ກອງບັນຊາການທະຫານເມືອງເຟືອງ ກໍ່ສ້າງເຮືອນພັກພະນັກງານ
ເວລາອອກຂ່າວ: 2026-10-14 09:18:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ: ![]()
ວັນທີ 6 ຕຸລາ 2026, ຄະ ນະພັກ ແລະ ຄະນະບັນຊາກອງ ບັນຊາການທະຫານເມືອງເຟືອງ, ແຂວງວຽງຈັນ ພ້ອມດ້ວຍພະ ນັກງານ-ນັກຮົບ ກົມກອງ ໄດ້ພ້ອມກັນອອກແຮງງານລວມ ລົງມືກໍ່ສ້າງເຮືອນພັກພະນັກງານຂອງກົມກອງ.
ເຮືອນພັກດັ່ງກ່າວນີ້, ມີຂະ ໜາດ 7 x 15 ແມັດ, ໃຊ້ເສົາສີ ມັງເສີມເຫຼັກ, ກໍ່ຝາດ້ວຍດິນບ໋ອກ ແລະ ເທຄານເສີມເຫຼັກແບບຖາ ວອນ; ໂດຍນຳໃຊ້ທຶນຂອງກົມກອງເປັນຫຼັກ, ສ່ວນແຮງງານ ມອບໃຫ້ຂະແໜງກໍ່ສ້າງຮ່ວມກັບ ພະນັກງານ-ນັກຮົບ ພາຍໃນກົມກອງ.
ຈຸດປະສົງເພື່ອປັບປຸງ ແລະ ພັດທະນາຄ້າຍຄູ ໃຫ້ມີສະພາບແວດລ້ອມ ແລະ ໂສມໜ້າທີ່ດີຂຶ້ນ, ສ້າງເງື່ອນໄຂດ້ານບ່ອນພັກອາ ໄສໃຫ້ແກ່ພະນັກງານທີ່ມາປະ ຈຳການຢູ່ກົມກອງ ໃຫ້ມີບ່ອນຢູ່ອາໄສທີ່ຖາວອນ, ສະດວກສະ ບາຍ ແລະ ເໝາະສົມຍິ່ງຂຶ້ນ, ທັງເປັນການສະແດງເຖິງຄວາມ ສາມັກຄີ ພ້ອມພຽງ ແລະ ຈິດໃຈ ຮ່ວມແຮງຮ່ວມໃຈຂອງພະນັກ ງານ-ນັກຮົບ ໃນການພັດທະນາຄ້າຍຄູ ແລະ ປັບປຸງຊີວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນເລື້ອຍໆ.
ໂດຍ: ວັນນະເລດ ລໍວັນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















