ກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍຊາວໜຸ່ມ ສູນ 14
ເວລາອອກຂ່າວ: 2026-10-12 09:06:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ: ![]()
ວັນທີ 1 ຕຸລາ 2026 ນີ້, ໜ່ວຍຊາວໜຸ່ມ ສູນ 14 ໄດ້ເປີດ ກອງປະຊຸມໃຫຍ່ ຄັ້ງທີ VII ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສົມຈິດ ຄູນນະວົງ ຫົວ ໜ້າພະແນກຊາວໜຸ່ມຫ້ອງການ ເມືອງກົມໃຫຍ່ເສນາທິການກອງ ທັບ, ມີຄະນະພັກ-ຄະນະບັນຊາ, ຄະນະໜ່ວຍຊາວໜຸ່ມ ຕະຫຼອດຮອດສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງດີ ໄຊບຸນເຮືອງ ເລຂາໜ່ວຍຊາວໜຸ່ມສູນ 14 ໄດ້ຜ່ານບົດສະຫຼຸບຕີລາຄາການນຳພາ ແລະ ການຈັດ ຕັ້ງໜ້າທີ່ການເມືອງ 5 ປີ ຜ່ານມາ ຄະນະໜ່ວຍຊາວໜຸ່ມ ສູນ 14 ໄດ້ສົມທົບແໜ້ນກັບການຈັດຕັ້ງຂັ້ນເທິງຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນໄມ້ຫຼາວັດແທກ ເອົາປະ ລິມານ ແລະ ຄຸນນະພາບຂອງແຕ່ລະຂະບວນການເປັນບັນຫາ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ເຊິ່ງຍາມໃດຊາວໜຸ່ມກໍເປັນກຳລັງແຮງ ຫຼັກແຫຼ່ງໃນຂົງເຂດວຽກງານຂອງກົມກອງ, ເອົາໃຈໃສ່ປະຕິບັດລະ ບອບດຳເນີນຊີວິດການເມືອງຂັ້ນຈຸ, ໜ່ວຍ ແລະ ສ່ອງແສງລາຍງານເປັນປົກກະຕິໃຫ້ຂັ້ນເທິງໃນແຕ່ລະເດືອນ ເອົາວຽກງານການເມືອງແນວຄິດ ເປັນປັດໄຈພື້ນຖານທີ່ສຳຄັນ ເປັນປາຍ ແຫຼມທີ່ສອດຫ້ອຍເຂົ້າໃນທຸກວຽກງານ, ໜ້າທີ່ວິຊາສະເພາະຂອງກົມກອງ ເປັນຕົ້ນແມ່ນນຳເອົາແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ມະຕິຄຳສັ່ງ, ເອກະສານມູນເຊື້ອຕ່າງໆ ນຳມາເຜີຍແຜ່ໃຫ້ສະມາຊິກຊາວໜຸ່ມເຂົ້າໃຈຢ່າງເລີກເຊິ່ງ, ດ້ານການຈັດຕັ້ງ ຄະນະໜ່ວຍຊາວໜຸ່ມປະກອບມີ 1 ໜ່ວຍ, ແບ່ງອອກເປັນ 5 ຈຸ, ມີຄະນະໜ່ວຍ 5 ສະຫາຍ, ມີສະມາຊິກຊາວໜຸ່ມທັງໝົດ 58 ສະຫາຍ, ດ້ານຄຸນນະພາບ ສະມາຊິກນຳໜ້າຊາວໜຸ່ມ 4 ບຸກ 24 ສະຫາຍ ເທົ່າກັບ 41,37%, ສະມາຊິກຊາວໜຸ່ມແຂງ 26 ສະຫາຍ ເທົ່າກັບ 44,82%, ສະມາຊິກຊາວໜຸ່ມກາງ 4 ສະຫາຍ, ເທົ່າກັບ 6,89%, ບໍ່ໄດ້ຄັດເລືອກ 2 ສະຫາຍ ເທົ່າກັບ 3,44%, ໄດ້ ຂະຫຍາຍມະຫາຊົນຜູ້ດີເດັ່ນກ້າວ ໜ້າເຂົ້າພັກໄດ້ 10 ສະຫາຍ, ວຽກງານເພີ່ມພູນຜະລິດຜົນ ແກ້ໄຂຊີວິດການເປັນຢູ່ໂດຍປະຕິບັດຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກໍຄື ການປະຕິບັດວຽກງານ 4 ປູກ 4 ລ້ຽງ ໄດ້ເອົາໃຈ ໃສ່ດ້ວຍການປູກ-ການລ້ຽງຕາມລະດູການເພື່ອຕອບສະໜອງພືດຜັກ ແລະ ຊີ້ນເຂົ້າເຮືອນຄົວລວມໝູ່ ພົ້ນເດັ່ນແມ່ນການລ້ຽງກົບ, ປາດຸກພັນ, ປານິນ 5.850 ໂຕ, ຂາຍເປັນເງິນ 5.980.000 ກີບ, ລ້ຽງສັດປີກ (ເປັດ-ໄກ່) 273 ໂຕ ຂາຍເປັນເງິນ 8.980.000 ກີບ, ໃນນັ້ນປູກພືດລົ້ມລຸກຊະນິດຕ່າງໆ 1.142 ກິໂລກຣາມ ເປັນເງິນ 10.300.000 ກີບ, ຊື້ ໝູມາຂ້າຂາຍ 2 ໂຕ ກຳໄລ 1.500.000 ກີບ, ນອກນັ້ນຄະນະໜ່ວຍຊາວໜຸ່ມຍັງສຸມໃສ່ສ້າງແຫຼ່ງລາຍຮັບເພີ່ມເພື່ອເປັນທຶນຮອນເຂົ້າຄັງລວມ ປັດຈຸບັນໜ່ວຍຊາວໜຸ່ມໄດ້ມີເງິນຄັງຂອງໜ່ວຍທັງໝົດ 32.514.000 ກີບ. ຈາກນັ້ນ, ກອງປະຊຸມຍັງໄດ້ພ້ອມກັນໃຊ້ສິດປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ໄດ້ຕາມເປົ້າໝາຍ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















