ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງພັນ​ໃຫຍ່ 703 ມີ​ຜູ້​ສະໝັກ​ໃຈ ບໍລິຈາກ​ເລືອດ 50 ສະຫາຍ
ເວລາອອກຂ່າວ: 2026-10-15 09:05:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:



ໃນ​ທ້າຍ​ເດືອນ​ກັນຍາ​ທີ່​ຜ່ານ​ມາ. ກອງພັນ​ໃຫຍ່ 703 ໄດ້​ມີ​ພະນັກງານ-ນັກຮົບ​ສະໝັກ​ໃຈ​ເຂົ້າ​ຮ່ວມ​ບໍລິຈາກ​ເລືອດ​ເພື່ອ​ຊ່ວຍເຫຼືອ​ສັງຄົມ​ໃຫ້​ສະ​ຖາ​ບັນ​ບໍ​ລິ​ເລືອດ​ອົງການ​ກາແດງ​ລາວ ນຳ​ໂດຍ​ທ່ານ ​ດຣ ຈິລະ​ພາ ແກ້ວ​ຄຳ​ຜຸຍ ຮັກສາ​ການ​ຫົວໜ້າ​ສະ​ຖາ​ບັນ​ເລືອດ​ແຫ່ງ​ຊາດ​ພ້ອມ​ດ້ວຍ​ທີມ​ງານ ແລະ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ​ພັນ​ເອກ ບຸນ​ໄຫຼ ໄຊ​ຍະ​ສິງ ຄະນະ​ພັກ ຫົວໜ້າ​ພະ​ແນກ​ພະລາທິການ ກອງພັນ​ໃຫຍ່ 703 ຕະຫລອດ​ຮອດ​ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ໃນ​ໂອກາດ​ສ້າງ​ຜົນງານ​ຂໍ​ານັບ​ຮັບ​ຕ້ອນ ວັນ​ບຸນ​ສຳຄັນ​ຕ່າງ​ຂອງ​ຊາດ ທີ່​ຈະ​ມາ​ເຖິງ​ໃຫ້​ມີ​ຂະ​ບວນ​ການ​ຟົດຟື້ນ​ນີ້, ໄດ້​ມີ​ພະນັກງານ-ນັກຮົບ​ທົ່ວ​ກອງພັນ​ໃຫຍ່ 703 ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ສະໝັກ​ໃຈ​ບໍລິຈາກ​ເລືອດ​ເພື່ອ​ຊ່ວຍເຫຼືອ​ສັງຄົມ ແລະ ຜູ້​ທີ່​ເຈັບ​ປ່ວຍ​ທີ່​ນອນ​ປິ່ນປົວ​ຢູ່​ໂຮງໝໍ​ທີ່​ລໍຖ້າ​ການ​ຊ່ວຍເຫຼືອ ​ໂດຍ​ບໍ່​ຄິດໄລ່​ສິ່ງ​ຕອບ​ແທນ ຄັ້ງ​ນີ້, ມີ​ຜູ້​ສະ​ໜັກ​ບໍລິຈາກ​ເລືອດ​ທັງ​ໝົດ 100 ສະຫາຍ ໃນ​ນັ້ນ, ມີ​ຜູ້​ບໍລິຈາກ​ເລືອດ​ໄດ້​ຕົວ​ຈິງ​ເຖິງ 41 ສະຫາຍ​ໄດ້​ເລືອດ​ໄປ 10,250 ເຊ​ເຊ. ໂດຍ: ກອງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ