ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງພົນທີ 5 ເປີດຊຸດຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ໃຫ້ມະຫາຊົນກ້າວໜ້າ
ເວລາອອກຂ່າວ: 2026-10-12 09:06:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 234 | ຄວາມນິຍົມ:



ວັນທີ 9 ຕຸລາ 2026 ນີ້, ກອງພົນທີ 5 ໄດ້ເປີດຊຸດຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ໃຫ້ມະຫາຊົນກ້າວໜ້າ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ທອງດີ ໂລຫາຊາດ ກຳມະການຄະນະພັກກອງພົນ, ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ກອງພົນ, ຕາງໜ້າພະແນກຈັດຕັ້ງພັກ ແລະ ມະຫາຊົນກ້າວໜ້າ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳໄຕ ອະນຸພາບ ຫົວໜ້າພະແນກຈັດຕັ້ງພັກ ກອງພົນທີ 5 ໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າຫ້ອງການເມືອງ ກອງພົນທີ 5 ວ່າດ້ວຍການເປີດຊຸດຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຈຳນວນ 92 ສະຫາຍ, ຍິງ 11 ສະຫາຍ. ໂອກາດນີ້, ສະຫາຍ ພັນໂທ ທອງດີ ໂລຫາຊາດ ໄດ້ບັນລະຍາຍເອກະສານ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃຫ້ແກ່ມະຫາຊົນກ້າວໜ້າໄດ້ຮັບຮູ້, ເຊື່ອມຊຶມ ບັນດາປະຫວັດ ຫຼື ຕົ້ນກໍາເນີດ ຂອງພັກປະຊາຊົນປະຕິວັດລາວ, ເງື່ອນໄຂ ຂອງສະມາຊິກພັກ, ລະບຽບການຂະຫຍາຍພັກ ຕາມ 4 ຂັ້ນຕອນຄື: ຮຽນສະໜັບສະໜູນ, ຮຽນກົດລະບຽບພັກ, ສະເໜີເຂົ້າເປັນສະມາຊິກພັກສຳຮອງ ແລະ ສະເໜີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ, ໜ້າທີ່ຂອງສະມາຊິກພັກ, ສິດຂອງສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ ແລະ ການຄຸ້ມຄອງນໍາໃຊ້ການເງິນສະຕິຂອງພັກ. ເພື່ອເປັນການສ້າງເງື່ອນໄຂອັນຄົບຖ້ວນ ແລະ ຖືກຕ້ອງ ໃຫ້ແກ່ມະຫາຊົນກ້າວໜ້າ ໄດ້ມີຄວາມຕັ້ງໜ້າໃນການເຝິກຝົນຫຼໍ່ຫຼອມຕົນເອງ, ຮັກສາໄດ້ມູນເຊື້ອອັນດີງາມເພື່ອກ້າວເຂົ້າເປັນສະມາຊິກພັກ ຕາມມາດຖານ-ເງື່ອນໄຂ. ໂດຍ: ໄຊຍະຄານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ