ປະກາດແຕ່ງຕັ້ງຜູ້ບັນຊາຂັ້ນກອງຮ້ອຍ, ໜວດ, ໝູ່ ກອງຮ້ອຍທະຫານຊາຍແດນ 243
ເວລາອອກຂ່າວ: 2026-10-14 09:25:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ: ![]()
ພິທີປະກາດແຕ່ງຕັ້ງມອບໝາຍໜ້າທີ່ບັນດາຜູ້ບັນຊາຂັ້ນກອງຮ້ອຍ, ຂັ້ນໝວດ ແລະ ໝູ່ຢູ່ກອງຮ້ອຍທະຫານຊາຍແດນ 243 ທີ່ຂຶ້ນກັບກອງບັນຊາການ
ທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນ ໃນວັນທີ 7 ຕຸລາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນທັນ ໄຊມຸງຄຸນ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີ ສະຫາຍ ພັນໂທ ແສງວັນ ຢຸດທະຈັກ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະ ຫານນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງ, ພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ກິແກ້ວ ວິໄລຈິດ ຫົວໜ້າພະແນກພະນັກງານ ກອງ
ບັນຊາການທະຫານນະຄອນ ຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງກອງບັນຊາການທະ ຫານນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງຕັ້ງມອບໝາຍໜ້າທີ່, ເຊິ່ງອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ໃນພາກທີ II ໝວດທີ 4 ມາດຕາ 26, ຂໍ້ 10 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມທິດທາງກ່ຽວກັບການບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ,ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມໜັງສືສະ ເໜີຂອງກອງຮ້ອຍທະຫານຊາຍແດນ 243 ແລະ ການເຫັນດີຂອງຫ້ອງເສນາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຕົກລົງແຕ່ງຕັ້ງ ສະຫາຍ ຮ້ອຍເອກ ພູຫຼວງ ເລືອງມະນີ ເປັນຮອງຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 243, ຮ້ອຍເອກ ອານຸສິດ ຍອດຫຼວງສະຫວັນ ເປັນຫົວໜ້າ ໝວດ 1, ຮ້ອຍເອກ ລ້ານ ມະນີວົງ ເປັນຮອງຫົວໜ້າໝວດ 3, ຮ້ອຍໂທ ເຈ ກະຕິຍະ ເປັນຫົວໜ້າໝູ່ 2 ໝວດ 2, ຮ້ອຍຕີ ພູມີ ວົງວິໄຊ ເປັນຮອງ ຫົວໜ້າໝູ່ 3 ໝວດ 3. ໃນພິທີ, ສະຫາຍ ຮ້ອຍເອກ ລະດົມ ແສງສຸລິຍາ ຮອງຫົວໜ້າພະແນກຈັດຕັ້ງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການໜ່ວຍພັກກອງຮ້ອຍທະຫານຊາຍແດນ243, ຄະນະປະຈຳພັກກອງບັນ ຊາການທະຫານນະຄອນຫຼວງວຽງຈັນ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນຕີ ພອນສັກດາ ສຸລິນທອນ ເປັນກຳມະການໜ່ວຍພັກ ກອງຮ້ອຍທະຫານຊາຍແດນ 243 ຢ່າງເປັນທາງການ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















