ກອງບັນຊາການທະຫານແຂວງຈໍາປາສັກ ເປີດຊຸດອົບຮົມວຽກງານສືບຂ່າວ ປະຈຳປີ 2026
ເວລາອອກຂ່າວ: 2026-10-14 15:50:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 368 | ຄວາມນິຍົມ: ![]()
ວັນທີ 13 ຕຸລາ 2026 ນີ້, ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ເປີດຊຸດອົບຮົມວຽກງານສືບຂ່າວ ໃຫ້ພະນັກງານວິຊາການສືບຂ່າວທົ່ວກົມກອງ ປະຈຳປີ 2026. ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທຸມມາ ພົມມະທໍາ ຫົວໜ້າກົມ 213, ມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ມີຄະນະຮັບຜິດຊອບ ຈາກກົມ213, ຄະນະຊ່ຽວຊານຫວຽດນາມ, ຄະນະພັກ-ຄະນະບັນຊາອົງການ, ກອງພົນທີ 5, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາມຸຍ ເພັງສະຫວັດ ຮອງຫ້ອງເສນາທິການ ກົມ 213 ໄດ້ຜ່ານຂໍ້ຕົກລົງ ຂອງກົມ 213 ວ່າດ້ວຍການອະນຸມັດເປີດອົບຮົມວຽກງານສຶບຂ່າວ ໃຫ້ກໍາລັງ ຂອງກອງບັນຊາການທະຫານແຂວງຈໍາປາສັກ ປະຈໍາປີ 2026 (ໂດຍທຶນຊ່ວຍເຫຼືອຈາກກົມໃຫຍ່ 2 ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ). ຈາກນັ້ນ, ສະຫາຍ ພັນໂທ ຄໍາຜອຍ ເພັງພະຈັນ ຫົວໜ້າການທະຫານ ກອງພັນ 233 ຜ່ານແຜນການອົບຮົມວຽກງານສືບຂ່າວ ປະຈໍາປີ 2026, ເພື່ອຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານສິລະປະຍຸດ, ຍຸດທະວິທີ ແລະ ເຕັກນິກການນໍາໃຊ້ພາຫະນະ, ອາວຸດ-ຍຸດໂທປະກອນ ທີ່ປະກອບໃນກົມກອງຢ່າງມີພິກໄຫວ ແລະ ມີຄຸນນະພາບສູງ. ທັງເປັນການຍົກລະດັບຄວາມອາດສາມາດໃນການບັນຊາສູ້ຮົບ ຂອງຜູ້ບັນຊາ, ຄວາມສາມາດສູ້ຮົບ ຂອງກົມກອງ, ກໍຄືເຮັດໜ້າທີ່ວິຊາສະເພາະ ຂອງກຳລັງດັ່ງກ່າວໃຫ້ມີຄວາມຮັບປະກັນ ແລະ ໄດ້ຮັບໝາກຜົນສູງ. ເຊິ່ງເນື້ອໃນເອກະສະທີ່ນໍາມາອົບຮົມ ປະກອບມີ: ວິຊາມວຍຫັດກາຍ ແລະ ມວຍສູ້ຮົບ, ສິລະປະຍຸດ ເຕັກນິກຜ່ານສິ່ງກີດຂວາງໃນຕົວເມືອງ, ຍຸດທະວິທີຊ່ວຍເຫຼືອຕົວປະກັນໃນເຮືອນ 2 ຊັ້ນ ແລະ ສະກັດຈັບເປົ້າໝາຍຕາມເສັ້ນທາງ, ເຊື່ອມຊຶມມູນເຊື້ອສາຍພົວພັນ ລາວ-ຫວຽດນາມ ແລະ ບົດຍິງປືນຕ່າງໆ. ກໍານົດເວລາອົບຮົມ 57 ວັນຈຶ່ງຈະສໍາເລັດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ທຸມມາ ພົມມະທໍາ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນ ຮູ້ໝູນໃຊ້ອຸປະກອນໃນການສິດສອນໃຫ້ສອດຄ່ອງ ແລະ ປະຕິບັດຕາມຫຼັກການ, ສຸມທຸກສະຕິປັນຍາ, ເຫື່ອແຮງ ເຮັດໃຫ້ບັ້ນເຝິກອົບຮົມບຳລຸງວຽກງານສືບຂ່າວໃນຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ໄດ້ຮັບປະສິດທິພາບສູງ.
ໂດຍ: ນາງ ສີລິຄານ ຈຳປາສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















