ຂະບວນການຊາວໜຸ່ມ ສູນແກ້ໄຂລະເບີດບໍ່ທັນແຕກ ແລະ ເຝິກອົບຮົມບັນເທົາໄພພິບັດກອງທັບ
ເວລາອອກຂ່າວ: 2026-10-15 09:04:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 182 | ຄວາມນິຍົມ: ![]()
ວັນທີ 1 ຕຸລາ 2026 ທີ່ຜ່ານມາ ຊາວໜຸ່ມ ສູນ 523 ໄດ້ເປີດພິທີສ້າງຂະບວນການແຂ່ງຂັນວຽກງານຮອບດ້ານ 6 ເດືອນທ້າຍປີຂື້ນ ທີ່ເດີ່ນກິລາ ສູນ 523 ໂດຍການເປັນເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ປາດຖະໜາ ບຸດທິຈັກ ຫົວໜ້າການເມືອງ ສູນ 523 ມີຄະນະພັກ-ຄະນະບັນຊາສູນ, ພະແນກການກົມກອງ ແລະ ສະມາຊິກຊາວໜຸ່ມພາຍໃນສູນເຂົ້າຮ່ວມ.
ສະຫາຍ ພັນໂທ ທຳມະສິນ ພົງສະຫັວດ ຫົວໜ້າຂະແໜງຊາວໜຸ່ມ ໄດ້ຂື້ນຜ່ານແຜນ ການເຄື່ອນໄຫວວຽກງານສ້າງຂະບວນການແຂ່ງຂັນວຽກງານຮອບດ້ານ 6 ເດືອນທ້າຍປີ 2026 ໃນນັ້ນຈະໄດ້ສຸມໃສ່ປະຕິບັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ວຽກງານອົບຮົມຫັດແອບວິຊາສະເພາະ, ວຽກງານພະລາ-ເຕັກ ນິກ, ຂະບວນການອອກແຮງງານເພີ່ມພູນຜະລິດຜົນ ໂດຍຄຽງຄູ່ກັບວຽກງານຂະບວນການກິລາ, ສິລະປະ-ວັນນະຄະດີ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ການສ້າງຂະບວນການໃນຄັ້ງນີ້ກໍ່ເພື່ອແນໃສ່ສ້າງຜົນງານເພື່ອຂ່ຳນັບຮັບຕ້ອນວັນປະຫັວດສາດສຳຄັນຂອງຊາດຂອງກອງທັບ, ວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 78 ປີ, ວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 72 ປີ ໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງ, ກົມກອງມີຄວາມສະຫງົບປອດໄພ ຮັບປະກັນສ້າງກົມກອງໃຫ້ມີຄວາມເຂັ້ມແຂງແລະທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ພູທອນ ສີພູວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















