ການເຄື່ອນໄຫວກົມກອງຕ່າງໆ ທ້າຍເດືອນ ກັນຍາ
ເວລາອອກຂ່າວ: 2026-10-12 09:15:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ: ![]()
ໃນນີ້, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ: ໄດ້ລົງເຄື່ອນໄຫວຊີ້ນຳເຮັດວຽກຢູ່ສະຫະພັນນັກຮົບເກົ່າເມືອງໄຊຍະບູລີ, ສະຫາຍ ພັນໂທ ແຫວນກາ ວັນນະວົງ ໄດ້ເຜີຍແຜ່ເອກກະສານແຈ້ງການຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບໃຫ້ບັນດາຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ລົງຊີ້ນຳວຽກງານປະກັນສັງຄົມ ຢູ່ບັນດາກົມກອງ
ຮາກຖານ ເພື່ອເກັບກຳຂໍ້ມູນພະນັກ ງານບຳນານ, ພະນັກງານເສຍອົງຄະ, ໜ້າຍ, ລູກກ້ຳພ້າ ແລະ ຜູ້ດູແລໃຫ້ມີຄວາມຖືກຕ້ອງຈະແຈ້ງ ແລະ ຊັດເຈັນກັບຖານຂໍ້ມູນທີ່ມີຢູ່ແລ້ວ.
ຄະນະພັກໂຮງຮຽນກໍ່ສ້າງນາຍສິບທະຫານຮາບ ເລກ 2 ວຽງໄຊ:
ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພັນທີ1 (ນັກຮຽນ ມ 6), ສະຫາຍ
ພັນໂທ ກົງມະລີ ວົງພັນ ໄດ້ໃຫ້ຮູ້ເຖິງປະຫວັດມູນເຊື້ອຄວາມເປັນມາຂອງໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ. ພ້ອມທັງ ເນັ້ນໜັກໃຫ້ນັກຮຽນແຕ່ລະສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ອອກແຮງແຂ່ງຂັນກັນ ດຸໝັ່ນຄົ້ນຄວ້າຮ່ຳຮຽນ ປະຕິບັດບັນດາຂໍ້ກຳນົດກົດລະບຽບ, 7 ລະບອບ 18 ວຽກຂອງກອງທັບ ກໍຄືກົດລະບຽບຂອງໂຮງຮຽນຢ່າງເຂັ້ມງວດ ແລະ ຈົ່ງພ້ອມກັນມີຄວາມຕັດສິນໃຈສູງ ສາມັກຄີຮັກແພງຊ່ວຍ ເຫຼືອເຊິ່ງກັນແລະ ກັນ ປັບຕົນເອງໃຫ້ເຂົ້າກັບສະ ພາບແວດລ້ອມຂອງກົມກອງການດຳ ລົງຊີວິດແບບລວມໝູ່ ແລະ ພ້ອມກັນສູ້ຊົນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກນາໆປະການ ເພື່ອໃຫ້ສຳເລັດໜ້າທີ່ການຈັດຕັ້ງມອບໝາຍ.
ຊາວໜຸ່ມຫ້ອງການເມືອງວິທະຍາຄານພະລາທິການກອງທັບ: ໄດ້ຈັດພິທີປະກາດຊາວໜຸ່ມພົ້ນອາຍຸກະສຽນ, ໂດຍອີງຕາມກົດລະບຽບຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາ ຊົນ ປະຕິວັດລາວ ສະໄໝທີ VIII, ໝວດທີ II, ມາດຕາ 10 ວ່າດ້ວຍການສິ້ນສຸດການເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ, ຕາມຄຳສະເໜີຂອງສະມາຊິກຊາວໜຸ່ມທີ່ຮອດກຳນົດພົ້ນກະສຽນ. ສະຫາຍ ພັນຕີ ຂັນທອງ ໄຊຍະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອານຸມັດພົ້ນອາຍຸກະສຽນສະມາ ຊິກຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 2 ສະຫາຍ.
ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງຫຼວງນ້ຳທາ:
ໄດ້ສະຫຼຸບວຽກງານຮອບດ້ານປະຈຳໄຕມາດ III ແລະ ວາງທິດທາງແຜນ ການ ປະຈຳໄຕມາດ IV ປີ 2026, ສະຫາຍ ພັນຕີ ວັນພອນ ໄຊຍະວົງ ຫົວໜ້າພະແນກບໍລິຫານ-ສັ່ງລວມ ຫ້ອງທະຫານຊາຍແດນ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2026, ໂດຍສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ, ມະຕິ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ແລະ ມະຕິ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງໃຫ້ປະກົດຜົນເປັນຈິ່ງ. ເຊິ່ງໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງ, ໄດ້ສຸມໃສ່ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຢ່າງແຂງແຮງ ຕິດພັນກັບວຽກງານ 3 ສ້າງ ແລະ ການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນຢູ່ບັນດາຈຸດຫຼໍ່ແຫຼມຂອບເຂດຮັບ ຜິດຊອບ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກ ງານ-ນັກຮົບໃນກົມກອງ, ຈັດຕັ້ງກຳ ລັງເຄື່ອນໄຫວລາດຕະເວນຂອບເຂດຮັບຜິດຊອບຢູ່ບັນດາຈຸດຫຼໍ່ແຫຼມ ແລະ ບ້ານລຽບຕາມຊາຍແດນ.
ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ: ໄດ້ລົງພົບປະໂອລົມພະນັກງານ-ນັກຮົບ ຢູ່ກອງບັນຊາການທະຫານເມືອງແບງ, ສະຫາຍ ພັນໂທ ໄມ່ແພງ ພູມປະເສີດ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງແບງ ໄດ້ຜ່ານບົດລາຍງານຫຍໍ້ໃນການຈັດຕັ້ງປະຕິບັດໜ້າທີວຽກງານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານຫຼາຍດ້ານ ເປັນຕົ້ນວຽກງານເຮັດໃຫ້ສະ ພາບມີຄວາມສະຫງົບແມ່ນສຳເລັດການລົງເກັບກຳຂໍ້ມູນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ 3 ບ້ານ, ເຄື່ອນໄຫວປ້ອງກັນວັນສຳຄັນຕ່າງໆຂອງຊາດ, ຂອງພັກ 8 ຄັ້ງ, ຊ່ວຍເຫຼືອປະຊາຊົນມອດໄຟລາມປ່າ 7 ຄັ້ງ, ກອບກູ້ໄພພິບັດນ້ຳຖ້ວມ 2 ຄັ້ງ, ເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ແນວທາງຂອງພັກ, ມູນເຊື້ອຕ່າງໆຂອງພັກລັດ ແລະ ຂອງກອງທັບ 15 ຄັ້ງ, ສ້າງຂະບວນການດ້ານຕ່າງໆ 36 ຄັ້ງ ແລະ ຍັງໄດ້ຍົກສູງວຽກງານການປູກ-ການລ້ຽງ ເພື່ອສ້າງແຫຼ່ງລາຍຮັບໃຫ້ແກ່ກົມກອງຕື່ມອີກ.
ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ: ສະຫາຍ ພັນເອກ ພັນສອນ ຄຳຜິວ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງ ທັບ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານອົບຮົມ-ຫັດແອບຢູ່ກອງພັນ 103 ກອງບັນຊາການທະ ຫານແຂວງເຊກອງ, ການລົງເຄື່ອນໄຫວໃນຄັ້ງນີ້ ກໍເພື່ອເປັນການຕິດຕາມກວດກາຈັດຕັ້ງປະຕິບັດການອົບຮົມ-ຫັດແອບຂອງພະນັກງານ-ນັກຮົບ ຢູ່ກອງພັນ 103, ເປັນຕົ້ນແມ່ນລະບຽບການຈັດຮູບແຖວເຄົາລົບທຸງ, ທ່າຈັງຫວະ 13 ບັນຫາອົບຮົມຂອງບຸກຄົນ ຄົງທີ, ເຄື່ອນທີ, ໃຫ້ມີຄວາມເປັນເອກະພາບ ໃນທົ່ວກອງທັບ ເວົ້າລວມເວົ້າສະເພາະ ກໍຄື: ໃຫ້ຄະນະພັກ-ຄະນະບັນຊາກອງພັນ, ກອງຮ້ອຍ ແລະ ໝວດພ້ອມດ້ວຍອົງການສຳນັກງານທີ່ຂຶ້ນກັບ ໄດ້ຮັບຮູ້ ແລະ ເຂົ້າໃຈ, ພ້ອມກັນຈັດຕັ້ງປະຕິບັດຕົວຈິງໃຫ້ຖືກຕ້ອງ ແລະ ເຂັ້ມງວດ.
ກອງປະຊຸມສ່ອງແສງວຽກງານຮອບດ້ານເຂດ lV ປະຈຳໄຕມາດ lll ປີ 2026: ກອງພັນ 413 ກອງບັນຊາການທະຫານແຂວງຫຼວງພະບາງ, ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານເຂດ IV ປະຈຳໄຕມາດ III ປີ 2026 ຂອງກອງບັນຊາການທະຫານແຂວງຫຼວງພະບາງ, ໃນກອງປະຊຸມ ແຕ່ລະກົມກອງໄດ້ຜັດປ່ຽນກັນລາຍງານສະພາບການທີ່ເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ໃນນີ້, ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ເອົາໃຈໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບ ດ້ານ ຕາມທິດນຳຂອງພັກ-ລັດ, ສຸມໃສ່ການສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ, ສູ້ຮົບປ້ອງກັນຕົວ ແລະ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ລຽບຕາມບໍລິເວນຊາຍແດນຂອງແຕ່ລະກົມກອງ ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ວຽກງານການປັບປຸງກໍ່ສ້າງກຳລັງ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາສຳຄັນ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດຫຼັກ
ໝັ້ນ, ມີສະຕິຕໍ່ການຈັດຕັ້ງ ຕື່ນຕົວປະຕິບັດຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະ ບຽບຂອງກອງທັບຢ່າງເຂັ້ມງວດ ຕິດພັນກັບຂະບວນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ພ້ອມນີ້, ຍັງໄດ້ຈັດຕັ້ງອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ, ຮັບປະກັນທາງດ້ານສຸຂະພາບ ແລະ ຊີວິດການເປັນຢູ່ ຂອງນາຍ ແລະ ພົນທະຫານ ໃນແຕ່ລະກົມກອງ, ເອົາໃຈໃສ່ຄຸ້ມຄອງ, ບົວລະບັດປົກຮັກສາພາຫະນະເຕັກນິກ, ອາວຸດ-ກະສຸນ ສາມາດຮັບປະກັນໃຫ້ແກ່ການອົບຮົມ-ຫັດແອບ ແລະ ສູ້ຮົບມີໄຊ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















