ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຢາເສບຕິດຄື ສັດຕູໂຕຮ້າຍກາດ, ປວງຊົນລາວທັງຊາດ ຕ້ອງຮ່ວມກັນສະກັດກັ້ນແກ້ໄຂ
ເວລາອອກຂ່າວ: 2026-10-12 14:44:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 553 | ຄວາມນິຍົມ:



ເນື່ອງໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ (12 ຕຸລາ 2001-12 ຕຸລາ 2026), ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ໄດ້ກ່າວວ່າ: ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ບັນຫາຢາເສບຕິດຖືເປັນອາຊະຍາກໍາທີ່ຮ້າຍແຮງທີ່ສຸດ ຕໍ່ການດໍາລົງຊີວິດ ຂອງມວນມະນຸດ, ມັນທໍາລາຍຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເສດຖະກິດ, ວັດທະນາທໍາ ເຊິ່ງຜູ້ທີ່ເຄື່ອນໄຫວພົວພັນກ່ຽວຂ້ອງກັບຢາເສບຕິດໃນທຸກໆກໍລະນີ, ນັບທັງຜູ້ຖືກເຄາະຮ້າຍຈາກຢາເສບຕິດ ລ້ວນແຕ່ເປັນພິດໄພ, ມີຜົນຮ້າຍຕໍ່ຊີວິດ, ສຸຂະພາບ, ຊັບສິນຂອງສັງຄົມ ຫຼື ສ້າງບາດແຜຄວາມເຈັບຊໍ້າດ້ານຈິດໃຈຕໍ່ບຸກຄົນ, ຄອບຄົວ ແລະ ຍາດພີ່ນ້ອງ ພ້ອມນັ້ນ, ມັນຍັງທໍາລາຍຄວາມສະຫງົບປອດໄພໃນຄອບຄົວ, ກີດຂວາງການພັດທະນາເສດຖະກິດ-ສັງຄົມ ແລະ ຍັງສ້າງຜົນກະທົບຕໍ່ຄວາມໝັ້ນຄົງ ຂອງປະເທດຊາດ. ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງ ໃນວຽກງານແກ້ໄຂບັນຫາຢາເສບຕິດ ຕ້ອງມີຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ, ເຊິ່ງໃນໜຶ່ງປີທີ່ຜ່ານມາ ຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໂດຍມີກະຊວງປ້ອງກັນຄວາມສະຫງົບ ເປັນເສນາທິການ ໃຫ້ສູນກາງພັກ-ລັດຖະບານ ໃນການຊີ້ນໍາການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງຕະຫຼອດມາ. ຮອດເວລານີ້, ເປັນໄລຍະເວລາການສືບຕໍ່ຈັດຕັ້ງປະຕິບັດ ຕາມມະຕິ 171/ສພຊ, ລົງວັນທີ 21 ພະຈິກ 2025, ວ່າດ້ວຍການຮັບຮອງເອົາຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ (2021-2025) ແລະ ທິດທາງແຜນການຕໍ່ໜ້າ ໃຫ້ຫັນມາເປັນແຜນງານແຫ່ງຊາດ ຕາມ 6 ວຽກຈຸດສຸມ, ທັງຫັນເຂົ້າສູ່ວຽກງານຕົວຈິງ ຢ່າງຕັ້ງໜ້າ. ປີ 2026 ນີ້, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ກໍານົດຫົວຂໍ້ວັນແຫ່ງຊາດຕ້ານຢາເສບຕິດ ວ່າ: “ຢາເສບຕິດຄືສັດຕູໂຕຮ້າຍກາດ, ປວງຊົນລາວທັງຊາດ ຕ້ອງຮ່ວມກັນສະກັດກັ້ນແກ້ໄຂ ໃຫ້ນໍາເອົາຈິດໃຈນີ້ ເຂົ້າສູ່ວຽກງານຕົວຈິງເປັນຕົ້ນ: ສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບ, ກົດໝາຍ, ພິດໄພຜົນຮ້າຍຂອງຢາເສບຕິດ ໃຫ້ກວ້າງຂວາງ ແລະ ຕໍ່ເນື່ອງເຊັ່ນ: ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດກິດຈະກໍາພາຍໃຕ້ຫົວຂໍ້ “ຊາວໜຸ່ມຍຸກໃໝ່ຫ່າງໄກຢາເສບຕິດ” ເຊິ່ງມີຊາວໜຸ່ມເຂົ້າຮ່ວມແລກປ່ຽນຄໍາຄິດເຫັນໃນການປ້ອງກັນສະກັດກັ້ນ, ແກ້ໄຂຢາເສບຕິດໃນຫຼາຍເນື້ອໃນ ເຊິ່ງໄດ້ເປັນປະ ໂຫຍດຫຼາຍໃນການນໍາພາ-ຊີ້ນໍາ ເຄື່ອນໄຫວວຽກງານແກ້ໄຂຢາເສບຕິດ ແກ່ເຈົ້າໜ້າທີ່ພວກເຮົາ ແລະ ສະແດງໃຫ້ເຫັນວ່າ: ນີ້ເປັນຊ່ອງທາງໜຶ່ງ ໃນການສ້າງຄວາມຮັບຮູ້ ທີ່ຖືກຕ້ອງ ໃຫ້ຊາວໜຸ່ມນັກຮຽນ, ນັກສຶກສາ, ປະຊາຊົນລາວບັນດາເຜົ່າ ໄດ້ມີຄວາມຮັບຮູ້, ເຂົ້າໃຈຖືກຕ້ອງຕໍ່ກັບພິດໄພຜົນຮ້າຍ ຂອງຢາເສບຕິດທຸກຊະນິດ ພ້ອມກັນນີ້, ທົ່ວປວງຊົນລາວ ໄດ້ສ້າງຄວາມເຂັ້ມແຂງຢູ່ໃນຊຸມຊົນດ້ວຍການໂຄສະນາເຜີຍແຜ່ເຮັດໃຫ້ປະຊາຊົນຊາວຄ້າຂາຍ, ກໍາມະກອນ, ຊາວນາ-ຊາວສວນ ໄດ້ຕື່ນຕົວເຂົ້າຮ່ວມປ້ອງກັນ, ແກ້ໄຂບັນຫາຢາເສບຕິດເພີ່ມຂຶ້ນຢ່າງຕໍ່ເນື່ອງ ສະແດງອອກໃນການສ້າງຄອບຄົວ, ບ້ານ, ຊຸມຊົນ, ໂຮງຮຽນ, ສະຖາບັນການສຶກສາພາກລັດ-ເອກະຊົນ, ສໍານັກງານ, ອົງການ, ໂຮງຈັກ, ໂຮງງານປອດຢາເສບຕິດເພີ່ມຂຶ້ນໃນແຕ່ລະໄລຍະ. ນອກນັ້ນ, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດແຕ່ລະຂັ້ນ ຍັງໄດ້ເອົາໃຈໃສ່ປະສານສົມທົບສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ປະຊາຊົນບັນດາເຜົ່າ ທີ່ຢູ່ເຂດຫ່າງໄກສອກຫຼີກ ຫັນໄປປະກອບອາຊີບຖືກກົດໝາຍ, ມີລາຍຮັບທີ່ໝັ້ນຄົງ ດ້ວຍການປູກພືດທົດແທນການປູກພືດທີ່ມີສານເສບຕິດ, ສົ່ງເສີມລ້ຽງສັດ, ປູກພືດຜັກ ເປັນສີນຄ້າຈໍາໜ່າຍພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ, ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດແມ່ນໄດ້ຮັບເຂົ້າບໍາບັດປິ່ນປົວສຸຂະພາບ ແລະ ເຝິກວິຊາຊີບຢູ່ໃນສູນປິ່ນປົ່ວ 16 ແຫ່ງຂອງລັດ ມີປະສິດທິຜົນໃນລະດັບທີ່ແນ່ນອນ. ຍ້ອນເຫັນໄດ້ເຖີງໄພອັນຕະລາຍ ຂອງບັນຫາຢາເສບຕິດ ພັກ-ລັດຖະບານ, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ຈຶ່ງໄດ້ຍົກລະດັບມາດຕະການ, ການນໍາພາ-ຊີ້ນໍາ ວຽກງານແກ້ໄຂບັນຫາຢາເສບຕິດ ໃຫ້ມີຄວາມເດັດຂາດ, ຈິງຈັງ ທັງໄດ້ວາງນະໂຍບາຍ ສ້າງເປັນແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2026-2030) ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄປຕາມ 6 ວຽກຈຸດສຸມຢ່າງເປັນລະບົບຕໍ່ເນື່ອງ ເຮັດໃຫ້ອາຊະຍາກໍາຢາເສບຕິດທຸກຮູບແບບຫຼຸດ ລົງຢ່າງຊັດເຈນ. ສະນັ້ນ, ໃນນາມລັດຖະບານແຫ່ງ ສປປ ລາວ, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ຂ້າພະເຈົ້າຂໍມອບໝາຍໜ້າທີ່ໃຫ້ບັນດາຂະແໜງການ, ກະຊວງ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຮຽກຮ້ອງມາຍັງທົ່ວປວງຊົນລາວ ຈົ່ງພ້ອມກັນຈັດຕັ້ງປະຕິບັດ ດັ່ງນີ້: ທຸກຂະແໜງການທັງພາກລັດ-ເອກະຊົນ ຕ້ອງຖືເອົາວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ, ເປັນໜ້າທີ່ຄວາມຮັບຜິດຊອບຂອງຕົນ ແຕ່ສູນກາງຮອດທ້ອງຖິ່ນ ພ້ອມທັງ, ກໍານົດເອົາວຽກດັ່ງກ່າວເຂົ້າເປັນວຽກທີ່ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະ ຂອງແຕ່ລະຂະແໜງການ; ກະຊວງປ້ອງກັນຄວາມສະຫງົບ, ຄະນະໂຄສະນາອົບຮົມສູນກາງພັກ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນທົ່ວສັງຄົມ ຈົ່ງຍົກສູງວຽກງານໂຄສະນາສ້າງຄວາມຮັບຮູ້ທົ່ວສັງຄົມ ໃຫ້ກວ້າງຂວາງດ້ວຍຫຼາຍວິທີການທີ່ສ່ອງແສງ ໃຫ້ເຫັນເຖິງພິດໄພຜົນຮ້າຍ ຂອງຢາເສບຕິດໃຫ້ຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນບັນດາເຜົ່າ ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຢ່າງຖືກຕ້ອງ, ຕື່ນຕົວ, ສະມັກໃຈປະກອບສ່ວນເຂົ້າຮ່ວມເຮັດວຽກງານແກ້ໄຂບັນຫາຢາເສບຕິດທົ່ວປວງຊົນໃຫ້ຫຼາຍຂຶ້ນ; ກະຊວງປ້ອງກັນຄວາມສະຫງົບ, ບັນດາກອງບັນຊາການປ້ອງກັນຄວາມສະຫງົບແຂວງ/ນະຄອນຫຼວງ ຮ່ວມກັບກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເອົາໃຈໃສ່ການບໍາບັດປິ່ນປົ່ວ, ຟື້ນຟູສຸຂະພາບ ແລະ ເຝິກວິຊາຊີບເບື້ອງຕົ້ນ ໃຫ້ຜູ້ຖືກເຄາະຮ້າຍທີ່ເຂົ້າປິ່ນປົ່ວອອກຢາເສບຕິດ ຢູ່ໃນ 16 ສູນ ໃຫ້ມີຄຸນນະພາບ ແລະ ຕ້ອງໄດ້ຕິດຕາມຊ່ວຍເຫຼືອ ເຮັດໃຫ້ຜູ້ອອກຢາເສບຕິດ ໄດ້ມີຊີວິດການເປັນຢູ່ຢ່າງເປັນປົກກະຕິ ເພື່ອຮັບປະກັນບໍ່ໃຫ້ຄົນເຫຼົ່ານັ້ນໄປຕິດຢາເສບຕິດຄືນອີກ; ບັນດາຂະແໜງການປະຕິບັດໜ້າທີ່ດໍາເນີນຄະດີຕາມຂະບວນການຍຸຕິທໍາ ແຕ່ລະຂັ້ນຕ້ອງມີຄວາມເດັດຂາດໂປ່ງໃສ, ເປັນມືອາຊີບ ເພື່ອຮັບປະກັນວຽກງານວິຊາສະເພາະ, ກົດໝາຍ ແລະ ການເມືອງ ຮັບປະກັນເຮັດໃຫ້ບັນຫາຢາເສບຕິດຢູ່ໃນປະເທດເຮົາຫຼຸດລົງຢ່າງຊັດເຈນຈະແຈ້ງ; ກະຊວງປ້ອງກັນຄວາມສະຫງົບ (ຄະນະກໍາມະການແກ້ໄຂບັນຫາຢາເສບຕິດຂັ້ນແຂວງ) ໃຫ້ສືບຕໍ່ຊີ້ນໍາການປັບປຸງລະບົບການຈັດຕັ້ງສະພາບໍລິຫານ, ກອງເລຂາ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດ ຕາມມາດຕາ 5 ຂອງດໍາລັດ 639/ລບ ວ່າດ້ວຍກອງທຶນ ຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍສະເພາະແມ່ນການເກັບກໍາ, ຂຶ້ນບັນຊີ, ຊໍາລະສະສາງ, ເອກະພາບການຄຸ້ມຄອງງົບປະມານກ່ອນມອບເຂົ້າກອງທຶນແຕ່ລະຂັ້ນ ເພື່ອຮັບປະກັນ ໃຫ້ສາມາດມີງົບປະມານຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ແກ່ການແກ້ໄຂບັນຫາຢາເສບຕິດ ທີ່ຈໍາເປັນໄດ້ຢ່າງຄ່ອງຕົວ; ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ບັນດາຂະແໜງການທີ່ກ່ຽວຂ້ອງ ຍັງຕ້ອງໄດ້ເອົາໃຈໃສ່ລົງໃກ້ສິດ ສຶກສາອົບຮົມໃຫ້ຄວາມຮູ້ແກ່ປະຊາຊົນ ບໍ່ໃຫ້ລັກລອບປູກພືດທີ່ມີສານເສບຕິດ, ຊຸກຍູ້, ສົ່ງເສີມເຂົາເຈົ້າໄດ້ມີເງື່ອນໄຂຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ແທນການປູກພືດທີ່ມີສານເສບຕິດ, ພ້ອມທັງ ດໍາເນີນມາດຕະການທາງກົດໝາຍຢາງເດັດຂາດຕໍ່ຜູ້ກະທໍາຜິດ; ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ, ສາກົນເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ສະໜັບສະໜູນທາງດ້ານທຶນຮອນ ປະກອບສ່ວນເຂົ້າໃນວຽກງານແກ້ໄຂບັນຫາຢາເສບຕິດ ໂດຍສະເພາະແມ່ນການສົ່ງເສີມປະຊາຊົນ ສ້າງອາຊີບທີ່ໝັ້ນຄົງ, ການສະໜອງ, ແລກປ່ຽນຂໍ້ມູນຂ່າວສານທີ່ຈໍາເປັນ ລວມທັງການປະສານສົມທົບປ້ອງກັນການລັກລອບຄ້າຂາຍ, ຂົນສົ່ງຢາເສບຕິດ, ສານເຄມີຕົ້ນຂອບເຂດບໍລິເວນຊາຍແດນຢ່າງເດັດຂາດ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ບວກກັບການຮ່ວມມື, ການສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດສາກົນ, ພວກເຮົາຈະສາມາດເອົາຊະນະອຸປະສັກຫຍໍ້ທໍ້ຕ່າງໆ ແລະ ເຮັດໃຫ້ບັນຫາຢາເສບຕິດຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ທຸກຄົນ, ທຸກຊົນເຜົ່າ, ທຸກສາດສະໜາ ບໍ່ເປັນທາດຢາເສບຕິດ, ຊີວິດ-ວັດທະນາທໍາ ຈະຮຸ່ງເຮືອງສີວິໄລ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ