ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ຂຶ້ນຫ້ອງສາທິດໃຫ້ນັກສຶກສາບໍາລຸງວຽກງານການທະຫານທ້ອງຖິ່ນ ຊຸດທີ XII ຢູ່ ວປກ
ເວລາອອກຂ່າວ: 2026-10-14 15:55:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 473 | ຄວາມນິຍົມ:



ວັນທີ 9 ຕຸລາ 2026 ນີ້, ສະຫາຍ ພັນໂທ ຄຳພູນ ອິນທິລາດ ຮອງຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ຂຶ້ນຫ້ອງສາທິດໃຫ້ນັກສຶກສາບໍາລຸງວຽກງານການທະຫານທ້ອງຖິ່ນ ຊຸດທີ XII ຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ), ມີ ສະຫາຍ ພັນເອກ ຂັນທະໄຊ ໄຊນະຄອນ ຫົວໜ້າຄະນະວິຊາຄູການທະຫານທ້ອງຖິ່ນ ວປກ ແລະ ພະນັກງານວິຊາການສະແດງສາທິດ ພ້ອມດ້ວຍນັກສຶກສາຫ້ອງບໍາລຸງວຽກງານການທະຫານທ້ອງຖິ່ນ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນໂທ ຄຳພູນ ອິນທິລາດ ໄດ້ສະເໜີຈຸດປະສົງໃນການເຄື່ອນໄຫວເຮັດວຽກໃນຄັ້ງນີ້, ເພື່ອຂຶ້ນຫ້ອງສະແດງສາທິດ ກ່ຽວກັບລໍາດັບບາດກ້າວການເຄື່ອນໄຫວເຮັດ ຂອງເລຂາພັກຕາແສງ ວ່າດ້ວຍການຫັນເອົາຕາແສງຈາກຍາມສັນຕິພາບຂຶ້ນສູ່ພາວະສຸກເສີນດ້ານການປ້ອງກັນຊາດ, ຫັນກຳລັງປະກອບອາວຸດຈາກພາວະປົກກະຕິຂຶ້ນສູ່ເພີ່ມທະວີ ແລະ ຫັນທ້ອງຖິ່ນສູ່ສົງຄາມ. ຈາກນັ້ນ, ເລຂາພັກຕາແສງ ໄດ້ສະເໜີລໍາດັບບາດກ້າວດໍາເນີນກອງປະຊຸມສູ້ຮົບຕາແສງ ມີທັງໝົດ 5 ບາດກ້າວ ໂດຍເນັ້ນໜັກພາກທິດສະດີຫຼັກການ ກ່ຽວກັບບາດກ້າວການເຄື່ອນໄຫວເຮັດວຽກ. ພ້ອມນັ້ນ, ຄະນະທີມງານສະແດງສາທິດໄດ້ບັນລະຍາຍຕົວຈິງໃຫ້ຄູ-ອາຈານ, ນັກສຶກສາໄດ້ມີການຖາມ-ຕອບ ແລະ ແລກປ່ຽນບົດຮຽນ, ເພື່ອນໍາໄປຈັດຕັ້ງປະຕິດບັດເຂົ້າໃນການຮຽນ-ການສອນຕົວຈິງ. ໂດຍ: ສົງການ ທະວີສຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ