ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ສູນ​ເຝິກອົບຮົມ ກອງ​ພົນ​ທີ 4 ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ຄູ​ແຫ່ງ​ຊາດ​ຄົບຮອບ 32 ປີ
ເວລາອອກຂ່າວ: 2026-10-15 08:54:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 183 | ຄວາມນິຍົມ:



ທ້າຍ​ເດືອນ ກັນຍາ 2026 ນີ້, ສູນ​ເຝິກອົບຮົມ​ກອງ​ພົນ​ທີ 4 ໄດ້​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ຄູ​ແຫ່ງ​ຊາດຄົບຮອບ 32 ປີ (7/10/1994-7/10/2026) ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ໂທ ແສງ​ຈັນ ມະນີ​ວອນ ຫົວໜ້າ​ການເມືອງ, ມີ​ສະຫາຍ ພັນ​ໂທ ວິ​ໄຊ ພົມມະຈັນ ຫົວໜ້າ​ການ​ທະຫານ, ມີ​ບັນດາ​ພະແນກການ, ກອງຮ້ອຍ​ນັກຮຽນ ແລະ ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສີ​ວິ​ໄຊ ເຄນ​ວົງ​ສັກ ຮອງ​ຫົວໜ້າ​ພະ​ແນກ​ເສນາ-ອົບ​ຮົບ ສູນ​ເຝິກອົບຮົມ ຂຶ້ນຜ່ານຂໍ້​ຕົກລົງວ່າ​ດ້ວຍການ ​ແຕ່ງຕັ້ງ​ຄະນະ​ຊີ້​ນຳ​ລວມ​ຮັບຜິດຊອບວຽກງານ​ກິລາ, ອະນຸກຳມະການ ແລະ ຂໍ້​ກຳນົດ​ກົດ​ລະບຽບ​ໃນການ​ແຂ່ງຂັນ​ກິລາ​ແຕ່​ລະ​ປະເພດ ເຊິ່ງ​ກິລາ​ທີ່​ນຳ​ມາ​ແຂ່ງຂັນ​ຄັ້ງ​ນີ້​ມີ 5 ປະເພດ​ຄື: ກິລາ​ບານເຕະ, ກິລາ​ບານສົ່ງ, ກິລາ​ກະຕໍ້​ຫວາຍ, ກິລາ​ເປ​ຕັງ ແລະ ກິລາ​ແລ່ນ​ມ້າງ​ປະກອບ​ອາວຸດທັງ​ນີ້​ ກຳ​ເພື່ອ​ເປັນ​ການ​ເສີມ​ສ້າງ​ກຳລັງ​ແຮງ​ກາຍ, ແຮງ​ໃຈ​ໃຫ້​ພະນັກງານ-ນັກຮົບ ມີ​ສຸຂະພາບ​ແຂງແຮງຮັບປະກັນ​ ໃຫ້ການປະຕິບັດ​ໜ້າທີ່ວຽກງານ​ ທີ່​ຂັ້ນ​ເທິງ​ມອບ​ໝາຍ ແລະ ເພື່ອ​ເປັນ​ການ​ຄັດ​ເລືອກ​ເອົາ​ນັກ​ກິລາ​ເປັນ​ຕົວ​ແທນ​ຂອງ​ກົມ​ກອງ​ທີ່​ຈະ​ໄປແຂ່ງຂັນ​ໃນ​ວັນ​ສຳຄັນ​ຕ່າງໆ​ທີ່​ຂັ້ນ​ເທິງ​ຈັດ​ຂຶ້ນ ແລະ ອີກ​ຢ່າງໜຶ່ງ ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ​ພະນັກງານ-ນັກຮົບ​ແຕ່​ລະ​ຂະແໜງການ. ໂອກາດ​ດຽວ​ກັນ​ນີ້, ຕາງໜ້າ​ຄະນະ​ກຳມະການ​ໄດ້​ຂຶ້ນ​ປະຕິຍານ​ຕົນ​ຕໍ່​ການ​ປະຕິບັດ​ໜ້າທີ່​ໃນ​ການ​ເປັນ​ກຳມະການ​ຕັດ​ສີນ​ມີ​ຄວາມ​ທ່ຽງ​ທຳ ແລະ ຢ່າງ​ເຄັ່ງ​ຄັດ. ສະຫາຍ ພັນ​ໂທ ແສງ​ຈັນ ມະນີ​ວອນ ໄດ້​ເນັ້ນ​ໃຫ້​ແຕ່​ລະ​ພາກສ່ວນ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃຫ້​ຮັດ​ແໜ້ນ​ຄວາມ​ສາມັກຄີ​ພາຍ​ໃນ​ລະຫວ່າງ​ພະນັກງານ-ນັກຮົບ ແລະ ນັກຮຽນ​ທັງ 2 ລະບົບ ຮູ້​ແພ້​ຮູ້​ຊະນະ, ເຄົາລົບ​ເຊິ່ງ​ກັນ ແລະ ກັນ ເພື່ອ​ເຮັດ​ໃຫ້​ບັນຍາກາດ​ຂອງ​ການ​ແຂ່ງຂັນ​ກິລາ​ຄັ້ງ​ນີ້​ໄດ້​ດຳເນີນ​ໄປ​ດ້ວຍ​ຄວາມ​ເບີກບານ ແລະ ມ່ວນຊື່ນ. ໂດຍ: ໂພ​ຄຳ ພອນ​ປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ