ປະກາດການແຕ່ງຕັ້ງຄະນະກຳມະການ ປກຊ-ປກສ ເມືອງຊະນະຄາມ
ເວລາອອກຂ່າວ: 2026-10-14 15:09:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 392 | ຄວາມນິຍົມ: ![]()
ວັນທີ 13 ຕຸລາ 2026 ນີ້, ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຈັດພິທີປະກາດການແຕ່ງຕັ້ງປະທານ, ຮອງປະທານ, ກຳມະການຜູ້ປະຈຳການ ແລະ ກຳມະການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ຂັ້ນເມືອງ ຢູ່ທີ່ສະໂມສອນ ກອງຮ້ອຍທະຫານຊາຍແດນ 231, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການຄະນະພັກແຂວງ, ຮອງປະທານຜູ້ປະຈຳການ ຄະນະກໍາມະການ ປກຊ-ປກສ ແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະກຳມະການ ປກຊ-ປກສ ແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການ ປກຊ-ປກສ ເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນໂທ ບົວຂາວ ກູດແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງຊະນະຄາມ ໄດ້ລາຍງານສະຫຼຸບຜົນການນຳພາ-ຊີ້ນໍາວຽກງານ ປກຊ-ປກສ ປະຈຳປີ 2026. ຈາກນັ້ນ, ສະຫາຍ ພັນໂທ ບຸນປອນ ທັນອ່ອນແກ້ວ ຫົວໜ້າຫ້ອງການ ຄະນະກໍາມະການ ປກຊ-ປກສ ແຂວງວຽງຈັນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການ ປກຊ-ປກສ ເມືອງຊະນະຄາມ ເຊິ່ງປະກອບມີ: ສະຫາຍ ແກ້ວ ພິມມະວົງ ເປັນປະທານ, ສະຫາຍ ດອນ ລາດຊະວົງ ເປັນຮອງປະທານ, ສະຫາຍ ພັນໂທ ບຸນເພັງ ກອງສົງຄາມ ເປັນກຳມະການ ຜູ້ປະຈຳການ, ສະຫາຍ ພັນໂທ ບົວຂາວ ກູດແກ້ວ ແລະ ສະຫາຍ ພູທອນ ແກ້ວປັນຍາ ເປັນກຳມະການ ຄະນະກຳມະການ ປກຊ-ປກສ ເມືອງຊະນະຄາມ.
ໂດຍ: ສາຍຄຳ ພອນມະນີ
ພາບ: ສົມຈັນ ປັນຍາພົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















