ກອງຮ້ອຍ 13 ທະຫານເມືອງຮຸນ ປິດຊຸດອົບຮົມ-ຫັດເແອບ ປະຈຳປີ 2026
ເວລາອອກຂ່າວ: 2026-10-14 09:17:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ: ![]()
ພິທີປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະ ລາທິການ ແລະ ເຕັກນິກ ປະຈຳປີ 2026 ຂອງກອງຮ້ອຍ 13 ທີ່ຂຶ້ນກັບກອງບັນຊາການທະຫານເມືອງຮຸນ, ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 8 ຕຸລາ 2026, ໂດຍການເປັນປະທານຂອງ ສະຫາຍ ພັນຕີ ທອງເລີຍ ສຸລິຍາ ຫົວໜ້າພະແນກເສນາ ກອງບັນຊາການທະຫານເມືອງຮຸນ, ມີຄະນະພັກ- ຄະນະບັນຊາ ຕະຫຼອດຮອດ ພະ ນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ສຸກັນ ປັນຍາສິມ ຫົວໜ້າການທະຫານກອງຮ້ອຍ 13 ໄດ້ລາຍຜົນຂອງການອົບ ຮົມ-ຫັດແອບການທະຫານ, ການ ເມືອງ, ພະລາທິການ ແລະ ເຕັກ ນິກ ປະຈຳປີ 2026; ໂດຍຍົກ ໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງ ຄ້າງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນໄລຍະ ອົບຮົມ-ຫັດແອບ 180 ວັນຜ່ານມາ ໃນນີ້, ມີນັກເຝິກອົບ ຮົມທັງໝົດ 43 ສະຫາຍ; ຜ່ານການອົບຮົມ-ຫັດແອບຕົວຈິງ, ສາມາດສະຫຼຸບຕີລາຄາຜົນຂອງ ການອົບຮົມ-ຫັດແອບ: ພາກການເມືອງໄດ້ 86,5%; ພາກພະ ລາທິການໄດ້ 88,56%; ພາກ ເຕັກນິກ ໄດ້84,76%; ພາກການ ທະຫານໄດ້ 86,85%; ສະເລ່ຍ ຜົນໄດ້ຮັບຕົວຈິງເທົ່າກັບ 86,85%.
ສະຫາຍ ພັນຕີ ທອງເລີຍ ສຸລິຍາ ໄດ້ຕີລາຄາສູງຕໍ່ຜົນສຳ ເລັດຂອງບັ້ນອົບຮົມໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ນັກອົບຮົມແຕ່ລະສະຫາຍ ຈົ່ງນຳເອົາບົດ ຮຽນ ກໍຄືເນື້ອໃນເອກະສານທີ່ໄດ້ອົບຮົມ-ຫັດແອບຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງກົມກອງ ໃຫ້ເປັນຮູບປະທຳ ແລະ ປະກົດຜົນເປັນຈິງ.
ໂດຍ: ສັນໂສພີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















