ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກິນ​ກໍ​ອີ່ມ, ນຸ່ງ​ກໍ​ງາມ ຮຽນ​ກໍ​ເກັ່ງ ແລະ ວິໄນ​ກໍ​ດີ
ເວລາອອກຂ່າວ: 2026-10-14 09:36:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ:



ສະຫາຍ ພັນ​ໂທ ຕຸ້ຍ​ອຸດອນ ພິລາ​ວົງ ຮອງ​ຫົວໜ້າ​ຫ້ອງ​ພະ ລາທິການ ໂຮງຮຽນ​ວັດທະນາ​ທຳ​ຊົນເຜົ່າ​ກອງທັບ ໄດ້​ໃຫ້​ຮູ້​ວ່າ: ສຳລັບ​ໂຮງຮຽນ​ວັດທະນະທຳ​ຊົນ ເຜົ່າ​ກອງທັບ​ ເຊິ່ງ​ເປັນ “ເຮືອນ​ຫຼັງ​ທີ່​ສອງ” ຂອງ​ນ້ອງ​ນ້ອຍນັກ ຮຽນ​ຊົນເຜົ່າ​ໃນ​ກອງທັບ​ທີ່ມີໜ້າ ທີ່​ກໍ່ສ້າງ ແລະ ເຝິກຝົນ​ຫຼໍ່​ຫຼອມ​ ລູກ​ຫຼານປະຊາຊົນ​ບັນດາຊົນເຜົ່າ​ ໃຫ້​ກາຍເປັນ​ປັນຍາ​ຊົນ, ພົນທະ ຫານ, ນາຍ​ທະຫານ​ໃນ​ອະນາຄົດ ທີ່​ມີ​ທັງ​ຄວາມ​ຮູ້, ຄວາມ​ສາມາດ ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ ແນ່ນອນ​ວ່າ ວຽກ​ງານ​ຮັບປະກັນ​ພະລາທິການ ກໍ​ມີ​ບົດບາດ​ຕັດສິນ​ຊີ້​ຂາດ​ຕໍ່​ຄຸນ​ນະ​ພາບ​ຂອງ​ການ​ຮຽນ-ການ​ສອນ ແລະ ການປະ ຕິບັດ​ລະບຽບ​ຮຽບ​ຮ້ອຍຂອງ​ນ້ອງ​ນ້ອຍ​ນັກຮຽນ​ຊົນເຜົ່າ. ດັ່ງນັ້ນ, ການ​ຮັບປະກັນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ​ໃນ​ການ​ປະຕິບັດ​ໜ້າທີ່​ລ້ຽງ​ດູ, ອົບຮົມ ແລະ ສິດສອນ​ນ້ອງ​ນ້ອຍ​ນັກຮຽນ​ທີ່​ຈາກ​ຕ່າງ​ແຂວງ ແລະ ຫຼາກ​ຫຼາຍ​ຊົນເຜົ່າ. ວຽກ​ງານພະ ລາທິການ​ຈຶ່ງ​ຕ້ອງ​ຮັບປະກັນໃຫ້​ ນ້ອງນ້ອຍນັກຮຽນໄດ້​ກິນ​ອາ ຫານ​ທີ່​ສະອາດ, ຖືກ​ຫຼັກ​ສຸ​ຂະ​ອະ ນາໄມ, ມີ​ສານ​ອາຫານ​ພຽງພໍ ເພື່ອ​ສຸຂະພາບ​ຮ່າງກາຍ​ທີ່​ແຂງ ແຮງ ແລະ ສຸຂະພາບ​ຈິດ​ທີ່​ແຈມ​ໃສ​ມີ​ຄວາມ​ພ້ອມ​ໃນ​ການ​ສຶກ​ສາ​ຮ່ຳຮຽນ ການ​ສ້າງ​ສະພາບ​ແວດ​ລ້ອມ​ສີຂຽວ, ສະອາດ ແລະ ສວຍ​ງາມ, ບໍ່​ພຽງ​ແຕ່​ເລື່ອງ​ການ​ກິນ​ຢູ່​ເທົ່າ​ນັ້ນ, ການ​ຮັບປະກັນ​ດ້ານ​ທີ່ຢູ່​ອາໄສ, ຫໍ​ພັກ​ນັກຮຽນ, ລະບົບ​ນ້ຳ​ກິນ-ນ້ຳ​ໃຊ້ ແລະ ສວນ​ປູກຝັງ-ລ້ຽງສັດ​ຂອງ​ກົມ​ກອງ​ກໍ​ຕ້ອງ​ເອົາໃຈໃສ່​ຢ່າງ​ທົ່ວ​ເຖິງ. ໃນ​ໄລຍະ​ຜ່ານ​ມາ ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ ໄດ້​ຊີ້​ນຳ​ວຽກ​ງານ​ພະລາທິການ​ຍົກ​ສູງ​ນໍ້າໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ໃຫ້​ພະນັກງານ, ຄູ-ອາຈານ ແລະ ນ້ອງ​ນ້ອຍ​ນັກຮຽນ ໄດ້​ພ້ອມ​ກັນ​ອອກແຮງ​ງານ​ເພີ່ມ​ພູນ​ຜະລິດຜົນ​ ບໍ່​ວ່າ​ຈະ​ເປັນ​ການ​ປູກ​ຜັກ​ສວນ​ຄົວ, ລ້ຽງສັດ (ໝູ, ໄກ່, ປາ) ເພື່ອ​ສະໜອງ​ຊີ້ນ, ປາ, ຜັກສົດໆ​ເຂົ້າ​ສູ່​ໂຮງຄົວຂອງ ​ໂຮງຮຽນ​ປະກອບສ່ວນ​ຫຼຸດຜ່ອນ​ການ​ນຳ​ເຂົ້າ​ພືດ​ຜັກ​ຈາກ​ທ້ອງ​ຕະ ຫຼາດ ແລະ ຍົກ​ສູງຄຸນນະ ພາບ​ອາຫານ​ການ​ກິນ​ໃຫ້​ດີ​ຂຶ້ນ ເລື້ອຍໆ. ສ່ວນ​ການ​ຄຸ້ມ​ຄອງ ແລະ ປະຢັດ​ມັດທະຍັດ​ແມ່ນຍຶດ​ຕາມ​ຫຼັກການ​ປະຢັດ, ຕ້ານ​ການຟຸມ​ ເຟືອຍ, ຈັດ​ຕັ້ງ​ການ​ປະມູນ ແລະ ຈັດ​ຊື້​ອຸປະກອນ, ເຄື່ອງ​ອຸປະໂພກ-ບໍລິໂພກດ້ວຍ​ຄວາມ​ໂປ່ງ​ໃສ, ຖືກ ຕ້ອງ​ຕາມ​ລະບຽບ​ຫຼັກການການ ​ເງິນ​ກອງທັບ. ສ່ວນ​ວຽກ​ງານ​ການ​ຮັບປະກັນ​ສຸຂະພາບ, ການ ​ປ້ອງ​ກັນ​ພະຍາດ​ຕາມລະດູການ ແລະ ການ​ກວດກາ​ຄວາມສະອາດ​ຖືກ​ສຸ​ຂະ​ອະນາ​ໄມ​ໂຮງ​ຄົວ​ລວມ ແລະ ຫ້ອງ​ອາຫານ ແມ່ນ​ໄດ້​ມີ​ໜ່ວຍ​ງານ​ລົງ​ກວດກາ​ເປັນ​ປະຈຳ​ເພື່ອ​ສະກັດ​ກັ້ນ ແລະ ປ້ອງ​ກັນ​ບໍ່​ໃຫ້​ເກີດ​ບັນ ຫາ​ສຸຂະພາບ​ແກ່​ນ້ອງ​ນ້ອຍ​ນັກ ຮຽນ. ສະຫາຍ ພັນ​ໂທ ຕຸ້ຍ​ອຸດອນ ພິລາວົງ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ສຳລັບ​ທິດ​ທາງ​ໃນຕໍ່ໜ້າຈະຕ້ອງ ​ໄດ້​ສືບຕໍ່ຍົກສູງ​ຄຸນນະພາບ ວຽກ​ງານ​ພະລາທິການ​ ເພື່ອ​ ຕອບສະໜອງຄວາມຮຽກຮ້ອງ ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ​ໃນ​ໄລຍະ​ໃໝ່, ພ້ອມ​ທັງຍົກສູງ​ ຄວາມ​ຮັບຜິດຊອບ​ຂອງ​ພະນັກ ງານ​ພະລາທິການ, ເອົາໃຈໃສ່​ ສຶກ​ສາ​ອົບຮົມ​ການເມືອງ​-ແນວ​ຄິດ​ໃຫ້​ພະນັກງານ​ມີ​ຄວາມ​ຮັບ ຜິດຊອບ​ສູງ, ເສຍສະຫຼະ​ຜົນ​ປະ ໂຫຍດ​ສ່ວນ​ຕົວ ເພື່ອ​ຜົນ​ປະໂຫຍດ​ລວມ​ຂອງ​ກົມ​ກອງ. ສືບຕໍ່​ປັບ ປຸງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຫໍ ພັກ, ຫ້ອງ​ອາຫານໃຫ້​ສະອາດ ​ຈົບງາມ ແລະ ໄດ້​ມາດຕະຖານ ເພື່ອ​ສ້າງ​ຄວາມ​ສະດວກ​ສະບາຍ​ໃຫ້​ແກ່​ນ້ອງ​ນ້ອຍ​ນັກຮຽນ​ຕິດ​ພັນ​ກັບ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ຜັນ​ຂະ ຫຍາຍ​ເນື້ອ​ໃນ​ຂໍ້​ແຂ່ງຂັນ “ກໍ່ສ້າງ​ໜ່ວຍ​ພະລາທິການ​ຕົວ​ແບບ” ໃຫ້​ ຕິດ​ພັນ​ກັບ​ວຽກ​ງານ​ວິຊາ​ຊີບ​ສິດສອນ​ເພື່ອ​ສ້າງ​ກຳລັງ​ແຮງ​ສັງ​ລວມ​ໃນ​ການ​ປະຕິບັດ​ໜ້າທີ່​ຂອງ​ຕົນ. ສັງ​ລວມ​ແລ້ວ, ວຽກ​ງານ​ຮັບ ປະກັນ​ພະລາທິການຢູ່​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບບໍ່​ ແມ່ນ​ພຽງ​ແຕ່​ການ​ຄຸ້ມ​ຄອງ​ວັດ ຖຸ​ສິ່ງ​ຂອງ ຫຼື ອາຫານ​ການກິນ ​ດື່ມ​ເທົ່າ​ນັ້ນ, ແຕ່​ຫາກ​ແມ່ນ “ພື້ນ ຖານ​ອັນ​ໜັກ​ແໜ້ນ” ເອີ້ນ​ໄດ້​ວ່າ ກິນ​ກໍ​ຕ້ອງ​ອີ່ມ, ນຸ່ງ​ກໍ​ຕ້ອງ​ງາມ, ຮຽນ​ກໍ​ຕ້ອງ​ເກັ່ງ ແລະ ວິໄນ​ຕ້ອງ​ເຂັ້ມ​ງວດ ສິ່ງ​ເຫຼົ່າ​ນີ້​ທີ່​ຊ່ວຍ​ບຳລຸງ​ລ້ຽງ​ຄວາມ​ຝັນ ແລະ ອຸດົມ​ການ​ຂອງ​ນ້ອງ​ນ້ອຍ​ນັກຮຽນ​ຊົນເຜົ່າ ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ, ກາຍເປັນ​ກຳລັງ​ປ້ອງ​ກັນ​ຊາດ ທີ່​ມີ​ຄວາມ​ຈົງ​ຮັກ​ພັກດີ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ