ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ ຕິດຕາມການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ປະຈຳປີ 2026
ເວລາອອກຂ່າວ: 2026-10-14 16:04:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 542 | ຄວາມນິຍົມ:



ວັນທີ 14 ຕຸລາ 2026 ນີ້, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ ໄດ້ຕິດຕາມການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ປະຈຳປີ 2026 ເຊິ່ງມີທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີ ທ່ານ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ທ່ານ ພົນເອກ ເຕ້ຍໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ, ມີເອກອັກຄະລັດຖະທູດ ແຫ່ງ ສປປ ລາວ, ເອກອັກຄະຣາຊະທູດ ກຳປູເຈຍ ປະຈຳ ສສ ຫວຽດນາມ ແລະ ກຳລັງກອບກູ້ໄພພິບັດຈາກທັງ 3 ກອງທັບ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພົນເອກ ຟານ ວັນ ຢາງ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນ ຂອງການເຝິກຊ້ອມຮ່ວມໃນຄັ້ງນີ້ ວ່າເປັນຂີດໝາຍອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ເວົ້າລວມ, ເວົ້າສະເພາະແມ່ນກຳລັງປະກອບອາວຸດຂອງ 3 ກອງທັບ ໃຫ້ກ້າວເຂົ້າສູ່ລວງເລິກ, ພ້ອມທັງເປັນການຍົກສູງຂີດຄວາມສາມາດໃນການປະສານສົມທົບກັນໃນການກ້ອບກູ້ໄພພິບັດທີ່ອາດຈະເກີດຂຶ້ນໃນອະນາຄົດ. ການເຝິກຊ້ອມໃນຄັ້ງນີ້ ໄດ້ແບ່ງອອກເປັນ 3 ໄລຍະສຳຄັນ ຄື: ໄລຍະທີ 1: ການກອບກູ້ໄພພິບັດທາງນ້ຳ. ໄລຍະທີ 2: ການກອບກູ້ໄພພິບັດອາຄານພັງຖະຫຼົ່ມ. ໄລຍະທີ 3: ການກອບກູ້ ແລະ ຮັບມືກັບໄພພິບັດເຄມີຮົ່ວໄຫຼ. ພ້ອມດຽວກັນນັ້ນ, ຍັງໄດ້ມີການຈັດຕັ້ງປະຕິບັດວຽກງານປິ່ນປົວທາງແພດສະໜາມ ແລະ ການພະຍາບານສຸກເສີນ ເພື່ອຮັບປະກັນການຊ່ວຍເຫຼືອຜູ້ເຄາະຮ້າຍຢ່າງທັນເວລາ. ການເຝິກຊ້ອມຮ່ວມ 3 ກອງທັບໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ໃນການເພີ່ມພູນຄູນສ້າງຄວາມສາມັກຄີ, ຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງ ລະຫວ່າງກອງທັບ 3 ປະເທດ; ພ້ອມທັງເປັນການຍົກລະດັບຂີດຄວາມສາມາດ, ທັກສະຄວາມຊຳນານງານ ໃນການປະສານງານຕົວຈິງ ຂອງກຳລັງກູ້ໄພ ແລະ ກຳລັງເສນາຮັກ ໃຫ້ມີຄວາມພ້ອມສູງສຸດ ໃນການຮັບມືກັບເຫດການໄພພິບັດທຳມະຊາດ ແລະ ໄພພິບັດທີ່ເກີດຈາກຝີມືມະນຸດ ທີ່ອາດຈະເກີດຂຶ້ນໃນພູມິພາກ ແລະ ສາກົນ. ການຝຶກຊ້ອມຮ່ວມຄັ້ງນີ້ ໄດ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ຢ່າງຈົບງາມ, ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວ ແລະ ຄວາມຮ່ວມມືຢ່າງແໜ້ນແຟ້ນຂອງ 3 ກອງທັບ ໃນພາລະກິດປົກປັກຮັກສາ, ຊ່ວຍເຫຼືອຊີວິດ ແລະ ຊັບສິນ ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພພິບັດຢ່າງທັນເວລາ. ຈາກນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ ໄດ້ຢ້ຽມຊົມໂຮງໝໍຄົບວົງຈອນພາກສະໝາມ ຕື່ມອີກ. ໂດຍ: ໄກ່ນ໋ອດ ເລັດນະຄອນ (ສະຖານີໂທລະພາບກອງທັບ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ