ພະແນກກົດລັບ ກອງພົນທີ 4 ມອບເຄື່ອງຈັກກົດລັບ ກອງພັນໃຫຍ່ 401
ເວລາອອກຂ່າວ: 2026-10-14 09:20:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 160 | ຄວາມນິຍົມ: ![]()
ວັນທີ 6 ຕຸລາ 2026, ພະແນກກົດລັບ ຫ້ອງເສນາທິການ ກອງພົນທີ 4 ໄດ້ມອບເຄື່ອງຈັກກົດລັບໃຫ້ກອງພັນໃຫຍ່ 401, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄອນສະຫວັນ ເທບປະດິດ ຮອງຫົວໜ້າຫ້ອງເສນາທິການກອງພົນທີ 4, ໂດຍມີ ສະຫາຍ ພັນເອກ ຄຳໄພ ໄຊສົງຄາມ ຫົວໜ້າການເມືອງກອງ ພັນໃຫຍ່ 401, ມີຄະນະພັກ-ຄະ ນະບັນຊາ 5 ພະແນກການ ແລະ ກອງພັນ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄອນສະຫວັນ ເທບປະດິດ ຮອງຫົວໜ້າຫອງເສນາທິການ ກອງພົນທີ 4 ໄດ້ຕາງໜ້າກ່າວມອບເຄື່ອງຈັກກົດລັບໃຫ້ກອງພັນໃຫຍ່ 401 ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພັນເອກ ຄຳໄພ ໄຊສົງຄາມ ຫົວ ໜ້າການເມືອງກອງພັນໃຫຍ່ 401; ທັງນີ້, ເພື່ອນຳໄຊ້ເຂົ້າໃນວຽກງານລວມຂອງກົມກອງ, ສ້າງເງື່ອນໄຂອຳນວຍຄວາມສະດວກສະບາຍ ໃຫ້ແກ່ວຽກງານ ແລະ ວິຊາສະເພາະກົດລັບ ໃນການເຮັດສຳເລັດໜ້າທີ່ ທີ່ການ ຈັດຕັ້ງຂັ້ນເທີງມອບໝາຍໃຫ້.
ສະຫາຍ ພັນເອກ ຄຳໄພ ໄຊສົງຄາມ ໄດ້ສະແດງຄວາມຂອບໃຈຕໍ່ພະແນກກົດລັບ ຫ້ອງເສນາທິການ ກອງພົນທີ 4 ທີ່ເຫັນຄວາມໝາຍຄວາມສຳຄັນວຽກງານກົດລັບ ຂອງກົມກອງ ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນຳໄປໝູນໃຊ້ເຂົ້າໃນວຽກງານລວມຂອງກົມກອງ ກໍຄື ວຽກງານກົດລັບຂອງກົມກອງຢ່າງແທ້ຈິງ ແລະ ປົກປັກຮັກສາເຄື່ອງຈັກດັງກ່າວສາມາດນຳໃຊ້ໄດ້ຍາວນານ.
ໂດຍ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















