ກອງພົນທີ 4 ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2026-10-12 09:48:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ: ![]()
ວັນທີ 7 ຕຸລາ 2026 ຜ່ານມານີ້, ກອງພົນທີ 4 ປາຖະກະຖາ 2 ວັນປະຫວັດສາດ ວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994–7 ຕຸລາ 2026) ແລະ ວັນປະກາດເອກະລາດ ທົ່ວປະເທດ ຄົບຮອບ 81 ປີ (12 ຕຸລາ 1945–12 ຕຸລາ 2026), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ຫົວໜ້າການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາ ກອງພົນ, ຫ້ອງ, ພະແນກການ, ກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນ ຂອງວັນຄູແຫ່ງຊາດ ທີ່ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດລາວ ແລະ ປະຫວັດການເຄື່ອນໄຫວ ຂອງນາຍຄູຄໍາ ທີ່ນໍາພາປະຊາຊົນ ລຸກຂຶ້ນຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ການສຶກສາ ຂອງປະເທດລາວ ໄດ້ຮັບການພັດທະນາເປັນກ້າວໆ ແລະ ໄດ້ກໍານົດເອົາວັນທີ 7 ຕຸລາ ຂອງທຸກໆ ປີ ເປັນວັນຄູແຫ່ງຊາດ ເພື່ອເປັນການລະນຶກເຖິງ ແລະ ສະແດງຄວາມກະຕັນຍູ, ຮູ້ບຸນຄຸນ ຕໍ່ຄູ-ອາຈານ. ພ້ອມທັງ ຍົກໃຫ້ເຫັນ ຄວາມໝາຍຄວາມສໍາຄັນ ຂອງວັນປະກາດເອກະລາ 12 ຕຸລາ ເຊິ່ງເປັນໄຊຊະນະທີ່ມີຄວາມໝາຍປະຫວັດສາດທີ່ສໍາຄັນທີ່ສຸດ ເປັນເທື່ອທໍາອິດ ທີ່ປະຊາຊົນລາວບັນດາເຜົ່າ ໄດ້ກາຍເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ເຊິ່ງໄຊຊະນະຄັ້ງນີ້ ບໍ່ໄດ້ເປັນພຽງໄຊຊະນະ ຂອງປະຊາຊົນລາວທັງຊາດ ແຕ່ຍັງເປັນໄຊຊະນະ ຂອງພັກ ແລະ ປະຊາຊົນທັງ 3 ຊາດ ໃນອິນດູຈີນ ຕື່ມອີກ.
ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ໃຫ້ນັກຮຽນ ທີ່ຮຽນຈົບວິຊາສະເພາະ ຈາກສາຍລັດ ໃນນີ້, ປະດັບທຽບຊັ້ນຮ້ອຍໂທ ໃຫ້ນັກຮຽນ ຮຽນຈົບປະລິນຍາຕີ ແລະ ອະນຸປະລິນຍາ 10 ສະຫາຍ, ຊັ້ນສູງ 17 ສະຫາຍ ແລະ ປະດັບທຽບຊັ້ນຮ້ອຍຕີ ໃຫ້ນັກຮຽນຈົບຊັ້ນກາງ 2 ສະຫາຍ ແລະ ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດເລື່ອນຊັ້ນສິບເອກ ຂຶ້ນ ວາທີ ຈໍານວນ 109 ສະຫາຍ.
ໂດຍ: ພອນເທບ ຈອມມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















