ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງພັນ​ນັກຮຽນ ໂຮງຮຽນ​ທະຫານ​ຊາຍ​ແດນ 712 ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ
ເວລາອອກຂ່າວ: 2026-10-09 09:13:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 301 | ຄວາມນິຍົມ:



ວັນ​ທີ 5 ຕຸລາ 2026, ກອງພັນ​ນັກຮຽນ ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໄດ້​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ເພື່ອ​ສະເຫຼີມສະ ຫຼອງ ວັນ​ຄູ​ແຫ່ງ​ຊາດ ຄົບຮອບ 32 ປີ (07 ຕຸລາ 1994-07 ຕຸລາ 2026), ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ສະຖິດ ວົງ​ຄຳ​ຈັນ ຫົວໜ້າ​ການເມືອງ​ກອງພັນ​ນັກຮຽນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ນັກຮຽນ ພ້ອມ​ດ້ວຍ ນັກຮຽນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ມຸດ​ແດງ ສີ​ລາ​ວັນ ຫົວໜ້າ​ການ​ທະຫານ​ກອງພັນ​ນັກຮຽນ ໄດ້​ຜ່ານ​ແຜນການ ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້ ຈຸດປະສົງ​ກໍ​ເພື່ອ​ເປັນ​ການ​ສະເຫຼີມສະຫຼອງ ວັນ​ຄູ​ແຫ່ງ​ຊາດ ຄົບຮອບ 32 ປີ ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ, ທັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ ລະຫວ່າງ ພະນັກງານ-ນັກຮົບ, ນັກຮຽນ-ນັກ​ສຶກ​ສາ​ພາຍ​ໃນ​ໂຮງຮຽນ​ໃຫ້​ມີ​ຄວາມ​ແໜ້ນ​ແຟ້ນ ແລະ ເພື່ອ​ເປັນ​ການ​ຜ່ອນຄາຍ​ຄວາມ​ອິດເມື່ອຍ​ຈາກ​ການ​ຮຽນ-ການ​ສອນ. ການ​ແຂ່ງຂັນ​ກິລາ​ປະກອບ​ມີ 2 ປະເພດ​ຄື: ບານສົ່ງ​ຊາຍ ແບ່ງ​ເປັນ 8 ທີມ ແລະ ບານເຕະ​ຊາຍແບ່ງ​ເປັນ 8 ທີມ, ປະເພດ​ລາງ ວັນ: ບານສົ່ງ​ລາງວັນ​ທີ 1 ໄດ້​ຮັບ​ເງິນສົດ ຈຳນວນ 400.000 ກີບ ພ້ອມ​ຂັນ​ລາງວັນ ແລະ ລາງວັນ​ທີ 2 ໄດ້​ຮັບ​ເງິນສົດ 300.000 ກີບ; ສ່ວນ​ບານເຕະ​ ລາງວັນ​ທີ 1 ໄດ້​ຮັບ​ເງິນສົດ ຈຳນວນ 400.000 ກີບ ພ້ອມ​ຂັນ​ລາງວັນ ແລະ ລາງວັນ​ທີ 2 ໄດ້​ຮັບ​ເງິນສົດ 300.000 ກີບ ເຊິ່ງ​ການ​ແຂ່ງຂັນ​ແມ່ນ​ເລີ່ມ​ແຕ່​ວັນ​ທີ 5-7 ຕຸລາ 2026 ຈຶ່ງ​ຈະ​ສຳເລັດ. ໂດຍ : ນາງ ອາ​ນຸ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ