ຫ້ອງການເມືອງ ກອງບັນຊາການທະຫານແຂວງເຊກອງ ປິດຊຸດອົບຮົມ-ຫັດແອບ ປະຈໍາປີ 2026
ເວລາອອກຂ່າວ: 2026-10-12 14:42:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 478 | ຄວາມນິຍົມ: ![]()
ວັນທີ 9 ຕຸລາ 2026 ນີ້, ຫ້ອງການເມືອງ ກອງບັນຊາການທະຫານແຂວງເຊກອງ ໄດ້ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສີດາວົງ ດວງປານີ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງເຊກອງ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ລາດສະວົງ ແກ້ວດາສິນ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງເຊກອງ ວ່າດ້ວຍການອະນຸມັດ ໃຫ້ຫ້ອງການເມືອງ ກອງບັນຊາການທະຫານແຂວງເຊກອງ ປິດຊຸດອົບຮົມ-ຫັດແອບ ປະຈໍາປີ 2026. ຈາກນັ້ນ, ສະຫາຍ ພັນໂທ ສັງວານ ແສງສັກສິດ ຮອງຫ້ອງການເມືອງ ໄດ້ຜ່ານບົດສະຫຼຸບຜົນສໍາເລັດ ກ່ຽວກັບການຈັດຕັ້ງປະຕິບັດ ອົບຮົມ-ຫົດແອບ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນການອົບຮົມ-ຫັດແອບ ຜ່ານມາ ສາມາດຕີລາຄາ ໄດ້ດັ່ງນີ້: ພາກທິດສະດີ ປະຕິບັດໄດ້ 90%, ວິຊາລະບຽບການທະຫານ ແລະ ການປະຕິບັດຍິງລູກປືນແທ້ 85%, ດ້ານທິດສະດີ ຄຸນຄ່າ-ສະມັດຕະພາບ ແລະ ການປະກອບສ້າງ ຂອງປືນ AKM, ຫຼັກການ, ຈັ່ງຫວະ-ບາດກ້າວ ຂອງການຍິງ, ການເລັ່ງຜິດ-ເລັ່ງຖືກ ກ່ຽວກັບ ປືນກົນມື ສາມາດຕີລາຄາຄວາມຮັບຮູ້-ເຂົ້າໃຈ ໄດ້ 75%; ການຈັດຕັ້ງປະຕິບັດຍິງລູກປືນແທ້ ຢູ່ພາກສະໜາມສາມາດຮັບປະກັນຄວາມປອດໄພ ໄດ້ 100%. ຈາກຜົນສໍາເລັດດັ່ງກ່າວ ສາມາດຄັດເລືອກ ບຸກຄົນດີເດັ່ນ-ຫ້າວຫັນ ແລະ ຍິງປືນເກັ່ງ ໄດ້ດັ່ງນີ້: ປະເພດບຸກຄົນ ປະເພດທີ I ມີ 3 ສະຫາຍ, ປະເພດ II ມີ 4 ສະຫາຍ ແລະ ລວມໝູ່ ປະເພດທີ I ມີ 2 ກົມກອງ, ປະເພດ II ມີ 2 ກົມກອງ. ພ້ອມທັງ ມອບໃບຍ້ອງຍໍ ປະເພດ I ແລະ II ໃຫ້ກັບບຸກຄົນ ແລະ ລວມໝູ່ ຜູ້ທີ່ປະຕິບັດໄດ້ຍິງດີຍິງເກັ່ງຢ່າງສົມກຽດ.
ໂດຍ: ກອງຄໍາ ຈິ່ງດ້າຍອດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















