີມຂະຫຍາຍປະສິດທິຜົນ, ການບໍລິການໄດ້ຮັບການຟື້ນຟູ, ການລົງທຶນພາກລັດໄດ້ຍູ້ໄວຄວາມຄືບໜ້າ, ບາງຂໍ້ຕິດຂັດທີ່ແກ່ຍາວກໍ່ໄດ້ຮັບການແກ້ໄຂເທື່ອລະກ້າວ. ຫຼາຍທ້ອງຖິ່ນໄດ້ພ້ອມກັນສ້າງກຳລັງໜູນ, ພື້ນຖານການເຕີບໂຕລວມຈະມີຄວາມໝັ້ນແກ່ນກວ່າ.
ໝາກຜົນນີ້ຍິ່ງມີຄວາມໝາຍກວ່າເມື່ອຫວຽດນາມ ວາງເປົ້າໝາຍການເຕີບໂຕ GDP ປີ 2026 ນີ້ ຕ້ອງບັນລຸແຕ່ 10% ຂຶ້ນໄປ. ບັນດາສູນເສດຖະກິດໃຫຍ່ເຖິງວ່າມີຂອບຂະໜາດໃຫຍ່ ແລະ ກຳລັງແຮງດຶງດູດໄປຮອດໃສກໍ່ຍາກທີ່ຈະສາມາດແບກຫາບການເຕີບໂຕທີ່ຈຳເປັນທັງໝົດໄດ້. ຍ້ອນແນວນັ້ນ, ເລື່ອງແຕ່ລະແຂວງ, ນະຄອນ ປະກອບສ່ວນດ້ວຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ແຫຼ່ງກຳລັງທີ່ມີຢູ່ແລ້ວນັ້ນ ແມ່ນສິ່ງສຳຄັນຢ່າງແທ້ຈິງ.
ຈຸດໃໝ່ຂອງປີນີ້ແມ່ນວິທີການມອບໝາຍໜ້າທີ່ ແລະ ການຈັດ ຕັ້ງປະຕິບັດ. ມະຕິສະບັບເລກທີ 169/NQ-CP ຂອງລັດຖະບານ ກ່ຽວກັບເປົ້າໝາຍການເຕີບໂຕຂອງບັນດາທ້ອງຖິ່ນປີ 2026 ໄດ້ຫັນເປັນຄວາມຮັບຜິດ ຊອບຂອງ 34 ແຂວງ, ນະຄອນຢ່າງລະອຽດ ໂດຍຜ່ານຊຸດດັດຊະນີດ້ານເສດຖະກິດ-ສັງຄົມ-ສິ່ງ ແວດລ້ອມ ຈຳນວນ 32 ຊຸດ, ເຊິ່ງນຳໃຊ້ໃຫ້ທັງປີ 2026 ແລະ ໄລຍະ 2026-2030.
ໃນສະພາບການລວມນັ້ນ, ກົດໝາຍວ່າດ້ວຍການພັດທະນາຕົວເມືອງ ມີຜົນສັກສິດນັບແຕ່ວັນທີ 1 ຕຸລາ ປີ 2026, ໄດ້ປະກອບສ່ວນສ້າງກອບນິຕິກຳເພື່ອສ້າງແຫຼ່ງກຳລັງ, ສ້າງທ່າບຸກທະລຸໃນການພັດທະນາ. ທີ່ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ (ເດືອນກໍລະກົດ ປີ 2026), ເມື່ອຕີລາຄາກ່ຽວກັບກົດໝາຍສະບັບນີ້, ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດ ຖືວ່າ: “ຮູບແບບຈັດແບ່ງສິດອຳນາດໃນຮ່າງກົດໝາຍຕາມຫຼັກການຈັດແບ່ງສິດອຳ ນາດຢ່າງແຂງແຮງກວ່າ, ເຖິງຖອງກວ່າໃຫ້ທ້ອງຖິ່ນຕາມຫຼັກ ການທ້ອງຖິ່ນເຮັດ, ທ້ອງຖິ່ນຮັບຜິດຊອບ. ເຖິງຢ່າງໃດກໍຕາມ ຕ້ອງຮັບປະກັນຄວາມເປັນເອກະພາບຂອງພື້ນຖານບໍລິຫານແຫ່ງຊາດ ແລະ ຫຼັກການປະຕິບັດສິດ ອຳນາດຂອງລັດທີ່ລັດຖະທຳມະນູນໄດ້ຂໍ້ກຳນົດ. ບັນດາຂໍ້ກຳ ນົດກ່ຽວກັບກົນໄກນະໂຍບາຍຊຸກຍູ້ການພັດທະນາຕົວເມືອງພິເສດ ໄດ້ຮັບການປັບປຸງເພື່ອ ຮັບປະກັນໃຫ້ມີຈຸດພິເສດສະ ເພາະ, ພົ້ນເດັ່ນຢ່າງແທ້ຈິງ”.
ກົດໝາຍວ່າດ້ວຍການພັດທະ ນາຕົວເມືອງ ດ້ວຍການບຸກທະລຸໃຫຍ່ສຸດແມ່ນການຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດໃຫ້ທ້ອງຖິ່ນໃນການກະກຽມ ແລະ ການຜັນຂະຫຍາຍໂຄງການ, ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ວິສາຫະກິດ ແລະ ເພີ່ມກະແສເງິນລົງທຶນໃຫ້ດີທີ່ສຸດ. ສະພາບການເຕີບໂຕລວມໃນ 9 ເດືອນປີ 2026 ໄດ້ສະ ແດງໃຫ້ເຫັນກຳລັງແຮງດ້ານເສດຖະກິດຂອງບັນດາທ້ອງຖິ່ນ ພວມໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ. ໃນຊຸມເດືອນທ້າຍປີຈະແມ່ນຈຸດເວລາຕັດສິນ, ຮຽກຮ້ອງໃຫ້ບັນດາທ້ອງຖິ່ນສືບຕໍ່ເສີມຂະຫຍາຍບັນດາກຳລັງໜູນທີ່ມີຢູ່ແລ້ວ, ນຳໃຊ້ບ່ອນອີງໃໝ່ເພື່ອຍູ້ໄວການລົງທຶນ, ເປີດກວ້າງການຜະລິດ ແລະ ກະຕຸກຊຸກຍູ້ບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນເຕີບໂຕ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















