ໂຄສະນາສຸຂະສຶກສາ ວຽກງານບໍລິຈາກເລືອດຊ່ວຍເພື່ອນ ມະນຸດດ້ວຍກັນ ແລະ ສັງຄົມຢູ່ກອງບັນຊາການທະຫານຊາຍແດນ
ເວລາອອກຂ່າວ: 2026-10-14 09:35:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ: ![]()
ໃນວັນທີ 29 ກັນຍາ 2026 ນີ້, ສະຖາບັນເລືອດແຫ່ງຊາດ ໄດ້ຈັດຕັ້ງໂຄສະນາສຸຂະສຶກສາວຽກງານບໍລິຈາກເລືອດ ແລະ ຮ່ວມບໍລິຈາກເລືອດ ເພື່ອຊ່ວຍສັງຄົມ ງວດທີ I ປະຈຳປີ 2026 ຢູ່ທີ່ກອງບັນຊາການທະຫານຊາຍແດນເຂົ້າຮ່ວມມີ ສະຫາຍ ພັນໂທ ສົມເພັດ ຈັນທະພິມ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ, ມີ ທ່ານ ດຣ ຄຳຈັນ ຄຳມະນີວົງ ຮອງຫົວໜ້າສະຖາບັນເລືອດແຫ່ງຊາດ, ຄະນະພັກ-ຄະນະບັນ ຊາ 6 ຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ
ທ່ານ ດຣ ຄຳຈັນ ຄຳມະນີວົງ ໄດ້ບັນຍາຍກ່ຽວກັບສຸຂະສຶກສາຂອງການບໍລິຈາກເລືອດ ແລະ ຄວາມສຳຄັນກ່ຽວກັບເລືອດ, ເຊິ່ງໄດ້ຍົກໃຫ້ເຫັນບາງຂໍ້ສຳຄັນເປັນຕົ້ນແມ່ນສ່ວນປະກອບຂອງເລືອດ, ໝວດເລືອດ, ເລືອດຢູ່ພາຍໃນຮ່າງກາຍຂອງຄົນເຮົາ, ໝວດເລືອດລະບົບ A, B, O ໃຫ້ກັນໄດ້ ແລະ ເລືອດມີຄວາມສຳຄັນຫຼາຍໃນການຫຼໍ່ລ້ຽງຮ່າງ ກາຍຂອງຄົນເຮົາໃຫ້ມີຊີວິດຢູ່ໄດ້ໂດຍນຳເອົາສານອາຫານທີ່ຈຳເປັນ ແລະ ມີຄຸນຄ່າໄປຫາເນື້ອເຫຍື້ອ ແລະ ອະໄວຍະຕ່າງໆຂອງຮ່າງກາຍ, ຖ້າຄົນເຮົາຂາດເລືອດ ທຸກພາກສ່ວນຂອງຮ່າງກາຍກໍ ຈະຕາຍໄປເພາະວ່າບໍ່ໄດ້ຮັບອາ ຫານ. ສຳລັບເງື່ອນໄຂການບໍລິ ຈາກເລືອດ ມີດັ່ງນີ້: ທ່ານຕ້ອງຮູ້ສຶກສະບາຍໃຈ, ສຸຂະພາບແຂງ ແຮງດີ, ມີອາຍຸລະຫວ່າງ 17-60 ປີ (ເພດຍິງ), ອາຍຸລະຫວ່າງ 17-65 ປີ (ເພດຊາຍ), ມີນໍ້າ ໜັກ 45 ກິໂລກຼາມຂຶ້ນໄປ, ບໍ່ມີ ປະຫວັດສ່ຽງຕໍ່ການຕິດເຊື້ອພະ ຍາດທີ່ນຳສົ່ງຜ່ານທາງເລືອດໂດຍສະເພາະແມ່ນ HIV, HBsAg, HCV, SyphiIis, ບໍ່ມີປະຫັວດເປັນພະຍາດຕົວເຫຼືອງ, ຕາເຫຼືອງມາກ່ອນ, ບໍ່ເປັນໄຂ່ມາເຣຍມາກ່ອນ. ໃນນີ້, ຜູ້ຈະເອົາເລືອດອອກຕ້ອງນອນຫຼັບພັກຜ່ອນໃຫ້ພຽງພໍຢ່າງໜ້ອຍ 6 ຊົ່ວໂມງຂຶ້ນໄປ, ກິນອາຫານໃຫ້ອີ່ມ ສ່ວນຜູ້ເອົາເລືອດອອກໃຊ້ເວລາປະມານ 3-10 ນາທີ ແລະ ບໍລິຈາກເລືອດແຕ່ລະຄັ້ງເພດຊາຍແມ່ນ 3 ເດືອນ ແລະ ສ່ວນເພດຍິງແມ່ນ 4 ເດືອນຂຶ້ນໄປ. ດັ່ງນັ້ນຈິ່ງຮຽກຮ້ອງໃຫ້ ນາຍ ແລະ ພົນທະຫານຍົກສູງຄວາມຮັບຜິດຊອບສູງຕໍ່ໜ້າທີ່ ການເມືອງ ແລະ ມີນໍ້າໃຈເສຍສະ ຫຼະ ປະກອບສ່ວນເຂົ້າໃນການ ບໍ ລິຈາກເລືອດເພື່ອນຊ່ວຍເພື່ອນມະນຸດ ດັ່ງຄຳຂວັນທີ່ວ່າ: ແບ່ງຄວາມຮັກແບ່ງນໍ້າໃຈ,ໃຫ້ເລືອດ ໃຫ້ຊີວິດ ຮ່ວມບໍລິຈາກເລືອດຊ່ວຍສັງຄົມ.
ໂດຍ: ນາງ ອານຸພອນ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















