ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ພະຈິກ 2026

  

ໂຮງຮຽນ​ທະຫານ​ຊາຍ​ແດນ 712 ປາຖະກະຖາ ວັນ​ຄູ​ແຫ່ງ​ຊາດ ຄົບຮອບ 32 ປີ
ເວລາອອກຂ່າວ: 2026-10-12 09:10:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ:



ວັນ​ທີ 6 ຕຸລາ 2026 ນີ້, ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໄດ້​ປາຖະກະຖາວັນ​ຄູ​ແຫ່ງ​ຊາດ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026), ໂດຍ​ການ​ເປັນ​ປະທານຂອງ ​ສະຫາຍ ພັນ​ເອກ ຂຽນ​ທອງ ໄຊ​ສົມບູນ ຫົວໜ້າ​ການ​ທະຫານ ໂຮງຮຽນ​ທະຫານ​ຊາຍ​ແດນ 712, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ພະແນກການ, ກອງພັນ, ພະນັກ ງານ ຄູ-ອາຈານ ແລະ ນັກຮຽນ-ນັກ​ສຶກ​ສາ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ກອງ​ມີ ໄຊ​ຍະ​ຫວັດ ຫົວໜ້າ​ພະ​ແນກ​ອົບຮົມໂຮງຮຽນ​ທະຫານ​ຊາຍ​ແດນ 712 ໄດ້​ເລົ່າຄືນ​ມູນເຊື້ອ​ວັນ​ຄູ​ແຫ່ງ​ຊາດ ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ເປັນ​ມາ, ຄວາມ​ໝາຍ ແລະ ຄວາມ​ສຳຄັນ​ຂອງ​ວັນ​ຄູ​ແຫ່ງ​ຊາດ. ຄູໝາຍ​ເຖິງ​ຄົນທີ່​ມີ​ຄວາມ​ຮູ້ ແລະ ປະສົບ​ການ ເຊິ່ງ​ສາມາດ​ຖ່າຍ​ທອດ​ຄວາມ​ຮູ້ ແລະ ປະສົບ​ການ​ນັ້ນ​ໄປ​ສູ່​ຜູ້​ອື່ນໆ, ຄູໄດ້​ມີ​ບົດບາດປະກອບ​ສ່ວນ​ອັນ​ສຳຄັນ​ທີ່​ບໍ່​ມີ​ໃຜ ແລະ ຊັ້ນ​ຄົນ​ໃດ​ຈະ​ປະຕິເສດ​ໄດ້, ການຈັດຕັ້ງ​ໃຫ້​ມີ​ວັນ​ຄູ​ແຫ່ງ​ຊາດ​ລາວ ມີ​ຈຸດປະສົງເພື່ອ​ໃຫ້​ທຸກ​ຄົນ​ໄດ້​ສະແດງ​ຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ຕໍ່​ ຄູ-ອາຈານ ທັງ​ເປັນ​ການ​ເຊີດ​ຊູ​ກຽດ​ສັກ​ສີ, ຖານະ​ບົດບາດ​ຂອງ​ຄູ​ຕໍ່​ສັງຄົມ, ຄຸນ​ປະໂຫຍດ ແລະ ຄຸນງາມຄວາມດີ​ຂອງ​ຄູ ທີ່​ມີ​ຕໍ່​ປະເທດ​ຊາດ. ວັນ​ຄູ​ແຫ່ງ​ຊາດ ເປັນ​ວັນ​ໜຶ່ງ​ທີ່​ສຳຄັນ​ໃນ​ປະຫວັດສາດ​ຂອງ​ຊາດ​ລາວ ເພື່ອ​ເຮັດໃຫ້​ ຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ຕໍ່​ ຄູ-ອາ ຈານ ໃນ​ທົ່ວ​ສັງຄົມ​ໄດ້​ກາຍ​ມາ​ເປັນ​ພຶດຕິ​ກຳ​ຕົວ​ຈິງ ລັດຖະບານ ຈຶ່ງ​ໄດ້​ກຳນົດ​ເອົາ​ວັນ​ທີ 7 ຕຸລາ ຂອງ​ທຸກໆ ປີ ເປັນ​ວັນ​ຄູ​ແຫ່ງ​ຊາດ​ລາວ. ໂອກາດ​ນີ້, ຍັງ​ໄດ້​ມອບ​ໃບ​ຍ້ອງຍໍ​ຄູ​ສອນ​ດີ-ສອນ​ເກັ່ງ ຈຳນວນ 10 ສະຫາຍ. ຈາກ​ນັ້ນ, ຕາງໜ້າ​ນັກ​ສຶກ​ສາ ໄດ້​ອ່ານ​ສານ​ອວຍພອນ​ວັນ​ຄູ ແລະ ມອບ​ ຂອງຂວັນ​ໃຫ້​ແກ່​ ຄູ-ອາຈານ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ