ສະຫຼຸບວຽກງານໂຄສະນາອົບຮົມ ປະຈຳປີ 2026 ບັນດາກົມກອງເຂດພາກເໜືອ ຈຸດທີ 1
ເວລາອອກຂ່າວ: 2026-10-15 09:18:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ: ![]()
ວັນທີ 6 ຕຸລາ 2026, ຢູ່ທີ່ ສະໂມສອນກອງບັນຊາການທະຫານແຂວງຊຽງຂວາງ ໄດ້ເປີດ ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມ ປະຈຳປີ 2026 ຂອງບັນດາກົມກອງເຂດພາກເໜືອ ຈຸດທີ 1, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສາຍພານິດ ວິລະມານ ຮອງຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຊຽງຂວາງ, ກອງບັນຊາການທະຫານແຂວງໄຊສົມບູນ, ໂຮງຮຽນນາຍສິບເຫຼົ່າຮົບ, ກອງພັນໃຫຍ່ 702, ກອງພັນໃຫຍ່ 584, ກອງພັນໃຫຍ່ 643 ພ້ອມດ້ວຍ ພະນັກງານ ວິຊາການ ເຂົ້າຮ່ວມ.
ຄະນະພັກ-ຄະນະບັນຊາບັນດາກົມກອງໄດ້ຜັດປ່ຽນກັນລາຍງານ, ສະຫຼຸບຕີລາຄາຜົນງານການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນໄລຍະ 1 ປີ ຜ່ານມາ, ເຊິ່ງຍົກໃຫ້ເຫັນດ້ານດີ, ຜົນງານທີ່ຍາດມາໄດ້, ພ້ອມທັງຊີ້ໃຫ້ເຫັນບາງຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ກຳນົດທິດທາງແຜນການໃນຊຸມປີຕໍ່ໜ້າໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ສະຫາຍ ພັນໂທ ສາຍພານິດ ວິລະມານ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ບັນດາກົມກອງ ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ຢູ່ກົມກອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ຮັບປະກັນການປະຕິບັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.
ໂດຍ: ຫຸມພັນ ສິງດາລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















