ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ຕິດຕາມການເຝິກແອບ ຢູ່ພາກສະໜາມ
ເວລາອອກຂ່າວ: 2026-10-12 14:51:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 515 | ຄວາມນິຍົມ:



ວັນທີ 8 ຕຸລາ 2026 ນີ້, ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ເຄື່ອນໄຫວຕິດຕາມ ການເຝິກແອບຮໍ່າຮຽນ ພາກປະຕິບັດປະສານສຽງແຕກຍິງເປົ້າໝາຍດ້ວຍລູກປືນແທ້ ຢູ່ພາກສະໜາມ, ມີສະຫາຍ ພັນໂທ ພາສີ ວິໄລວັນ ຫົວໜ້າພະແນກຄູຍຸດທະວິທີ, ຄູ-ອາຈານ, ພະນັກງານວິຊາສະເພາະທີ່ກຽ່ວຂ້ອງ ແລະ ນັກຮຽນ ເຂົ້າຮ່ວມ. ສະຫາຍ ພັນຕີ ອາວິນັດ ນ້ອຍຫຼ້າບຸນຕີ ຄູຈຸດໜັກວິຊາ: ຍຸດທະວິທີ ໄດ້ຜ່ານແຜນການຫັດແອບປະສານສຽງແຕກ ພາກປະຕິບັດຕົວຈິງ ຢູ່ພາກສະໜາມ ໃຫ້ແກ່ນັກຮຽນນາຍສິບ ຊຸດທີ 40 ແລະ ບໍາລຸງການທະຫານ ບົດຈຸທະຫານຮາບ ບຸກຕີຫຼາຍເປົ້າໝາຍ ທັງນີ້, ເພື່ອກວດກາຄືນເບິ່ງຄວາມຮູ້, ຄວາມສາມາດ ຂອງນັກຮຽນ ທີ່ໄດ້ຮຽນ ແລະ ຫັດແອບໃນໄລຍະຜ່ານມາ ເພື່ອເປັນພື້ນຖານໃນເວລາໄປຈັດຕັ້ງປະຕິບັດຕົວຈິງໃນຕໍ່ໜ້າ. ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄູ-ອາຈານ ແລະ ນັກຮຽນ ທີ່ໄດ້ສຸມໃສ່ເຂົ້າໃນການເຝິກແອບຮໍ່າຮຽນ ດ້ວຍຄວາມຮັບຜິດຊອບສູງ ແລະ ຮຽກຮ້ອງໃຫ້ນັກຮຽນ ຈົ່ງພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າບົດຮຽນ, ກຳແໜ້ນບັນດາເນື້ອໃນພາກທິດສະດີ ແລະ ບັນດາທ່າຈັງຫວະຕົວຈິງໃຫ້ລະອຽດ ເພື່ອສືບຕໍ່ໝູນໃຊ້ເຂົ້າໃນການສອບເສັງ, ເອົາໃຈໃສ່ເຮັດວຽກງານເພີ່ມພູນຜະລິດຜົນນ ເພື່ອສ້າງລາຍຮັບເພີ່ມກຸ່ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງສະຕິຕໍ່ການຈັດຕັ້ງປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ກໍໍຄືຂອງໂຮງຮຽນວາງອອກຢ່າງເຂັ້ມງວດ, ພ້ອມກັນປົກປັກຮັກສາວັດຖຸ-ອຸປະກອນ ຂອງສ່ວນຕົວ ກໍຄືຂອງສ່ວນລວມ ບໍ່ໃຫ້ເປເພ່ ແລະ ເສຍຫາຍ, ເພີ່ມທະວີຄວາມສາມັກຄີ ຢູ່ພາຍໃນ ແລະ ພາຍນອກ ໃຫ້ມີຄວາມໜັກແໜ້ນຂຶ້ນຕື່ມ. ໂດຍ: ອາລຸນ ແກ້ວຜາສຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ