ກອງພັນທີ 1 ເຜີຍແຜ່ ຂໍ້ກຳນົດ 299 ມາດຕາ ຂອງກອງທັບ
ເວລາອອກຂ່າວ: 2026-10-15 09:12:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ: ![]()
ໃນຕອນບ່າຍວັນທີ 9 ຕຸລາ 2026 ນີ້, ກອງພັນທີ 1 ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຈັດກອງປະຊຸມ ເຜີຍແຜ່ຂໍ້ກຳນົດ 299 ມາດຕາ ຂອງກອງທັບ ແລະ ປະກາດການຈັດຕັ້ງບັນຊາຂັ້ນໝູ່, ໝວດ, ໂດຍການ ເປັນປະທານຂອງ ສະຫາຍ ພັນຕີ ໄກ່ເພັດ ໄຂປະລາວົງ ຫົວໜ້າການທະຫານກອງພັນທີ1, ມີພະນັກງານ-ນັກຮົບ ທົ່ວກອງພັນ ເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນຮັກ ເພັງສະພັງທອງ ຮອງຫົວໜ້າການທະຫານກອງພັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງໂຮງຮຽນ ວ່າດ້ວຍການແຕ່ງຕັ້ງຫົວໜ້າໝວດ, ຮອງໝວດ, ຫົວໜ້າໝູ່, ຮອງໝູ່ ຂອງກອງພັນທີ1 (ນັກຮຽນ ມໍ 6) ປະຈຳສົກຮຽນ 2026-2027. ສະຫາຍ ພັນຕີ ໄກ່ເພັດ ໄຂປະລາວົງ ຫົວໜ້າການທະຫານກອງພັນທີ 1 ໄດ້ເຜີຍແຜ່ຂໍ້ກຳນົດ ກົດລະບຽບຂອງກອງທັບ ເຊິ່ງປະກອບມີ XVI ພາກ, 299 ມາດຕາ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ພະນັກງານ-ນັກຮົບ ໃນທົ່ວກົມກອງໄດ້ຮັບຮູ້ເຂົ້າໃຈຕໍ່ບັນດາຂໍ້ກຳນົດ, ກົດລະບຽບດັ່ງກ່າວເພື່ອພ້ອມກັນຕັ້ງໜ້າປັບປຸງແກ້ໄຂ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບການຂອງກອງທັບປະຊາຊົນລາວຢ່າງເຂັ້ມງວດ. ໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່, ປັບປຸງກໍ່ສ້າງກຳລັງຢ່າງເປັນເອກະພາບ ແລະ ກາຍເປັນກຳລັງແຮງສັງລວມໃຫ້ກອງທັບ ສາມາດເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ທັງເປັນເຂັມຊີ້ທິດໃຫ້ແກ່ການປັບປຸງກໍ່ສ້າງກອງທັບລາວ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ ທີ່ມີແບບແຜນອັນແຫຼມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນເຮັດໃຫ້ປະເທດຊາດ ມີຄວາມສະຫງົບຢ່າງໜັກແໜ້ນ.
ໂດຍ : ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















