ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກອງ​ພົນ​ທີ 2 ມອບ​ເງິນ​ອຸດ​ໜູນ​ໃຫ້​ຄອບຄົວ​ຜູ້​ເສຍ​ຊີວິດ
ເວລາອອກຂ່າວ: 2026-10-14 09:34:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ໃນ​ວັນ​ທີ 2 ຕຸລາ 2026 ນີ້, ກອງ​ພົນ​ທີ 2 ມອບ​ເງິນ​ອຸດ​ໜູນ ໃຫ້​ຄອບຄົວ​ຜູ້​ເສຍ​ຊີວິດ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ສະຫາຍ​ພັນ​ໂທ ສົມ​ຈິດ ແກ້ວ​ໄຊ​ຍະ​ວົງ ກຳມະການ​ຄະນະ​ພັກ​ກອງ​ພົນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ, ມີ​ພະແນກການ​ທີ່​ກ່ຽວຂ້ອງ, ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ ແລະ ຄອບຄົວ​ຜູ້​ເສຍ​ຊີວິດ​ເຂົ້າ​ຮ່ວມ.       ສະຫາຍ ​ພັນ​ຕີ ນາງ ແຫວນແກ້ວ ອຸດອນ​ໄຊ ຊ່ວຍ​ວຽກພະ​ແນກ​ ປະກັນ​ສັງຄົມຫ້ອງການເມືອງ​ ກອງ​ພົນ​ທີ 2 ໄດ້​ຜ່ານ​ລາຍ​ຊື່ ຂອງ​ນາຍ​ທະຫານ​ຜູ້​ເສຍ​ຊີວິດ​ຈຳນວນ 5 ຄອບຄົວ ລວມ​ເງິນ​ທັງ​ໝົດ​ຈຳນວນ 394.576.100 ກີບ.       ໂອກາດ​ນີ້, ສະຫາຍ ​ພັນໂທ ສົມ​ຈິດ ແກ້ວ​ໄຊ​ຍະ​ວົງ ໄດ້​ມີ​ຄຳ​ຄິດ​ຄຳ​ເຫັນ​ໂອ້​ລົມຕໍ່​ຄອບຄົວ​ຜູ້​ເສຍ​ຊີວິດ ພ້ອມ​ທັງ​ໃຫ້​ກຳລັງ​ໃຈ​ຕໍ່​ຄອບຄົວ​ລູກ​ເມຍ​ເມື່ອ​ໄດ້​ຮັບ​ເງິນ​ຮ່ວງ​ນະໂຍບາຍ​ແລ້ວ ຈົ່ງ​ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ​ນີ້​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ​ຄອບຄົວ​ໃຫ້​ດີ​ຂຶ້ນ ແລະ ເກີດ​ຜົນ​ປະໂຫຍດ​ສູງ​ສຸດ. ໂດຍ: ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ