ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຈຳປາສັກ ເຄື່ອນໄຫວສາຍຮູບເງົາຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ
ເວລາອອກຂ່າວ: 2026-10-15 08:56:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ: ![]()
ທ້າຍເດືອນກັນຍາ 2026 ນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຈຳປາສັກ ເຊິ່ງນຳພາໂດຍ ທ່ານ ເສີມສັກ ພົມມະວັນດີ ຮອງຫົວໜ້າຂະແໜງວັດທະນະທຳ ແລະ ການທ່ອງທ່ຽວແຂວງຈຳປາສັກ ພ້ອມຄະນະໄດ້ເຄື່ອນໄຫວສາຍຮູບເງົາຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີ ສະຫາຍ ພັນໂທ ທອງສາ ການະຄອນ ຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ຄຳພາ ວົງສົມສັກ ຫົວໜ້າພະແນກໂຄສະນາອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີພະນັກງານ-ນັກຮົບເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ການເຄື່ອນໄຫວສາຍຮູບເງົາໃນຄັ້ງນີ້ ຈັດຂຶ້ນເພື່ອລະນຶກວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ປີມິດຕະພາບ ລາວ-ຈີນ 2026 ທັງເປັນການສະເຫຼີມສະຫຼອງ “ເທດສະການຮູບເງົາດີເດັ່ນ ລາວ-ຈີນ” ຄົບຮອບ 10 ປີ. ລາວ-ຈີນ ແມ່ນສອງປະເທດທີ່ ມີຊາຍແດນ, ສາຍນໍ້າ ແລະ ສາຍ ພູຕິດຈອດກັນ ກອງທັບ ແລະ ປະຊາຊົນສອງຊາດມີມູນເຊື້ອສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນມາແຕ່ດົນນານ. ປັດຈຸບັນ, ຄວາມສາມັກຄີ ແລະ ການພົວພັນຮ່ວມມື ລະຫວ່າງ ສອງຊາດ, ສອງກອງທັບ ແມ່ນນັບມື້ກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍຕົວໃນທຸກຂົງເຂດວຽກງານ ບົນຈິດໃຈເປັນຄູ່ຮ່ວມຊາຕາກຳ, ຮຸ້ນສ່ວນຍຸດທະສາດໝັ້ນຄົງຍາວນານ ແລະ ຍຶດໝັ້ນໃນທິດ “4 ດີ’’ ທັງເປັນການຢັ້ງຢືນເຖິງການຂະຫຍາຍຕົວຂອງສາຍພົວພັນຮ່ວມມືອັນເປັນມູນເຊື້ອ, ເປັນການຮັດແໜ້ນຄວາມສາມັກຄີ, ເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບປະຫວັດສາດຂອງຊົນຊາດຈີນໃຫ້ແກ່ນາຍ ແລະ ພົນທະຫານຂອງກອງທັບປະຊາຊົນລາວ ເວົ້າສະເພາະແມ່ນພະນັກງານ-ນັກຮົບຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໃຫ້ເລິກເຊິ່ງ, ຮູບເງົາທີ່ນຳມາສາຍລ້ວນແຕ່ເປັນຮູບເງົາທີ່ສ້າງແຮງບັນດານໃຈ ແລະ ສ່ອງແສງໃຫ້ເຫັນເຖິງເລື່ອງລາວອັນອົບອຸ່ນ, ປະທັບໃຈ ກ່ຽວກັບການສ້າງສາ ແລະ ປົກປັກຮັກສາບ້ານເກີດເມືອງນອນ, ຈິດໃຈ “ຮັກຊາດ, ເສຍສະຫຼະເພື່ອສ່ວນລວມ” ແລະ ສອດຄ່ອງຢ່າງຍິ່ງກັບພາລະກິດ ແລະ ຄວາມຮັບຜິດຊອບຂອງນາຍ ແລະ ພົນທະຫານທຸກສະຫາຍ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















