ກອງບັນຊາການທະຫານແຂວງໄຊສົມບູນ ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2026-10-14 15:58:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 421 | ຄວາມນິຍົມ: ![]()
ວັນທີ 13 ຕຸລາ 2026 ນີ້, ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ປາຖະກະຖາ 2 ວັນປະຫວັດສາດ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ອໍາມະລາ ຈັນທະວົງ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊສົມບູນ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເອກະສານທີ່ນໍາມາປາຖະກະຖາໃນຄັ້ງນີ້ ມີ ວັນປະກາດເອກະລາດ ຄົບຮອບ 81 ປີ ແລະ ວັນຄູແຫ່ງຊາດ ຄົບຮອບ 32 ປີ ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ມູນເຊື້ອອັນພິລະອາດຫານ ຕໍ່ສູ້ບໍ່ຍອມຈໍານົນ ເຖິງວ່າສະພາບຈະຫຍຸ້ງຍາກສັບສົນພຽງໃດ ກໍຕາມບໍ່ຍອມທໍ້ຖອຍ, ສາມາດຍາດມາໄດ້ໄຊຊະນະ, ກາຍເປັນບາດຄ້ອນຍຸດທະສາດທີ່ສໍາຄັນ ເຮັດໃຫ້ໂລກຮັບຮູ້ ຄວາມເປັນຊາດລາວພວກເຮົາ.
ການປາຖະກະຖາໃນຄັ້ງນີ້ ເພື່ອສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມເຂົ້າໃຈເລິກເຊິ່ງ ມູນເຊື້ອ 2 ວັນສໍາຄັນດັ່ງກ່າວ ເພື່ອນໍາເອົາຄວາມຮູ້ຄວາມ, ບົດຮຽນ ຂອງຄົນຮຸ່ນກ່ອນໄປຈັດຕັ້ງປະຕິບັດ ໃນໜ້າທີ່ວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ເກີດຜົນປະໂຫຍດສູງສຸດ.
ໃນພິທີ ຍັງໄດ້ຜ່ານແຈ້ງການ ຂອງຄະນະປະຈໍາພັກແຂວງ ແລະ ເຊື່ອມຊຶມມະຕິ ກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊສົມບູນ ຄັ້ງທີ 2 ຕຶ່ມອີກ.
ໂດຍ: ນ ມະລິ ສຸພັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















