ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ໜ່ວຍ​ສະຫະພັນ​ແມ່ຍິງ​ກອງ​ສາງ​ຢາ ແລະ ອຸປະກອນ​ການ​ແພດ​ກອງທັບ ສຳເລັດ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XIII
ເວລາອອກຂ່າວ: 2026-10-14 09:29:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ໜ່ວຍ​ສະຫະພັນ​ແມ່ຍິງ​ກອງ​ສາງ​ຢາ ແລະ ອຸປະກອນ​ການ​ແພດ​ກອງທັບ, ໄດ້​ຈັດ​ຂຶ້ນ ໃນ​ວັນ​ທີ 9 ຕຸລາ 2026 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ​ປອ ພົງ​ສະໄໝ ຫຸນ​ນະ​ຈຳປາ ຮອງ​ຫົວໜ້າ​ຫ້ອງ​ການເມືອງ​ກົມ​ໃຫຍ່​ພະລາທິການ​ກອງທັບ, ຜູ້​ຊີ້​ນຳ​ວຽກ​ງານ​ອົງ​ການຈັດຕັ້ງ​ມະຫາຊົນ, ມີ​ສະຫາຍ ພັນ​ໂທ ນາງ ນຸ່ນ​ແກ້ວ ຄຳ​ມຸງຄຸນ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ​ຫ້ອງ​ການເມືອງ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ ຄະນະ​ພັກ-ຄະນະ​ບັນຊາ, ອົງ​ການຈັດຕັ້ງ​ຊາວ​ໜຸ່ມ, ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ ແລະ ສະມາຊິກ​ສະຫະພັນ​ແມ່ຍິງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ວຽງ​ທອງ ສໍ​ພາບ​ມີ​ໄຊ ຫົວໜ້າ​ໜ່ວຍ​ສະຫະພັນ​ແມ່ຍິງ​ກອງ​ສາງ​ຢາ ແລະ ອຸປະກອນ​ການ​ແພດ​ກອງທັບ ຜູ້​ເກົ່າ, ໄດ້​ສະຫຼຸບ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການຈັດຕັ້ງ​ປະ ຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ໜ່ວຍ​ສະຫະພັນ​ແມ່ຍິງ ໃນ​ໄລຍະ 2022-2026 ແລະ ທິດ​ທາງ​ແຜນການ​ປີ 2027- 2031, ເຊິ່ງ​ຄະນະ​ໜ່ວຍ​ສະຫະ ພັນ​ແມ່ຍິງ​ໄດ້​ເອົາໃຈໃສ່​ຕໍ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ​ໃຫ້​ສະມາຊິກ​ສະຫະພັນ​ແມ່ຍິງ​ທຸກ​ສະຫາຍ, ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ, ມະຕິ, ຄຳ​ສັ່ງ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ, ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ ໃນ​ແຕ່​ລະ​ໄລຍະ, ຮູ້​ຫັນ​ເອົາ​ແນວທາງ​ນະໂຍບາຍ​ຂອງ​ພັກ ມາ​ນຳ​ໃຊ້​ໃຫ້​ແທດເໝາະ​ກັບ​ໜ້າ ທີ່​ການເມືອງ​ຂອງ​ຕົນ, ເດັດດ່ຽວ​ຕອບ​ຕ້ານ​ທຸກ​ກົນອຸບາຍ​ຂອງ​ສັດຕູ, ເອື້ອຍ​ນ້ອງ​ທຸກ​ຄົນ​ມີ​ຄວາມ​ເປັນ​ເອກະ​ພາບ ແລະ ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ມີ​ຄວາມ​ອຸ່ນ​ອ່ຽນ​ທຸ່ນ​ທ່ຽງ, ບໍ່​ຫັ່ວນ​ໄຫວ​ຄອນ​ແຄນ, ສ້າງ​ໄດ້​ແນວ​ຄິດ​ການ​ກະທຳ​ທີ່​ດີ, ພ້ອມ​ທັງ​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ຈຸ-ໜ່ວຍ​ເປັນ​ປະຈຳ, ສຳ​ຫຼວດ​ກວດກາ​ຕີ​ລາ ຄາ​ດ້ານ​ດີ​ດ້ານ​ອ່ອນ, ຂໍ້ຄົງຄ້າງ, ຕຳ​ນິ​ສົ່ງ​ຂ່າວ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ເສຍ​ເງິນ​ບຳລຸງ​ສະຕິ​ເປັນ​ປະຈຳ​ບໍ່​ໄດ້​ຂາດ. ນອກ​ນີ້, ການ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ, ສາມາດ​ຄັດ​ເລືອກ​ໄດ້​ບຸກຄົນ 3 ດີ ປະເພດ I ຈຳນວນ 33 ສະຫາຍ, ປະເພດ II ຈຳນວນ 2 ສະຫາຍ, ວິຊາ​ການ​ດີເດັ່ນ 1 ສະຫາຍ, ໄດ້​ຮັບ​ການ​ຍ້ອງຍໍ​ຊົມເຊີຍ​ຜົນ ງານ 5 ປີ, ເນື່ອງ​ໃນ​ໂອກາດ​ການຈັດ ຕັ້ງ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ ແລະ ເຂົ້າ​ຮ່ວມ​ວຽກ​ງານ​ສະກັດ​ກັ້ນ​ຕ້ານ​ພະຍາດ​ໂຄ​ວິດ 19, ເຊິ່ງ​ໄດ້​ຮັບ ​ການ​ປະ​ດັບ​​ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ II 3 ສະຫາຍ, ຫຼຽນ​ໄຊ​ ພິລະ​ອາດ​ຫານ​ຊັ້ນ III 6 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ II 2 ສະ ຫາຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ III 7 ສະຫາຍ, ຫຼຽນ​ກາ​ແຮງ​ງານ 7 ສະຫາຍ, ໃບ​ຍ້ອງຍໍ​ລັດຖະບານ 7 ສະຫາຍ ແລະ ໃບ​ຍ້ອງຍໍ​ກະ ຊວງ​ປ້ອງ​ກັນ​ປະເທດ 15 ສະ ຫາຍ, ກອງ​ປະຊຸມ​ກໍ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ບົດ​ລາຍ ​ງານ​ການເມືອງ​ຢ່າງ​ກົງ​ໄປ​ກົງ​ມາ ພ້ອມ​ທັງ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ທິດ​ທາງ​ແຜນການ​ໃນຕໍ່ ໜ້າ, ຈາກ​ນັ້ນ, ກໍ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ​ຊຸດ​ໃໝ່. ໃນ​ນີ້, ໄດ້​ເລືອກ​ເອົາ ພັນ​ໂທ ນາງ ວັນ​ເນົາ ປະເສີດ ເປັນ​ຫົວໜ້າ​ໜ່ວຍ​ສະຫະພັນ​ແມ່ ຍິງ, ພັນ​ໂທ ນາງ ສົມ​ພອນ ໜຳ​ທະ​ພັນ ເປັນ​ຮອງ ແລະ ພັນ​ໂທ ນາງ ພອນ​ວິຈິດ ພັນ​ສຸກ ເປັນ​ກຳ ມະການ​ໜ່ວຍ​ສະຫະພັນ​ແມ່ຍິງ​ກອງ​ສາງ​ຢາ ແລະ ອຸປະກອນ​ການ​ແພດ​ກອງທັບ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ